ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງ ແຂວງສາລະວັນ

Jan 19, 2026

ໃນຕອນເຊົ້າວັນທີ 17 ມັງກອນ 2026, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງປະທານ-ຜູ້ປະຈໍາການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງສາລະວັນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ຕໍ່ການນໍາແຂວງສາລະວັນ, ໂດຍມີສະຫາຍ ປອ ດາວວົງ ພອນແກ້ວ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງສາລະວັນ, ສະຫາຍ ປະເດີມພອນ ສົນທະນີ, ປະທານຄະນະກໍາມະການປົກຄອງແຂວງ, ບັນດາສະຫາຍການນໍາແຂວງ, ຄະນະພັກ-ຄະນະບັນຊາ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
May be an image of crowd and dais
ໃນໂອກາດນີ້, ສະຫາຍ ເລຂາຄະນະບໍລິຫານງານພັກແຂວງສາລະວັນ ກໍ່ໄດ້ລາຍໃຫ້ຊາບ ກ່ຽວກັບຜົນການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານພັກແຂວງ ໃນໄລຍະຜ່ານມາ ເຫັນວ່າ: ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ຢ່າງແຂງແຮງ ໃນການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ, ສຸມໃສ່ແກ້ໄຂບັນຫາຄວາມບໍ່ເປັນລະບຽບຮຽບຮ້ອຍ ກໍ່ຄືປະກົດການຫຍໍ້ທໍ້ຕ່າງໆ ດ້ວຍຮູບການ ແລະ ວີທີການຕ່າງໆ ໄປພ້ອມໆກັບການຝຶກອົບຮົມ ແລະ ຫັດແອບ ໃຫ້ກໍາລັງ ປກຊ-ປກສ ເປັນແຕ່ລະໄລຍະ ໃນແຕ່ລະທ້ອງຖິ່ນ ເຮັດໃຫ້ທົ່ວແຂວງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ເສດຖະກິດຂອງແຂວງ ຂະຫຍາຍຕົວໃນລະດັບ 6.3% ສະເລ່ຍລາຍຮັບຕໍ່ຫົວຄົນ ໄດ້ 18 ລ້ານກວ່າກີບຕໍ່ປີ. ໃນປີ 2025 ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 351 ຕື້ກວ່າກີບ ເທົ່າກັບ 121% ຂອງແຜນດັດແກ້. ການສໍາຫຼວດພົນລະເມືອງໃນທົ່ວແຂວງ ແມ່ນສໍາເລັດໂດຍພື້ນຖານ, ຊຶ່ງຕາມຂໍ້ມູນດັ່ງກ່າວ ທົ່ວແຂວງ ມີທັງໝົດ 84,957 ຄົວເຮືອນ, ພົນລະເມືອງ 424,796 ຄົນ, ໃນນີ້ ຍິງ 211,375 ຄົນ, ທຽບໃສ່ 5 ປີ ກ່ອນແມ່ນຫຼຸດລົງ; ໄດ້ເອົາໃຈໃສ່ ໃນການຊຸກຍູ້ ແລະ ສົ່ງເສີມການປູກ-ການລ້ຽງຂອງປະຊາຊົນໃຫ້ຫຼາຍຂຶ້ນ, ຊຶ່ງການປູກເຂົ້ານາປີ ປະຕິບັດໄດ້ 81,042 ເຮັກຕາ ເທົ່າກັບ 88.4% ຂອງແຜນການ, ເກັບກູ້ຜົນຜະລິດໄດ້ 310,298 ໂຕນ; ປູກພືດລະດູແລ້ງ ໄດ້ 8,476 ເຮັກຕາ ເທົ່າກັບ 92% ຂອງແຜນການ, ເກັບກູ້ຜົນຜະລິດໄດ້ 64,300 ໂຕນ; ການຜະລິດພືດສະບຽງອາຫານ (ໝາກເຜັດ, ໝາກເຂືອ, ພືດ-ຜັກ ແລະ ອື່ນໆ ປະຕິ ບັດໄດ້ 15,693 ເຮັກຕາ, ຜົນຜະລິດໄດ້ 98,802 ໂຕນ; ການຜະລິດ ເປັນສິນຄ້າ ປະຕິບັດໄດ້ 6,722 ເຮັກຕາ, ຜົນຜະລິດ 128,000 ໂຕນ, ສ່ວນການຜະລິດຊີ້ນ, ໄຂ່ ແລະ ປາ ແມ່ນສາມາດຕອບສະໜອງການບໍລິໂພກພາຍໃນ ໄດ້ໂດຍພື້ນຖານ.
May be an image of one or more people and text May be an image of one or more people and text
ໃນໂອກາດດຽວກັນ, ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານໃນການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກແຂວງໃນໄລຍະຜ່ານມາ, ພ້ອມທັງ ໄດ້ເນັ້ນໜັກໃຫ້ຄະນະພັກແຕ່ລະຂັ້ນ ເອົາໃຈໃສ່ຫັນລົງກໍ່ສ້າງຮາກຖານການເມືອງໃຫ້ແຂງແຮງ; ສືບຕໍ່ຍູ້ແຮງການຜະລິດ ຂອງປະຊາຊົນ, ທັງມີວຽກເຮັດງານທໍາ ເພື່ອສ້າງລາຍຮັບເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າ ນັບມື້ດີຂຶ້ນ; ເອົາໃຈໃສ່ປັບປຸງກໍ່ສ້າງພັກ-ພະນັກງານ ແລະ ອົງການປົກຄອງທ້ອງຖິ່ນ ໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ; ສືບຕໍ່ແກ້ໄຂໜໍ່ແໜງ ທີ່ຈະພາໃຫ້ເກີດມີຄວາມບໍ່ສະຫງົບ ດ້ວຍຫຼາຍມາດຕະການ, ຫຼາຍວິທີການ ຢ່າງມີຈຸດສຸມ ແລະ ແທດເຖິງຕົວຈິງ; ເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກ, ຄະນະກຳມະການ ປກຊ-ປກສ ແຕ່ລະຂັ້ນ ຕໍ່ວຽກງານ ປກຊ-ປກສ ໃຫ້ແຂງແຮງ ແລະ ເປັນປົກກະຕິ, ສືບຕໍ່ການພົວພັນຮ່ວມມືກັບບັນດາປະເທດອ້ອມຂ້າງ ແລະ ເພື່ອນມິດ ຕາມແນວທາງຂອງພັກ.
No photo description available.
ໃນຕອນບ່າຍ ຂອງວັນດຽວກັນ, ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ສືບຕໍ່ເດີນທາງໄປພົບປະໂອ້ລົມ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງເມືອງຕະໂອ້ຍ, ພ້ອມທັງ ຢ້ຽມຢາມໂຄງການພັດທະນາຂອງເມືອງ ແລະ ໄດ້ມອບງົບປະມານຈໍານວນໜຶ່ງ ໃຫ້ແກ່ອໍານາດການປົກຄອງ ຈໍານວນ 5 ບ້ານ ຂອງເມືອງຕະໂອ້ຍ ເພື່ອນໍາໃຊ້ເຂົ້າເປັນກອງທຶນພັດທະນາພາຍໃນບ້ານ ຕື່ມອີກ.