ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ສິດທິສັກ ວໍລະລາດ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານການຊາວໜຸ່ມ ກະຊວງ ຖວທ

Feb 14, 2025

ກອງ​ປະ​ຊຸມ​ໃຫຍ່ຜູ້ແທນຊາວ​ໜຸ່ມກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວ​ທ) ຄັ້ງ​ທີ IX ຈັດຂຶ້ນໃນວັນທີ 14 ກຸມພາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີ ສະຫາຍ ມອນໄຊ ລາວມົວຊົ່ງ,​​ ກໍາມະການ​ສຳ​ຮອງສູນກາງພັກ, ເລຂາ​ຄະນະບໍ​ລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ ປະຊາຊົນ ປະຕິວັດ​ລາວ, ສະຫາຍ ວັນ​ສີ ກົວ​ມົວ ກໍາມະການ​ສຳ​ຮອງສູນກາງພັກ, ຮອງເລຂາຄະນະພັກກະຊວງ, ​ຮອງລັດຖະ ມົນຕີ ກະຊວງ ຖວທ, ພ້ອມດ້ວຍຜູ້ແທນຊາວໜຸ່ມທົ່ວກະຊວງ ຖວທ ແລະ ແຂກຮັບເຊີນ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຮອງ​ເອົາ​ບົດ​ລາຍ​ງານ​ການ​ເມືອງ, ບົດສໍາຫລວດການນໍາພາ ​ຂອງ​ຄະນະ​ບໍລິຫານ​ງານຊາວໜຸ່ມປະຊາຊົນປະຕິວັດລາວ (ຊປປລ) ກະຊວງ ຖວທ ທີ່​ໄດ້​​ຕີ​ລາຄາ​ການ​ຈັດຕັ້ງປະຕິບັດ​ວຽກ​ງານ ​ການນຳ​ພາ-​ຊີ້ນຳ ຂອງຄະນະ​ບໍລິຫານງານໃນ​ໄລຍະ​ຜ່ານ​ມາ ​​ເຊິ່ງຍາມ​ໃດ​ກໍ​ຖື​ເອົາ​ວຽກ​ງານພັດທະນາ​ຊາວໜຸ່ມ​ ຕາມຂໍ້​ແຂ່ງຂັນ ​4 ບຸກຂອງ​ຄະນະ ຊປປລ ​​ແລະ ຕິດ​ພັນ​ກັບ​ການພັດທະນາວຽກງານ ຖວທ ​ໄດ້ຍົກ​ໃຫ້​ເຫັນ​ບັນດາ​ຜົນ​ງານ​, ຈຸດ​ດີ, ຈຸດ​ອ່ອນ ແລະ ຂໍ້​ຄົງ​ຄ້າງ ຂອງການ​ເຄື່ອນ​ໄຫວ​ວຽກ​ງານ​ຊາວໜຸ່ມໃນ​ໄລ​ຍະຜ່ານ​ມາ, ​ສາ​ເຫດ​ຂອງ​ຈຸດ​ດີ ແລະ ຈຸດ​ອ່ອນ ພ້ອມ​ທັງ​ໄດ້​ມີ​ການ​ຖອດ​ຖອນ​ບົດ​ຮຽນ​ການ​ຈັດຕັ້ງປະຕິບັດ​ວຽກ​ງານ​ດັ່ງ​ກ່າວ ຢ່າງ​ກົງ​ໄປ​ກົງ​ມາ.
ພ້ອມນີ້, ຍັງໄດ້ ຮັບຮອງ​ເອົາ​ທິດ​ທາງ​ແຜນ​ການ, ວິທີ ແລະ ມາດ​ຕະການ​ຈັດຕັ້ງປະຕິບັດ​ໃນ​ຕໍ່ໜ້າ ແນ​ໃສ່​ປັບປຸງວຽກ​ງານ​ການ​ເຄື່ອນ​ໄຫວ​ຊາວໜຸ່ມກະຊວງ ຖວທ ຕິດ​ພັນ​ກັບ​ການ​ຈັດຕັ້ງປະຕິບັດໜ້າທີ່​ການ​ເມືອງ​ ໃນການ​ຄົ້ນ​ຄວ້າ​ນະ​ໂຍບາຍ, ​ວາງ​ແຜນ, ອະນຸລັກ, ປົກປັກຮັກສາ, ​ເສີມຂະຫຍາຍ ໃຫ້ມີຄວາມໜັ້ນຄົງ ແລະ ພັດທະນາໃຫ້ມີຄວາມຫລາກຫລາຍ, ມີຄວາມຖືກຕ້ອງ ແລະ ທັນເວລາ ແນ​ໃສ່​ປະກອບ​ສ່ວນ​​ແກ່​ການ​ຈັດຕັ້ງປະຕິບັດແຜນພັດທະນາວຽກງານ ຖວທ ແລະ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ຂອງ​ປະ​ເທດ ​ໃຫ້​ປະສົບ​ຜົນ​ສຳ​ເລັດ​ຕາມ​ລະດັບ​ຄາດໝາຍ.
ກອງ​ປະຊຸມ ຍັງໄດ້​​ປ່ອນ​ບັດ​ເລືອກ​ຕັ້ງເອົາຄະນະ​ບໍລິຫານ​ງານຊາວໜຸ່ມ ກະຊວງ ຖວທ ຊຸດ​ໃໝ່ ເຊິ່ງມີຜູ້ລົງສະໝັກເລືອກຕັ້ງທັງໝົດ 21 ສະຫາຍ, ເລືອກເອົາ 17 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເຫັນດີເປັນເອກະພາບ ເລືອກເອົາຄະນະປະຈຳ- ຄະນະບໍລິຫານງານຊາວໜຸ່ມກະຊວງ 7 ສະຫາຍ, ຄະນະເລຂາ 4 ສະຫາຍ, ຄະນະກວດກາ 3 ສະຫາຍ, ຜູ້ແທນສົມບູນໄປຮ່ວມກອງປະຊຸມ 4 ສະຫາຍ, ສຳຮອງ 2 ສະຫາຍ. ເຫັນດີ ເປັນເອກະພາບ ເລືອກເອົາສະຫາຍ ສິດທິສັກ ວໍລະລາດ ເປັນເລຂາຄະ​ນະ​ບໍ​ລິ​ຫານ​ງານ​ຊາວ​ໜຸ່ມ​ກະ​ຊວງ, ສະຫາຍ ນາງ ສີວັນໄຊ ສີພັນຄຳ ເປັນຮອງເລຂາ, ທັງເປັນປະທານກວດກາ, ເລືອກເອົາ ສະຫາຍ ນາງ ອາ​ລຸນ​ນີ ປັນ​ຍາ​ສິດ ແລະ ສະຫາຍ ເດດ​ນະ​ຄອນ ຫລວງ​ໂມ​ວິ​ຫານ ເປັນ​ຮອງເລຂາ.
ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການໂອ້ລົມ ຈາກ ສະຫາຍ ວັນ​ສີ ກົວ​ມົວ ແລະ ສະຫາຍ ມອນໄຊ ລາວມົວຊົ່ງ​, ເຊິ່ງທັງສອງສະຫາຍ ຕ່າງສະແດງຄວາມຍ້ອງຍໍຊົມ ເຊີຍຕໍຜົນສໍາເລັດທີ່ຊາວໜຸ່ມກະຊວງ ຖວທ ຍາດມາໄດ້ຕະຫລອດໄລຍະ 5 ປີ ຜ່ານມາ, ພ້ອມນີ້ ຍັງເນັ້ນຫລາຍບັນຫາເພື່ອເປັນເຂັມທິດ ຊີ້ເຍື້ອງທາງໃຫ້ແກ່ຄະນະ​ບໍລິ ຫານ​ງານຊາວໜຸ່ມ ກະຊວງ ຖວທ ຊຸດ​ໃໝ່ ເປັນຕົ້ນ: ໃຫ້ສືບຕໍ່ຖືສໍາຄັນ ຽກງານການສຶກສາອົບຮົມການເມືອງແນວຄິດ ໃຫ້ຊາວໜຸ່ມເປັນກົກໃນຖັນແຖວຊາວໜຸ່ມລັດຖະກອນ ທີ່ສັງກັດຢູ່ກະຊວງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ພ້ອມທັງເນັ້ນໃຫ້ຊາວໜຸ່ມທົ່ວກະຊວງ ຖວທ ເຊື້ອໝັ້ນຕໍ່ການນຳພາຂອງພັກ, ລັດ ກໍຄື ການນຳ ພາຂອງຄະນະບໍລິ ຫານງານຊາວໜຸ່ມຊຸດໃໝ່ ແນໃສ່ເຮັດໃຫ້ວຽກງານຊາວໜຸ່ມ ມີຜົນສຳເລັດເປັນກ້າວໆ ແລະ ກຳແໜ້ນແນວທາງນະໂຍບາຍຂອງພັກ, ລັດ ວາງອອກ, ກຳແໜ້ນວຽກງານວິຊາສະເພາະຫັນເປັນມືອາຊີບ.
ນອກຈາກນີ້, ຕ້ອງມີນຳໃຈເສຍສະຫລະ ເພື່ອໝູ່, ເພື່ອສ່ວນລວມ, ເພື່ອອົງການຈັດຕັ້ງ, ອັນສຳຄັນ ຕ້ອງມີຄວາມສາມັກຄີ, ປອງດອງ, ເອື້ອເຟື້ອເຜື່ອແຜ່, ຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ດ້ວຍຄວາມບໍລິສຸດໃຈ, ສຸມທຸກສະຕິປັນຍາ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ທີ່ໄດ້ຮັບມອບໝາຍ ໃຫ້ປະສົບຜົນສຳເລັດ; ພະຍາຍາມຝຶກຝົນຫລໍ່ຫລອມຕົນເອງໃຫ້ມີຄວາມເຂັ້ມງວດຕໍ່ລະບຽບກົດໝາຍ, ມີແບບແຜນວິທີນຳພາ-ຊີ້ນຳ ທີ່ໜັກແໜ້ນ, ຖືກຕ້ອງ, ຊັດເຈນ, ນຳພາແບບເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ເໝາະສົມ-ຖືກຕາມຄວາມສາມາດຂອງແຕ່ລະບຸກຄົນ, ຄະ​ນະ​ບໍ​ລິ​ຫານ​ງານ​ຊາວ​ໜຸ່ມ​ກະ​ຊວງຊຸດໃໝ່ ຕ້ອງຮີບຮ້ອນກະກຽມເປີດກອງປະຊຸມຄົບຄະ ນະບໍລິຫານງານຊາວ ໜຸ່ມ ເພື່ອແບ່ງຄວາມຮັບຜິດຊອບ ໃຫ້ແຕ່ລະສະຫາຍຄະນະປະຈຳ ແລະ ຄະນະບໍລິ ຫານງານຊາວໜຸ່ມ ໃຫ້ເປັນອັນລະອຽດ ແນໃສ່ເຮັດໃຫ້ວຽກ ງານຊາວໜຸ່ມ ໃນແຕ່ລະຂົງເຂດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ອື່ນໆ.