ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ສີສະຫວາດ ເພັງທະລັງສີ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກເມືອງອາດສະພັງທອງ

Feb 7, 2025

ສະຫາຍ ສີສະຫວາດ ເພັງທະລັງສີ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກເມືອງອາດສະພັງທອງ
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງອາດສະພັງທອງ ຄັ້ງທີ IX ໄດ້ອັດລົງດ້ວຍຜົນສຳເລັດ ໃນວັນທີ 6 ກຸມພາ 2025 ທີ່ສະໂມສອນຂອງເມືອງ ພາຍຫລັງດໍາເນີນມາເປັນເວລາ 2 ວັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນໂຈມ ອຸບົນປະເສີດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ.
ໃນກອງປະຊຸມ, ບັນດາສະຫາຍຜູ້ແທນສົມບູນຈຳນວນ 135 ສະຫາຍ, ຍິງ 20 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ຊຸດທີ IX ບົນພື້ນຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ລົງສະໝັກເລືອກຕັ້ງຈຳນວນ 27 ສະຫາຍ, ຍິງ 3 ສະຫາຍ ແລະ ເລືອກໄດ້ 23 ສະຫາຍ, ຍິງ 2 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກເມືອງອາດສະພັງທອງຊຸດໃໝ່ ໄດ້ເປັນເອກະພາບເລືອກຕັ້ງເອົາຄະນະປະຈຳພັກ ພັກເມືອງຈໍານວນ 7 ສະ ຫາຍ,ເລືອກໄດ້ເອົາສະຫາຍ ສີສະຫວາດ ເພັງທະລັງສີ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ສົມພິດ ພຸດທະວົງ ແລະ ສະຫາຍ ເນດຄໍາ ສຸດທະລັກ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ. ເລືອກເອົາສະຫາຍ ໄພວັນ ແສງສຸລິຍາ ເປັນປະທານຄະນະກວດກາພັກເມືອງ, ສະຫາຍ ພາສີ ຈັນທະວີສຸກ ແລະ ສະຫາຍ ທອງຊົນ ລາດຊະກຸມມານ ເປັນຮອງປະທານຄະນະກວດກາພັກເມືອງ.
ກອງປະຊຸມຍັງໄດ້ເລືອກເອົາຜູ້ແທນສົມບູນ ແລະ ສຳຮອງຈໍານວນໜຶ່ງ ເພື່ອໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງສະຫວັນນະເຂດ ຕື່ມອີກ.
ກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ເພື່ອເປັນເຂັມທິດໃນການນຳພາຊີ້ນຳຂອງອົງຄະນະພັກເມືອງ ໃນຕໍ່ໜ້າໂດຍສະຫາຍໄດ້ເນັ້ນໃຫ້ ເພີ່ມທະວີຄວາມຮັບຜິດຊອບ ຂອງການນຳຂັ້ນຕ່າງໆ ເຂົ້າໃນວຽກງານການເມືອງ-ແນວຄິດໃຫ້ສູງຂຶ້ນກວ່າເກົ່າ, ເພີ່ມຄວາມສາມາດ ໃນການໂຄສະນາ ກ່ຽວກັບ ແນວທາງນະໂຍບາຍຂອງພັກ – ລັດ ສະພາບການຂອງສັງຄົມ, ສາລະໜ້າຮູ້ໃນດ້ານຕ່າງໆ ໃຫ້ກວ້າງຂວາງ ແລະ ລົງເຖິງປະຊາຊົນທີ່ຢູ່ທ້ອງຖິ່ນຮາກຖານ ຫຼື ເຂດທີ່ຫ່າງ ໄກສອກຫຼີກ ເພີ່ມຄວາມແຫຼມຄົມ ຂອງການສຶກສາອົບຮົມ ເສີມຂະຫຍາຍແນວຄິດຮັກຊາດ ຕິດພັນກັບ ຮັກລະບອບປະຊາທິປະໄຕ ປະຊາຊົນ, ຢຶດໝັ້ນລັດທິມາກ-ເລ ນິນ ແລະ ຈຸດໝາຍສັງຄົມນິຍົມ, ຢຶດໝັ້ນການນໍາພາ-ຊີ້ນຳ ແລະ ຫຼັກການໃນການເຄື່ອນໄຫວຂອງພັກ, ສືບຕໍ່ເພີ່ມທະວີການນໍາພາ-ຊີ້ນໍາວຽກງານຫັນລົງກໍ່ສ້າງຮາກ ຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກ ແລະ ເຮັດວຽກງານ 3 ສ້າງ ໃຫ້ແຂງແຮງກວ່າເກົ່າ ແລະ ອື່ນໆ.
ຂ່າວ – ພາບ: ອັກສອນສິນ ພົມມະຈັນ