ໃນວັນທີ 12 ມີນາ 2026, ທີ່ສະໂມສອນແຂວງໄຊສົມບູນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ, ຜູ້ຊີ້ນຳວຽກງານຮອບດ້ານແຂວງ ໄຊສົມບູນ ໄດ້ພົບປະໂອ້ລົມ ຕໍ່ພະນັກງານຫຼັກແຫຼ່ງແຂວງໄຊສົມບູນ, ມີສະຫາຍ ພອຍຄຳ ຮຸ່ງບຸນຍວງ, ກຳມະການສູນກາງພັກ, ເລຂາພັກແຂວງ; ສະຫາຍ ພົຈວ ບົວພັນ ອິນທະປັນຍາ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ; ບັນດາສະຫາຍ ຄະນະປະຈຳພັກແຂວງ, ພະນັກງານຫຼັກແຫຼ່ງບັນດາພະແນກການ ແລະ ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ ຈໍ 101 ເຂົ້າຮ່ວມ.
ຕະຫຼອດໄລຍະປີ 2025 ຜ່ານມາ ຄະນະພັກ, ສະພາປະຊາຊົນ, ອົງການປົກຄອງແຂວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຄຽງຄູ່ກັບການຈັດຕັ້ງເຜີຍແຜ່ເຊື່ອມຊຶມ ບັນດານິຕິກຳຕ່າງໆ ໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ ຢ່າງເປັນຂະບວນກວ້າງຂວາງ, ເລິກເຊິ່ງ ແລະ ທົ່ວເຖິງເປົ້າໝາຍ, ນໍາພາສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 10 ບ້ານ ເທົ່າກັບ 200% ຂອງແຜນປີ, ສ້າງບ້ານປ້ອງກັນຄວາມສະຫງົບດີ ໄດ້ 11 ບ້ານ ເທົ່າກັບ 137,5% ຂອງແຜນປີ; ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນແຂວງ ເປັນຕົ້ນ: ການຕັ້ງສະໝໍ່າໄຮ-ຄັງສັດຢູ່ເຂດຫວງຫ້າມ, ລັກລອບຂຸດຄົ້ນແຮ່ຄໍາ, ຕັດໄມ້, ຂີ້ລັກງັດແງະ, ອາວຸດບໍ່ຖືກຕ້ອງ, ບັນຫາອຸປະຕິເຫດ ແລະ ອື່ນໆ ຫຼຸດໜ້ອຍຖອຍລົງເທື່ອລະກ້າວ. ພ້ອມກັນນັ້ນ, ໄດ້ເປັນເຈົ້າການສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງແຂງແຮງ; ເອົາໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ການເງິນ ຄັ້ງທີ IX ຂອງລັດຖະບານ ກໍ່ຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ການເງິນ ປະຈຳປີ 2025 ຂອງແຂວງ ຕິດພັນກັບການຈັດຕັ້ງປະຕິບັດດຳລັດ 414/ລບ ແລະ ວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຢ່າງມີແຜນການ, ມີຈຸດສຸມລະອຽດ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ ຕາມທິດຫັນເປັນທັນສະໄໝ, ເຊິ່ງລວມຍອດຜະລິດຕະພັນພາຍໃນ (GDP) ຢູ່ໃນລະດັບ 7,6%, ສະເລ່ຍໃສ່ຫົວຄົນ ບັນລຸໄດ້ 27,97 ລ້ານກີບ; ໄດ້ເອົາໃຈໃສ່ນໍາພາຄຸ້ມຄອງການລົງທຶນຂອງລັດ, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ສັນຍາ, ໄປພ້ອມກັບການປັບປຸງລະບອບ, ລະບຽບການ, ກົນໄກການຄຸ້ມຄອງ ແລະ ສົ່ງເສີມການຄ້າ, ການລົງທຶນ ມີຄວາມສະດວກ, ວ່ອງໄວຂຶ້ນກວ່າເກົ່າ, ອັນໄດ້ເຮັດໃຫ້ການລົງທຶນ ຂອງເອກະຊົນ ຢູ່ພາຍໃນແຂວງ ນັບມື້ເພີ່ມຂຶ້ນ.

ໃນໂອກາດດດັ່ງກ່າວ, ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສຳເລັດທີ່ແຂວງ ໄດ້ມີຄວາມພະຍາຍາມບຸກບືນ ຕະຫຼອດໄລຍະຜ່ານມາ ພ້ອມທັງ ໄດ້ເນັ້ນໜັກຕື່ມບາງດ້ານ ເປັນຕົ້ນ: ໃຫ້ສືບຕໍ່ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ; ແກ້ໄຂໜໍ່ແໜງ ທີ່ຈະພາໃຫ້ເກີດມີຄວາມບໍ່ສະຫງົບ ດ້ວຍຫຼາຍມາດຕະການ, ຫຼາຍວິທີການ ຢ່າງມີຈຸດສຸມ ແລະ ແທດເຖິງຕົວຈິງ; ຈັດຕັ້ງເຊື່ອມຊຶມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ; ເປັນເຈົ້າການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ; ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃຫ້ເຂົ້າສູ່ວຽກງານຕົວຈິງ; ປັບປຸງກໍ່ສ້າງພະນັກງານ ໃຫ້ມີຄຸນນະພາບ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຊື່ສັດ, ຈົງຮັກພັກດີຕໍ່ປະເທດຊາດ, ມີນໍ້າໃຈພິລະອາດຫານ, ເສຍສະຫຼະສູງ; ໃຫ້ຄະນະພັກແຕ່ລະຂັ້ນ ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ກໍ່ສ້າງພະນັກງານສືບທອດ ໃຫ້ມີຄວາມຕໍ່ເນື່ອງ; ເປັນເຈົ້າການກຳສະພາບ ຂອງກຸ່ມຄົນບໍ່ດີ ທີ່ຫວັງມ້າງເພທຳລາຍປະເທດຊາດ; ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນພາຍໃນ; ເພີ່ມທະວີການພົວພັນຮ່ວມມືກັບຕ່າງປະເທດ ເພື່ອດຶງດູດການລົງທຶນຢູ່ແຂວງ ນັບມື້ນັບຫຼາຍຂຶ້ນກວ່າເກົ່າ.


