ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ວັນໄຊ ແພງຊຸມມາ ຖືກແຕ່ງຕັ້ງເປັນຮອງຫົວໜ້າຫ້ອງວ່າການສູນກາງພັກ

Oct 13, 2023

ໃນຕອນເຊົ້າ ວັນທີ 13 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ ໄດ້ຈັດຕັ້ງພິທີປະກາດການຈັດຕັ້ງຂຶ້ນ ໂດຍການເຂົ້າຮ່ວມ ຂອງສະຫາຍ ທອງສະຫຼິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ. ໂດຍມີບັນດາຄະນະພັກ, ຄະນະຫ້ອງ, ພາກ ສ່ວນກ່ຽວຂ້ອງ ແລະ ພະນັກງານ-ລັດຖະກອນຫ້ອງວ່າການສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກສະບັບເລກທີ 22/ກມສພ, ລົງວັນທີ 27 ກັນຍາ 2023 ວ່າດ້ວຍການບົ່ງໂຕແຕ່ງຕັ້ງ ສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ເປັນຮອງຫົວໜ້າຫ້ອງວ່າການສູນກາງພັກ; ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 438/ຄລສພ ລົງວັນທີ 27 ກັນຍາ 2023 ວ່າດ້ວຍການບົ່ງໂຕແຕ່ງຕັ້ງ ສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ເປັນກຳມະການພັກ ຄະນະປະຈຳພັກ ຫ້ອງວ່າການສູນກາງພັກ, ການແຕ່ງຕັ້ງຄັ້ງນີ້ ຍ້ອນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ດັ່ງນັ້ນ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຈຶ່ງໄດ້ຕົກລົງຈັດວາງ-ສັບຊ້ອນພະນັກງານການນຳຂັ້ນສູງບາງຕຳແໜ່ງຄືນໃໝ່ ຖືວ່າເປັນວຽກປົກກະຕິ ແລະ ເປັນຫຼັກການອັນໜຶ່ງຂອງພັກ ໃນວຽກງານພະນັກງານ ເພື່ອປັບປຸງການນໍາພາໃຫ້ດີຂຶ້ນເລື້ອຍໆ ທັງເປັນການຍົກສູງລະດັບຄວາມຮູ້, ຄວາມສາມາດໃນວຽກງານຕົວຈິງຂອງພະນັກງານການນໍາ
ຂ່າວ- ພາບ: ພູວຽງຄໍາ