ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໜອງບົກ ຄັ້ງທີ X ໄດ້ອັດລົງໃນວັນທີ 10 ມັງກອນ 2025 ພາຍຫລັງດໍາເນີນມາເປັນເວລາ 2 ວັນ ໂດຍມີ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຄໍາມ່ວນ, ພ້ອມດ້ວຍສະມາຊິກພັກສົມບູນຈໍານວນ 169 ສະຫາຍ , ຍິງ 16 ສະຫາຍທີ່ຕາງໜ້າໃຫ້ແກ່ສະມາຊິກພັກໃນທົ່ວເມືອງຈໍານວນທັງໝົດ 1,819 ສະຫາຍ , ຍິງ 585 ສະຫາຍ .
ໃນມື້ສຸດທ້າຍຂອງກອງປະຊຸມ, ບັນດາຜູ້ແທນສົມບູນໄດ້ໃຊ້ສິີດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ແລະ ຜູ້ແທນສົມບູນ, ສໍາຮອງໄປຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ X ຈໍານວນ 27 ສະຫາຍ, ຍິງ 04 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກແຂວງຄໍາມ່ວນຊຸດໃໝ່ ຕົກລົງເຫັນດີເລືອກເອົາ ສະຫາຍ ສຸລິນ ພົມມະໄຊ ເປັນເລ ຂາຄະນະບໍລິຫານງານພັກເມືອງ, ສະຫາຍ ສຸວັນໂນ ວິໄລວັນ ແລະ ສະຫາຍ ອຸທອນຖະວິນ ວໍລະຈັກ ເປັນຮອງເລຂາ, ສ່ວນປະທານ,ຮອງປະທານຄະນະກວດກາພັກເມືອງ ປະກອບມີ ສະຫາຍ ໄພວັນ ໄຊປັນຍາ ເປັນປະທານ, ສະຫາຍ ໄກສອນ ຈະເລີນສຸກ ແລະ ສະຫາຍ ສີທັດ ວົງນະຄອນ ເປັນຮອງປະທານ . ນອກນັ້ນ, ຍັງມີຄະນະປະຈໍາພັກເມືອງຈໍານວນ 09 ສະຫາຍ,ຍິງ 01 ສະຫາຍ ຄື : ສະຫາຍ ສຸລິນ ພົມມະໄຊ , ສະຫາຍ ສຸວັນໂນ ວິໄລວັນ , ສະຫາຍ ອຸທອນຖະວິນ ວໍລະຈັກ , ສະຫາຍ ໄພວັນ ໄຊປັນຍາ, ສະຫາຍ ຄໍາມອນ ພົມພິພັກ , ສະຫາຍ ຄໍາສິງ ແສງດາວັນ,ສະຫາຍ ຂວັນເພັດ ມະນີປະກອນ , ສະຫາຍ ນາງ ດອກຟ້າ ເພັດວິຫານ ແລະ ສະຫາຍ ພັທ ເພັດ ໂພທິລາດ .
ກອງປະຊຸມ ໄດ້ປ່ອນບັດເອົາຜູ້ແທນສົມບູນ ແລະ ສໍາຮອງໄປຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງຄໍາມ່ວນສະໄໝທີ XI ຈໍານວນ 24 ສະຫາຍ,ຍິງ 03 ສະຫາຍ ໃນນັ້ນ ຜູ້ແທນສົມບູນ 21 ສະຫາຍ,ຍິງ 03 ສະຫາຍ ແລະ ຜູ້ແທນສໍາຮອງຈໍານວນ 03 ສະຫາຍ.
ຂ່າວ-ພາບ : ແດງສະຫວັດ ແສນພານິດ





