ສະຫາຍ ເພັດສະໃໝ ໄຊຍະທິຈັກ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກເມືອງຄໍາເກີດ

ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງຄຳເກີດ ຄັ້ງທີ X ຈັດຂຶ້ນໃນລະ ຫວ່າງວັນທີ 11-12 ກຸມພາ 2025, ທີ່ອາຄານແກ້ວໄມມະນີໂຊກໄຊ, ໂດຍການເຂົ້າ ຮ່ວມຂອງ ສະຫາຍ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ.
ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳເຫັນຕໍ່ລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IV ແລະ ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກເມືອງ, ໃນນັ້ນ ໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ໃນການນຳພາ-ຊີ້ນຳໃນການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫຍ່ ຄັ້ງທີ IX, ພ້ອມນີ້ ຍັງໄດ້ເປັນເອກະພາບຮັບຮອງເອົາທິດທາງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດສັງຄົມ ຄັ້ງທີ V ຂອງເມືອງ (2025-2029) ພາຍໃຕ້ຄໍາຂວັນ “ຍົກສູງຄວາມເປັນແບບຢ່າງນໍາໜ້າຮອບດ້ານຂອງພັກ, ຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍຢ່າງເຂັ້ມງວດ ແລະ ຍຸຕິທໍາ, ສາມັກຄີທົ່ວປວງຊົນເປັນປຶກແຜ່ນ, ຮັບປະກັນສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ພັດທະນາເສດຖະກິດເອກະລາດເປັນເຈົ້າຕົນເອງໃຫ້ຫຼາຍຂຶ້ນ, ສ້າງສັງຄົມທີ່ດີ-ສີວິໄລ, ສິ່ງແວດລ້ອມສະອາດ-ສີຂຽວ ແລະ ຍືນຍົງ” ແລະ ສືບຕໍ່ປະຕິບັດວິໄສທັດຮອດປີ 2029 ເປົ້າໝາຍ “ສ້າງເມືອງຄຳເກີດ ເປັນເມືອງບໍລິການທາງຜ່ານ ພັດທະນາການທ່ອງທ່ຽວ ສົ່ງເສີມຜະລິດກະສິກໍາສະອາດ-ອຸດສາຫະກໍາ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ ຮັບປະກັນຄວາມສະຫງົບປອດໄພ ເປັນພື້ນຖານສ້າງເປັນເມືອງແນວຫຼັງຍຸດທະສາດ’’ ເຊັ່ນ: ສືບຕໍ່ເຮັດໃຫ້ເມືອງຄໍາເກີດ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ສ້າງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນຮາກຖານໃຫ້ເຂັ້ມແຂງ, ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ແກ້ໄຂບັນຫາ 4 ເຖື່ອນ, ຜັນຂະຫຍາຍປະຕິບັດ 9 ຫົວຂໍ້ສໍາມະນາວິທະຍາສາດ ໃຫ້ມີປະສິດທິຜົນສູງ, ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວຢູ່ໃນລະດັບສະເລ່ຍ 4,18%, ລວມຍອດຜະລິດຕະພັນພາຍໃນ ຫຼື GPP ຮອດປີ 2029 ໃຫ້ບັນລຸ 2,790 ຕື້ກວ່າກີບ, ລາຍໄດ້ຕໍ່ຫົວຄົນໃຫ້ບັນລຸ 33.541.511 ກີບ; ແລະ ອື່ນໆ.
ກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງ 31ສະຫາຍ, ຍິງ 03 ສະຫາຍ ແລະ ເລືອກໄດ້ 27 ສະຫາຍ, ຍິງ 3 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະພາບຮັບຮອງເອົາ ສະຫາຍ ເພັດສະ ໃໝ ໄຊຍະທິຈັກ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ກີ່ ຊົງລ່າຫວ່າງ ແລະ ສະຫາຍ ບຸນຍົມ ຫຼວງບຸນມາ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ ແລະ ເລືອກຕັ້ງເອົາ ສະຫາຍ ຄໍາໝັ້ນ ໄຊຍະວົງ ເປັນປະທານຄະນະກວດກາພັກ, ສະຫາຍ ກີ່ງ ວັນນະລາ ແລະສະຫາຍ ສັນຕິສຸກ ແພເພັດບົວທອງ ເປັນຮອງປະທານຄະນກວດກາພັກ.
ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາ ຜູ້ແທນສົມບູນໄປຮ່ວມກອງປະຊູມໃຫຍ່ ຄັ້ງທີ VIII ອົງຄະນະພັກແຂວງບໍລິຄຳໄຊ ຈຳນວນ 24 ສະຫາຍ, ສຳຮອງ 3 ສະຫາຍ ແລະ ໄດ້ຮັບຟັງການໂຶ້ລົມເພື່ອຊີ້ທິດເຍືອງທາງຈາກ ສະຫາຍ ສອນທະນູ ທໍາມະວົງ ຕື່ມອີກ.
Cr: ຄຳຟອງ




