ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ສົມຫວັງ ພອນຄໍາວົງສາ ໄດ້ຮັບເລືອກເປັນເລຂາຄະນະ ບໍລິຫານງານພັກເມືອງນໍ້າບາກ ອີກສະໄໝ

Jan 16, 2025

ກອງປະຊຸມໃຫຍ່ຄັ້ງທີ X ອົງຄະນະພັກເມືອງ ນໍ້າບາກ ແຂວງຫຼວງພະບາງ ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 13-14 ມັງກອນ 2025 ເຊິ່ງເປັນເມືອງທໍາອິດຂອງແຂວງທີ່ໄດ້ດໍາເນີນກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງໃນທົ່ວແຂວງ. ໂດຍການເປັນປະທານຂອງ ສະຫາຍ ສົມຫວັງ ພອນຄໍາວົງສາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ນໍ້າບາກ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຄໍາຂັນ ຈັນທະວີສຸກ, ກຳມະການສູນກາງພັກ ເລຂາພັກແຂວງ ແຂວງຫຼວງພະບາງ, ການນໍາຂັ້ນສູນກາງ,ແຂວງ-ເມືອງ, ແຂກຮັບເຊີນ ແລະ ຜູ້ແທນສົມບູນ ເຊິ່ງເປັນຕົວແທນໃຫ້ສະມາຊິກພັກທົ່ວເມືອງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງ 2 ພາກ ແລະແຜນພັດທະນາເສດຖະກິດ-ສັງຄົມ ເຊິ່ງໄດ້ຍົກໃຫ້ເຫັນໃນໄລຍະ 5 ປີ ເສດຖະກິດຂອງເມືອງຂະຫຍາຍຕົວ ຢ່າງຕໍ່ເນື່ອງ ສະເລ່ຍໃນລະດັບ 6,93% ລວມຍອດມູນຄ່າຜະລິດຕະ ພັນພາຍໃນ (GO) ບັນລຸ 7.178,56 ຕື້ກີບ, ທຽບໃສ່ແຜນ 5 ປີ ລື່ນແຜນ 0,27%, ສະເລ່ຍໃນແຕ່ລະປີບັນລຸໄດ້ 1.451,05 ຕື້ກີບ, ສະເລ່ຍລາຍຮັບໃສ່ຫົວຄົນໄດ້ 17.178.521 ກີບຕໍ່ຄົນຕໍ່ປີ. ໃນປີ 2024 ເສດຖະກິດຂອງເມືອງຂະຫຍາຍຕົວ ຢູ່ໃນລະດັບ 8,53% ລວມຍອດຜະລິດຕະພັນພາຍໃນ ບັນລຸ 1.982,89 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 23.456.000 ກີບຕໍ່ຄົນຕໍ່ປີ ທຽບໃສ່ແຜນລື່ນແຜນ 03,14% ແລະ ອື່ນໆ.
ນອກນີ້ຜູ້ແທນກອງປະຊຸມ ໄດ້ພ້ອມກັນຮັບຮອງເອົາທິດ ທາງລວມ, ຄາດໝາຍສູ້ຊົນ ແລະໜ້າທີ່ວຽກງານແຕ່ລະດ້ານຂອງເມືອງໃນ 5 ປີຕໍ່ໜ້າ.
ຜູ້ແທນສົມບູນ ໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນ ດໍາເນີນ ການເລືອກເອົາຄະນະບໍລິຫານງານພັກເມືອງນໍ້າບາກ ຊຸດໃໝ່ ເຊິ່ງມີຜູ້ສະໝັກ 32 ສະຫາຍ, ຍິງ 4 ສະຫາຍ, ເລືອກໄດ້ 27 ສະຫາຍ, ຍິງ 3 ສະຫາຍ, ໃນນນັ້ນເລືອກເອົາຄະນະປະຈໍາພັກເມືອງ 9 ສະຫາຍ, ເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ຂອງແຂວງ 14 ສະຫາຍ, ຍິງ 1 ສະຫາຍ ແລະຜູ້ແທນສໍາຮອງ 2 ສະຫາຍ, ຍິງ 1 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກເມືອງນໍ້າບາກຊຸດໃໝ່ ໄດ້ເລືອກເອົາສະຫາຍ ສົມຫວັງ ພອນຄໍາວົງສາ ເປັນເລຂາຄະນະບໍລິຫານງານພັກເມືອງອີກສະໄໝ, ສະຫາຍ ຄໍາສະໝອນ ເພັດດາລາ ແລະສະຫາຍ ບຸນທັນ ຈັນທະຈັກ ເປັນຮອງເລຂາ. ເລືອກເອົາສະຫາຍ ວັນແພງ ອຸດທະວີສັກ ເປັນປະ ທານກວດກາພັກ, ສະຫາຍ ຈັນທີ ມະນີແສງ, ສະຫາຍ ບົວເກດ ອໍລະສິມ ເປັນຮອງປະທານກວດກາພັກເມືອງ.
ກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ຄໍາຂັນ ຈັນທະວີສຸກ ເພື່ອເປັນເຂັມທິດຊີ້ນໍາການເຄື່ອນໄຫວນໍາພາ-ຊີ້ນໍາຂອງອົງຄະນະພັກເມືອງໃນຕໍ່ໜ້າ. ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ພ້ອມກັນຍົກບັດ ເພື່ຮັບຮອງເອົາມະຕິກອງປະຊຸມໃຫຍ່ຜູ້ ແທນອົງຄະນະພັກເມືອງນໍ້າບາກຄັ້ງທີ X ນີີ້ ເພື່ອນໍາໄປຈັດຕັ້ງຜັນຂະຫາຍໃນບັນດາຂົງເຂດວຽກງານ ໃຫ້ມີການພັດທະນາ ແລະບັນລຸຕາມຄາດໝາຍທີ່ວາງໄວ້ ຢ່າງມີຜົນສໍາເລັດ.
ຂ່າວ: ເພັດສາຄອນ ສິມມະວົງ