ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫຼອງການອອກອາກາດຂອງ FM93.0 MHz ຄົບຮອບ 18 ປີ

Nov 20, 2024

ວິທະຍຸໂທລະພາບສູນກາງຈີນ CMG ປະຈໍາລາວ ໄດ້ຈັດພິທີສະຫຼອງການອອກອາກາດຂອງ FM93.0 MHz ຄົບຮອບ 18 ປີ ແລະການອອກອາກາດຂອງລາຍການ “ແສງສີຈາກຈີນ”ຄົບຮອບ 1 ປີເມື່ອວັນທີ 19 ພະຈິກນີ້, ຢູ່ທີ່ສູນບຳລຸງຮັກສາເຂື່ອນໄຟຟ້ານ້ຳ ນໍ້າອູຈຳກັດນະຄອນຫຼວງພະບາງ, ໂດຍມີ ທ່ານ ຄໍາໄຫຼ ສີປະເສີດ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ບຸນເຫຼືອ ສິນໄຊວໍລະວົງ,ຮອງເຈົ້າແຂວງຫຼວງພະບາງ, ທ່ານ ຈ່າງ ເຊີ້ຜີງ ຫົວໜ້າກົງສຸນຈີນປະຈຳພາກເໜືອລາວ, ທ່ານ ນາງ ແສງແກ້ວ ຜູ້ອຳນວຍການວິທະຍຸໂທລະພາບສູນກາງຈີນ CMG ປະຈໍາລາວF ພ້ອມດ້ວຍບັນດາແຂກລາວ-ຈີນເຂົ້າຮ່ວມ.
ຈຸດປະສົງເພື່ອສະເຫຼີມສະຫຼອງຜົນສຳເລັດຂອງການເຄື່ອນໄຫວວຽກງານໃນຖານະເປັນສື່ມວນຊົນທີ່ເຮັດໜ້າທີ່ເປັນຂົວຕໍ່ສົ່ງເສີມຄວາມເຂົ້າອົກເຂົ້າໃຈຂອງປະຊາຊົນສອງຊາດລາວ-ຈີນ ແລະປະກອບສ່ວນໃນການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ຈີນ-ລາວໃຫ້ກ້າວສູ່ລວງເລິກ.
ທ່ານ ຄໍາໄຫຼ ສີປະເສີດ ໄດ້ຕີລາຄາຢ່າງສູງຕໍ່ຜົນງານຂອງວິທະຍຸໂທລະພາບສູນກາງຈີນປະຈຳລາວວ່າ: ນັບຕັ້ງແຕ່ FM93.0MHz ມີການອອກອາກາດຢູ່ ສປປ ລາວ ຈົນຮອດມື້ນີ້ຂ້າພະເຈົ້າໄດ້ຕິດຕາມເຫັນວ່າມີການພັດທະນາຫລາຍ, ເຮັດໃຫ້ຊື່ສຽງຮຽງນາມຂອງ CMG ນັບມື້ເປັນທີ່ຮູ້ຈັກຂອງສັງຄົມລາວ, ມີຂ່າວສານຫລາກຫລາຍປະເພດອອກຮັບໃຊ້ສັງຄົມ. ສ່ວນຕົວຂ້າພະເຈົ້າມີຄວາມຈັບອົກຈັບໃຈທີ່ທາງໂຄສົກວິທະຍຸໄດ້ໃຊ້ຄຳສັບພາສາລາວທີ່ມ່ວນຊື່ນອອນຊອນ ມີບາງຄຳສັບທີ່ຄົນລາວບໍ່ຄ່ອຍໄດ້ນຳໃຊ້ແຕ່ເພິ່ນກໍຂຸດຄົ້ນຂຶ້ນມາ ນີ້ເປັນການຊ່ວຍຄົນລາວອະນຸຮັກພາສາລາວອີກຮູບການຫນຶ່ງ. ສະນັ້ນ, ໃນໂອກາດທີ່ໄດ້ສະເຫລີມສະຫລອງກໍມີຄວາມພາກະພູມໃຈນຳທີ່ສຸດ.
ທ່ານ ບຸນເຫຼືອ ສິນໄຊວໍລະວົງ ກໍໄດ້ກ່າວວ່າ: ຕົນເອງກໍເປັນຜູ້ໜຶ່ງທີ່ຟັງແລະຕິດຕາມລາຍການວິທະຍຸຂອງ CMG FM93.0MHz ໃນຕອນທີ່ເຮັດວຽກຢູ່ນະຄອນຫຼວງວຽງຈັນເພາະວ່າເນື້ອຫາສາລະດີຫລາຍ ແລະມີຄວາມຫລາກຫລາຍທາງດ້ານຄວາມຮູ້, ມີການສຳພາດປະຊາຊົນຕົວຈິງກ່ຽວກັບບັນຫາທີ່ພວມພົ້ນເດັ່ນໃນສັງຄົມ ເຊິ່ງສິ່ງເຫຼົ່ານີ້ແມ່ນຄວນສືບຕໍ່. ສຳລັບລາຍການ “ແສງສີຈາກຈີນ” ທີ່ອອກອາກາດທາງວິທະຍຸກະຈາຍສຽງທີ່ນະຄອນຫຼວງພະບາງຖືເປັນໂອກາດທີ່ດີໃຫ້ແກ່ປະ ຊາຊົນລາວ, ເພາະຜ່ານມາເປັນການຍາກທີ່ຈະໄດ້ຮັບຂໍ້ມູນຂ່າວສານກ່ຽວກັບຊີວິດການນຳສູງສຸດຂອງ ສປ ຈີນ ຄືທ່ານ ປະທານສີ ຈິ້ນຜິງ. ສະນັ້ນ, ເມື່ອ FM93.0MHz ໄດ້ສະເຫນີລາຍການສີແສງຈາກຈີນອອກມາຈະເປັນສິ່ງທີ່ດີສຳລັບຊາວຫນຸ່ມໄດ້ຮັບຟັງ,ທັງຈະໄດ້ຮຽນຮູ້ວິຖີຊີວິດ ແລະແບບແຜນການເຮັດວຽກທີ່ດີເລີດຂອງທ່ານປະທານ ສີ ຈິ້ນຜິ້ງ.
ຂ່າວ: CMG FM93