ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ສຸກສະເຫຼີມ ສົມມະນີ ໄດ້ຮັບເລືອກເປັນເລຂາພັກເມືອງທ່າໂທມ

Feb 14, 2025

ສະຫາຍ ສຸກສະເຫຼີມ ສົມມະນີ ໄດ້ຮັບເລືອກເປັນເລຂາພັກເມືອງທ່າໂທມ
ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກເມືອງທ່າໂທມ ແຂວງໄຊສົມບູນ ໄດ້ອັດລົງໃນຕອນແລງຂອງວັນທີ 13 ກຸມພາ 2025 ພາຍຫລັງດໍາເນີນມາເປັນເວລາ 2 ວັນ ຢູ່ທີ່ສະໂມສອນເມືອງ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊສົມບູນ.
ກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ ທີ່ໄດ້ຕີລາຄາທົບທວນຄືນວຽກງານຮອບດ້ານ ແລະ ຢັ້ງຢືນແນວທາງປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ ແມ່ນສອດຄ່ອງກັບສະພາບຄວາມເປັນຈິງ, ສາມາດຕອບສະໜອງກັບຄວາມມຸ່ງ ມາດປາດຖະໜາຂອງປະຊາຊົນບັນດາເຜົ່າພາຍໃນເມືອງ, ໃນໄລ ຍະ 5 ປີຜ່ານມາ ດ້ວຍຄວາມເອົາໃຈໃສ່ຢ່າງຈົດຈໍ່ຂອງອົງຄະນະພັກເມືອງ ບວກກັບກາລະໂອກາດທີ່ເອື້ອອຳນວຍຫຼາຍດ້ານ ເຮັດໃຫ້ເມືອງຂອງພວກເຮົາມີສະຖຽນລະພາບທາງດ້ານການ ເມືອງ, ການພັດທະນາເສດຖະກິດ-ສັງຄົມມີບາດກ້າວອັນໃໝ່, ເສດຖະກິດຂະຫຍາຍຕົວສະເລ່ຍ ລະດັບ 8,59% ຕໍ່ປີ, ທຽບໃສ່ກອງປະຊຸມໃຫຍ່ຄັ້ງທີ V ເພີ່ມຂຶ້ນ 1,59% ສະເລ່ຍລາຍຮັບ 13 ລ້ານກວ່າກີບ/ຄົນ/ປີ.
ຄຽງຄູ່ກັບຜົນສໍາເລັດທີ່ໄດ້ຈັດຕັ້ງປະຕິບັດຜ່ານມາຍັງມີຈຸດອ່ອນ-ຂໍ້ຄົງຄ້າງທີ່ຈະພ້ອມກັນຈັດຕັ້ງປະຕິບັດ ໂດຍສະເພາະການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກເມືອງ, ສາມາດຖອດຖອນບົດຮຽນເພື່ອແກ້ໄຂໃນຕໍ່ໜ້າ.
ກອງປະຊຸມໃຫຍ່ໄດ້ຮັບຮອງເອົາແນວທາງ, ໜ້າທີ່, ຄາດ ໝາຍສູ້ຊົນຕົ້ນຕໍແຕ່ນີ້ເຖິງປີ 2029 ຕາມຄໍາຂວັນທີ່ວ່າ: ສ້າງເມືອງທ່າໂທມ ໃຫ້ເປັນເມືອງຜະລິດກະສິກໍາເປັນສິນຄ້າ ຕິດພັນກັບການປັບປຸງແຜນນໍາໃຊ້ທີ່ດິນຄືນໃໝ່, ສົ່ງ ເສີມການບໍລິການ, ອຸດສະຫະກໍາປຸງແຕ່ງທັນສະໄໝ, ປົກປັກຮັກສາສິ່ງແວດລ້ອມຕາມທິດສີຂຽວ-ຍືນຍົງ, ພັດທະນາຊັບພະຍາກອນມະນຸດ ແລະ ປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ດີຂຶ້ນ.
ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດທີ VI, ມີຜູ້ເຂົ້າຮັບສະໝັກເລືອກຕັ້ງທັງໝົດ 29 ສະຫາຍ, ຍິງ 4 ສະຫາຍ, ໃນນີ້ເລືອກໄດ້ 25 ສະຫາຍ, ຍິງ 3 ສະຫາຍ
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກເມືອງທ່າໂທມ ຄັ້ງທີ VI ໄດ້ເປັນເອກະພາບກັນຢ່າງເປັນເອກະສັນ ເລືອກຕັ້ງເອົາຄະນະປະຈຳພັກເມືອງ ຈໍານວນ 7 ສະຫາຍ.
ເລືອກເອົາ ສະຫາຍ ສຸກສະເຫຼີມ ສົມມະນີ ເປັນເລຂາຄະນະບໍລິຫານງານພັກເມືອງ; ສະຫາຍ ຄຳເປີ້ນ ໄຂຄຳໝັ້ນ ເປັນຮອງເລຂາພັກເມືອງ, ຮັບຜິດ ຊອບຊີ້ນຳວຽກງານການເມືອງແນວ ຄິດ, ວຽກງານພັກ-ພະນັກ ງານ, ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ອົງການຈັດຕັ້ງມະ ຫາຊົນຂອງເມືອງທັງຄວບຕຳ ແໜ່ງຫົວໜ້າຄະນະຈັດຕັ້ງເມືອງ, ສະຫາຍ ຄຳເຜີຍ ແສງສະຫວ່າງ ເປັນຮອງເລຂາພັກເມືອງ, ຮັກສາການປະທານກຳມະການປົກ ຄອງເມືອງ.
ເລືອກຕັ້ງເອົາສະຫາຍ ວັນດີ ທໍາມະຕານ ເປັນປະທານກວດກາພັກ; ສະຫາຍ ເພັດສາຄອນ ວໍລະບຸດ ແລະ ສະຫາຍ ນາງ ບົວວັນ ທີພັນທະວົງ ເປັນຮອງປະທານກວດກາພັກ.
ກອງປະຊຸມ ຍັງໄດ້ຮັບຟັງຄຳໂອ້ລົມຂອງສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານານພັກແຂວງໄຊສົມບູນ ເພື່ອຊີ້ທິດເບື້ອງທາງໃຫ້ແກ່ການເຄື່ອນໄຫວວຽກງານຂອງອົງຄະນະພັກເມືອງທ່າໂທມໃນ 5 ປີ ຕໍ່ຫນ້າ ຕື່ມອີກ.
Cr: ສົມໝາຍ ຈິດຕະວົງ