ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ເລືອງເກື່ອງ ໄດ້ຮັບແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງປະທານປະເທດຫວຽດນາມ ຄົນໃໝ່

Oct 22, 2024

ສະຫາຍ ເລືອງເກື່ອງ ໄດ້ຮັບແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງປະທານປະເທດຫວຽດນາມ ຄົນໃໝ່
ອີງຕາມແຫຼ່ງຂ່າວຈາກໜັງສືພິມເຢີນເຢີນ ຫວຽດນາມ, ໃນວັນທີ 21 ຕຸລານີ້ ຢູ່ຮ່າໂນ້ຍ, ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ XV, ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ເລືອງເກື່ອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ຫວຽດນາມ ຄົນໃໝ່.
ໃນພິທີສາບານຕົວຕໍ່ສະພາແຫ່ງຊາດ, ສະຫາຍ ເລືອງເກື່ອງ ກ່າວວ່າ: ພາຍໃຕ້ຄັນທຸງທີ່ສັກກາລະບູຊາຂອງປະເທດຊາດ, ຕໍ່ ໜ້າສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງທົ່ວປະເທດ, ຂ້າພະ ເຈົ້າ ປະທານປະເທດ ແຫ່ງ ສສ ຫວຽດນາມ ຂໍສາບານວ່າ: ເດັດຂາດຊື່ສັດຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະ ຕໍ່ລັດຖະທໍາມະນູນແຫ່ງ ສສ ຫວຽດນາມ, ອອກແຮງສູ້ຊົນປະຕິບັດໜ້າທີ່ຂອງຕົນ ຊຶ່ງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້.