ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານ ສູນກາງ ຊປປລ ຖະແຫຼງຂ່າວ ໃນໂອກາດວັນສ້າງຕັ້ງ ຄຊປປລ ຄົບຮອບ 69 ປີ ( 14 ເມສາ 1955 ຫາ 14 ເມສາ 2024).

Apr 12, 2024

ສະຫາຍ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານ ສູນກາງ ຊປປລ ຖະແຫຼງຂ່າວ ໃນໂອກາດວັນສ້າງຕັ້ງ ຄຊປປລ ຄົບຮອບ 69 ປີ ( 14 ເມສາ 1955 ຫາ 14 ເມສາ 2024).
ປີ 2024 ເປັນປີທີ່ມີຄວາມໝາຍສຳຄັນຍິ່ງ ໃນຊີວິດການເມືອງ-ສັງຄົມຂອງປະເທດເຮົາ. ທັງເປັນປີສະຫຼຸບຜົນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ພ້ອມນີ້ໃນວັນທີ 22 ມີນາ 2024 ກໍ່ເປັນວັນຄົບຮອບ 69 ປີ ຂອງການສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ( 22 ມີນາ 1955 – 22 ມີນາ 2024 ).
ສຳລັບຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຂອງພວກເຮົາປີນີ້ ກໍ່ແມ່ນເປັນໄລຍະທ້າຍແຫ່ງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ແລະ ຍັງມີເຫດການທາງປະຫວັດສາດທີ່ສຳຄັນຍິ່ງ ຂອງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ຂອງສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ຊາວໜຸ່ມລາວບັນດາເຜົ່າ, ນັ້ນກໍ່ຄືວັນສ້າງຕັ້ງ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ ໃນວັນທີ 14 ເມສາ 2024 ທີ່ອີກວາລະໜຶ່ງເຊິ່ງເປັນວັນທີ່ຊາວໜຸ່ມລາວພາຍໃນ ແລະ ຕ່າງປະເທດ ໄດ້ລະນຶກເຖິງຜົນງານຄວາມດີຂອງຜູ້ນຳຊາວໜຸ່ມທີ່ໄດ້ອຸທິດໃນການບຸກເບີກເຮັດໃຫ້ມີການຈັດຕັ້ງເຖິງປະຈຸບັນ.
ດັ່ງນັ້ນ, ຂ້າພະເຈົ້າໃນນາມສ່ວນຕົວ, ໃນນາມຄະນະເລຂາທິການ, ຄະນະບໍລິຫານງານ ສູນກາງ ຊາວໜຸ່ມ ປະຊາຊົນປະຕິວັດລາວ, ຂໍຮຽກຮ້ອງມາຍັງຄະນະຊາວໜຸ່ມ-ສະມາຊິກຊາວໜຸ່ມ ແລະ ເຍົາ ວະຊົນລາວບັນດາເຜົ່າ ຈົ່ງພ້ອມກັນສືບຕໍ່ເສີມຂະຫຍາຍບົດບາດປະຈັນບານ, ນຳໜ້າ, ເສີມຂະຫຍາຍມູນເຊື້ອວິລະຊົນຂອງຊາດລາວວິລະຊົນ, ຊາວໜຸ່ມຈົ່ງພ້ອມກັນສືບທອດມູນເຊື້ອທີ່ທະນົງອົງອາດ ສະ ຫຼາດສ່ອງໃສຂອງພັກ, ປະກອບສ່ວນຕັ້ງໜ້າເຂົ້າໃນການປະຕິບັດແນວທາງແຫ່ງການປ່ຽນແປງໃໝ່ ຮອບດ້ານ ແລະ ຢ່າງມີຫຼັກການຂອງພັກ, ໂດຍສະເພາະແມ່ນສ້າງຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົ່ງຮັກພັກດີຕໍ່ຊາດ-ຕໍ່ພັກ, ຕັ້ງໜ້າປັບປຸງກໍ່ສ້າງການຈັດຕັ້ງຂອງຕົນໃຫ້ໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນດຳລົງຊີວິດ ທີ່ສອດຄ່ອງ, ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຕ້ານ ແລະ ສະ ກັດກັ້ນປະກົດການຫຍໍ້ທໍ້ໃນໜູ່ຊາວໜຸ່ມ-ເຍົາວະຊົນໃຫ້ຫຼຸດໝ້ອຍຖອຍລົງ. ພ້ອມນີ້ຈະຕ້ອງໄດ້ສຸມໃສ່ໃນການພັດທະນາຄຸນນະພາບຊີວິດຂອງຊາວໜຸ່ມ-ເຍົາວະຊົນໃຫ້ນັບມື້ນັບດີຂຶ້ນ, ເພື່ອອຸທິດສະຕິ ປັນຍາ, ກຳລັງກາຍ ແລະ ເຫື່ອແຮງທັງໝົດຂອງຕົນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ, ສ້າງວຽກເຮັດງານທຳ, ການສຶກ ສາ, ກິລາກາຍຍະກຳ, ສິລະປະວັດທະນະທຳ ແລະ ສືບທອດປະເພນີອັນດີງາມຂອງຊາດ, ຈົ່ງພ້ອມກັນຄົ້ນຄວ້າຮ່ຳຮຽນຫາຄວາມຮູ້, ຄວາມສາມາດຕ່າງໆ ເປັນຕົ້ນແມ່ນທາງດ້ານເຕັກນິກວິທະຍາສາດ, ເຕັກໂນໂລຊີທີ່ທັນສະໄໝ ແລະ ການນຳໃຊ້ເຕັກໂນໂລຊີຫັນເປັນເສດຖະກິດດີຈີຕອນ. ເຊິ່ງທັງໝົດນີ້ ຈະເປັນການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການປົກປັກຮັກສາ, ພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ທັງເປັນຜົນງານ ຫຼື ສົມບັດທີ່ມີຄ່າສູງສຸດໃນຊີວິດທີ່ມີຄວາມໜຸ່ມ ແໜ້ນ ຂອງພວກເຮົາ.
ໃນໂອກາດບຸນກຸດສົງການປີໃໝ່ລາວ ພ.ສ 2567 ແລະ ທັງແມ່ນມື້ສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ, ໃນວັນທີ 14 ເມສາ 2024 ນີ້, ຂ້າພະເຈົ້າ ຂໍອວຍພອນໄຊ ໃຫ້ພອນມາຍັງບັນດາທ່ານການນຳພັກ-ລັດ, ນັກປະຕິວັດອາວຸໂສ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ສືບຕໍ່ຊີ້ນຳໆພາປະຊາຊົນລາວບັນດາເຜົ່າ ພັດທະນາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ-ສັງຄົມ ມີປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ.
ຂໍອວຍພອນໄຊອັນປະເສີດແດ່ການນຳພັກລັດຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ, ສະມາຊິກຊາວໜຸ່ມ ແລະ ເຍົາວະຊົນ-ອານຸຊົນລາວບັນດາເຜົ່າ ຈົ່ງມີແຕ່ຄວາມສຸກກາຍສະບາຍໃຈ ສືບຕໍ່ຈັດຕັ້ງປະຕິະບັດເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ໃຫ້ບັນລຸຜົນເປັນຈິງ, ຕັດສິນໃຈບຸກທະລຸໄດ້ໃນຄາດໝາຍ 4 ບຸກທະລຸ ທີ່ພັກວາງອອກ ໂດຍຕິດພັນກັບຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມພວກເຮົາ ແລະ ຖືເອົາວັນທີ 14 ເມສາ ເຊິ່ງເປັນວັນສ້າງຕັ້ງ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເປັນວັນສຳຄັນຍິ່ງໃຫຍ່, ເປັນວັນເຕົ້າໂຮມຄວາມສາມັກຄີຊາວໜຸ່ມລາວບັນດາເຜົ່າ, ເປັນວັນແຫ່ງການສຶກສາຮ່ຳຮຽນ ແລະ ສືບທອດມູນເຊື້ອຊາວໜຸ່ມຮຸ່ນກ່ອນ, ເພື່ອເຮັດໃຫ້ພາລະບົດບາດຂອງອົງການຈັດຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວກວ້າງຂວາງສູງສົ່ງ ແລະ ໜັກແໜ້ນເຂັ້ມແຂງຂຶ້ນຊັກໃຊ້, ສືບຕໍ່ສ້າງຜົນງານຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງພັກຂອງຊາດ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເປັນຕົ້ນແມ່ນສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຂອງຜູ້ແທນຊາວໜຸ່ມປະຊາຊົນປະຕິວັດລາວ ໃນຕໍ່ໜ້ານີ້, ຊາວໜຸ່ມຈົ່ງນຳໜ້າ, ປະຈັນບານເຂົ້າໃນໜ້າທີ່ການງານ ໃຫ້ສົມກັບ ປະທານໄກສອນ ພົມວິຫານ ຂະໜານນາມໄວ້ວ່າ: “ ຊາວໜຸ່ມຈົ່ງກາຍເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊ ແຫ່ງຍຸກສະໄໝພວກເຮົາ ”.
“ ເພື່ອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຊາວໜຸ່ມລາວອາດຫານກ້າວຂຶ້ນ ”.