ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ໂຕ ເລິມ ເດີນທາງເຖິງນະຄອນຫຼວງວຽງຈັນ

Dec 1, 2025

ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນຕອນເຊົ້າວັນທີ 1 ທັນວາ 2025 ເພື່ອຢ້ຽມຢາມລັດຖະກິດ ສປປ ລາວ, ໂດຍມີ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລາວ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.

ການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ແມ່ນຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ໃນໂອກາດດັ່ງກ່າວ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດຫວຽດນາມ ຍັງຈະໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ເປັນປະທານຮ່ວມກອງປະຊຸມພົບປະຂັ້ນສູງ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ປະຈໍາປີ 2026 ຕື່ມອີກ.


ຂ່າວ: ກິດຕາ
ພາບ: ເກດສະໜາ