ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງມຸນລະປະໂມກ ຄັ້ງທີ IX ໄດ້ສໍາເລັດລົງໃນວັນທີ 31 ມັງກອນ 2025 ໂດຍການ ເຂົ້າຮ່ວມຂອງສະຫາຍ ອາລູນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ.
ກອງປະຊຸມໃຫຍ່ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ໄດ້ຮັບຮອງເອົາຢ່າງເປັນເອກະສັນລາຍງານການເມືອງທັງ2 ພາກແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງຄະນະບໍລິຫານງານພັກເມືອງມຸນລະປະໂມກ ກອງປະຊຸມໄດ້ສະແດງຄວາມເຫັນດີເປັນເອກະພາບນໍາການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍຸ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍຸ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ເມືອງເປັນຕົ້ນແມ່ນ ບັນດາຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ໃນຂົງເຂດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະ ກິດ-ສັງຄົມ, ການປັບປຸງບູລະນະລະບົບອໍານາດແຫຸ່ງລັດ, ວຽກງານກໍໍ່ສ້າງພັກ-ພະນັກງານ, ວຽກງານແນວລາວສ້າງຊາດ, ວຽກ ງານສະຫະພັນນັກຮົບເກົ່າ ແລະ ວຽກງານອົງການຈັດຕັ້ງມະຫາ ຊົນ.
ກອງປະຊຸມໃຫຍ່ໄດ້ ປະກອບຄໍາເຫັນຈາກຜູ້ແທນກອງປະຊຸມຢ່າງກົງໄປກົງມາຕໍໍ່ກັບບັນດາຂໍໍ້ຄົງຄ້າງໃນການນໍາພາ-ຊີ້ນໍາຂອງອົງຄະນະພັກເມືອງມຸນລະປະໂມກ; ເຊິ່ງເປັນສາເຫດພາໃຫ້ການຈັດຕັ້ງປະຕິບັດວຽກງານຈຸດສຸມໃນບາງດ້ານບໍໍ່ທັນບັນລຸຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ກອງປະຊຸມໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງ ສະ ໄໝທີ IX ລວມທັງໝົດ 27 ສະຫາຍ, ຍິງ 5 ສະຫາຍ ເພື່ອເປັນແກ່ນສານນໍາພາທົ່ວສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ພໍໍ່ແມ່ປະຊາຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ໃຫ້ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.
ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກກະສັນຢ່າງສົມບູນ ເລືອກຕັ້ງເອົາຄະນະປະຈໍາພັກເມືອງ 9 ສະຫາຍ ຍິງ 3 ສະຫາຍ.
ກອງປະຊຸມໄດ້ລົງປະຊາມະຕິເລືອກເອົາ ສະຫາຍ ວັນນະສັກ ຊາດຕະກຸນ,ເປັນ ເລຂາຄະນະບໍລິຫານງານພັກເມືອງມຸນລະປະໂມກ ຊຸດທີIX; ສະຫາຍ ສະຫາຍ ວັນລະເດດ ແກ້ວ ຈັນທາ ເປັນຮອງເລຂາ, ສະຫາຍ ສົມຈັນ ສີ ຈັນແດງ ເປັນຮອງເລຂາ ທັງເປັນປະທານກວດກາ ພັກ.
ກອງປະຊຸມໄດ້ເລືອກເອົາຜູ້ແທນສົມບູນ 20 ສະຫາຍ, ຍິງ 4 ສະຫາຍ ແລະ ຜູ້ແທນສໍາຮອງ 3 ສະຫາຍ, ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຈໍາປາສັກຄັ້ງທີ IX.
ສະຫາຍ ອາລຸນໄຊ ສູນນະລາດ ໄດ້ມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງຕໍ່ຄະນະບໍລິຫານງານພັກເມືອງຊຸດໃໝ່ ໂດຍສະຫາຍໄດ້ເນັ້ນໜັກໃຫ້ເພີ່ມທະວີເອົາໃຈໃສ່ສືບຕໍ່ເຮັດວຽກງານການເມືອງ- ແນວຄິດ ຢູ່ແຕ່ລະຂະແໜງການ ຂອງເມືອງ-ຮາກຖານບ້ານ ໃຫ້ແຂງແຮງ, ເລິກເຊິ່ງກວ່າເກົ່າ, ສືບກຕໍ່ປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃໝ່ ໃຫ້ສະມາຊິກພັກ, ຍົກສູງສິດເປັນເຈົ້າຂອງປະ ຊາຊົນ, ຍູ້ແຮງການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງພັດທະນາເສດຖະກິດ- ສັງຄົມຄົມກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
Cr: ເທດສະໜາ ແກ້ວສຸວັນນະແສງ






