ສະຫຼອງປີໃໝ່ລາວມື້ທຳອິດເສຍຊີວິດຈາກອຸບັດຕິເຫດ 5 ຄົນ
ວັນທີ 13 ເມສາ 2024 ເປັນມື້ທຳອິດຂອງການສະຫຼອງປີໃໝ່ລາວ ພສ 2567 ເຊິງກິດຈະກຳຫຼັກຂອງການສະຫຼອງກໍຄືພິທີແຮ່ນາງສັງຂານ ແລະ ມວນຊົນຈໍານວນຫຼວງຫຼາຍໃນທົ່ວປະເທດ ກໍຮ່ວມມ່ວນຊື່ນສ້າງສັນດື່ມສິ່ງມືນເມົາແລ້ວຂັບຂີ່ຍານພາຫະພາໃຫ້ເກີດອຸບັດຕິເຫດຕາມມາ ເຊິ່ງສະແດງອອກໃນມື້ທໍາອິດຂອງການສະຫຼອງປີໃໝ່ລາວ ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 60 ຄັ້ງ ແລະເສຍຊິວິດ 5 ຄົນ.

ຕາມການລາຍງານອຸບັດຕິເຫດປີໃໜ່ລາວ ປະຈໍາວັນທີ 13 ເມສາ 2024 ຂອງກົມຕໍາຫຼວດຈະລາຈອນ ໃຫ້ຮູ້ວ່າ: ໃນທົ່ວປະ ເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 60 ຄັ້ງ, ພາຫະນະເປ່ເພທັງໝົດ 111 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 113 ຄົນ ແລະ ເສຍຊິວິດ 5 ຄົນ; ແຂວງທີມີຄົນເສຍຊິວິດປະກອບມີ: ແຂວງຫຼວງພະບາງ ເສຍຊິວິດ 2 ຄົນ, ແຂວງສະຫວັນນະເຂດ ເສຍຊິວິດ 2 ຄົນ ແລະ ນະຄອນຫຼວງວຽງຈັນ ເສຍຊິວິດ 1 ຄົນ.
ແຂວງທີ່ມີອຸບັດຕິເຫດເກີດຂຶ້ນຫຼາຍກວ່າໝູ່ແມ່ນ ແຂວງຫຼວງພະບາງ ເກີດຂຶ້ນ 8 ຄັ້ງ, ນະຄອນຫຼວງວຽງຈັນ ເກີດຂຶ້ນ7 ຄັ້ງ,ແຂວງສະຫວັນນະເຂດ, ວຽງຈັນ ແລະ ແຂວງຈໍາປາສັກ ເກີດຂຶ້ນ ແຂວງລະ 6 ຄັ້ງ, ແຂວງ ຫຼວງນໍ້າທາ ເກີດຂຶ້ນ 5ຄັ້ງ, ແຂວງຫົວພັນ ເກີດຂຶ້ນ 4 ຄັ້ງ, ແຂວງຄໍາມ່ວນ ເກີດຂຶ້ນ 3 ຄັ້ງ ແລະແຂວງອື່ນໆ.





