ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫຼອງຜົນສຳເລັດຂອງການປະກອບສ່ວນການປ່ຽນແປງໃນຊຸມຊົນ

Dec 10, 2024

ອົງການຊາຍຟັນ ປະຈຳ ລາວ ໄດ້ຈັດພິທີສະເຫຼີມສະຫຼອງຜົນສຳເລັດ ຂອງການປະກອບສ່ວນການປ່ຽນແປງໃນຊຸມຊົນ ແລະ ພິທີປິດຫ້ອງການຊາຍຟັນ ປະຈຳ ລາວ ຂຶ້ນວັນທີ 9 ທັນວາ 2024 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ເປັນປະທານຂອງ ທ່ານ ມາກະເຣັດ ຊີຮານ ຜູ້ອຳນວຍການອົງການຊາຍຟັນອົດສະຕຣາລີ ມີທ່ານ ໄມໂຄ ເພນ ປະທານອົງການຊາຍຟັນອົດສະຕຣາລີ ທ່ານ ສຸວັນທອນ ສຸວັນນະຈັກ ຫົວໜ້າພະແນກສິດທິເດັກ ຄະນະກຳມະການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ ແລະ ເດັກ ຕາງໜ້າກະຊວງສາທາລະນະສຸກ ອົງການຈັດຕັ້ງສາກົນ ຜູ້ໃຫ້ທຶນພະນັກງານພາຍໃນອົງການ ຕາງໜ້າຊຸມຊົນຜູ້ທີ່ເຂົ້າຮ່ວມໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອົງການຊາຍຟັນ ປະຈຳ ລາວ ຈັດພິທີຄັ້ງນີ້ເພື່ອລະນຶກເຖິງຄວາມມຸ້ງໝັ້ນ ແລະ ປະກອບສ່ວນທີ່ສຳຄັນ ຂອງອົງການໃຫ້ກັບຊຸມຊົນຢູ່ ລາວ ເປັນເວລາ 14 ປີ ນັບແຕ່ການສ້າງຕັ້ງຢູ່ເມືອງໜອງແຮດ ແຂວງຊຽງຂວາງປີ 2010 ອົງການຊາຍຟັນ ປະຈຳ ລາວ ໄດ້ໃຫ້ຄຳໝັ້ນໃນການເຮັດວຽກພັດທະນາແບບຍືນຍົງ ໂດຍສຸມໃສ່ການປັບປຸງການສຶກສາສູຂະພາບ ແລະ ໂພສະນາການ ສົ່ງເສີມສິດທິເດັກ ແລະ ປົກປ້ອງເດັກ ສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ ແລະ ການຄຸ້ມຄອງຄວາມສ່ຽວຈາກໄພພິບັດ ໂດຍການເຮັດວຽກຢ່າງໃກ້ຊິດກັບຊຸມຊົນ ອົງການຊາຍຟັນ ໄດ້ຊ່ວຍໃຫ້ເດັກເຂົ້າເຖິງການສຶກສາທີ່ທີຄຸນນະພາບ ສະໜັບສະໜູນຄອບຄົວໃຫ້ມີຄວາມຮູ້ ແລະ ເຄື່ອງມືໃນການປັບປຸງໂພສະນາການ ເສີມສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມໃນການສະແດງຄວາມຄິດຄວາມເຫັນຂອງເຂົາເຈົ້າ ແລະ ມີບົດບາດໃນການເປັນຜຸ້ນໍາ ແລະ ເສີມຄວາມເຂັ້ມແຂງໃຫ້ຊຸມຊົນກຽມພ້ອມຮັບໄພພິບັດທຳມະຊາດ ຄວາມພະຍາຍາມເຫຼົ່ານີ້ ໄດ້ເຮັດໃຫ້ມີການປ່ຽນແປງທີ່ມີຄວາມໝາຍ ຊ່ວຍໃຫ້ຊຸມຊົນສາມາດເພິ່ງພາຕົນເອງໄດ້ຫຼາຍຂຶ້ນ ແລະ ສ້າງໂອກາດອະນາຄົດທີ່ດີກວ່າ.
ຈຸດເດັ່ນທາງບວກຂອງໂຄງການຊຸມຊົນມີສ່ວນຮ່ວມ 2 ແສນກວ່າເທື່ອຄົນ ໂດຍຜ່ານແຜນງານສາທາລະນະສຸກ ແລະ ໂພສະນາການ 5 ໂຄງການ ແຜນງານສຶກສາ 14 ໂຄງການ ແລະ ແຜນສິດທີເດັກ ແລະ ປົກປ້ອງເດັກ 9 ໂຄງການ ດ້ວຍການເຮັດວຽກຢ່າງຫ້າວຫັນໄດ້ກາຍເປັນການປະກອບສ່ວນທີ່ສຳຄັນ ຕໍ່ການປ່ຽນແປງທີ່ມີຄວາມໝາຍໃນຊຸມຊົນ.
ທີ່ມາ: ວຽງຈັນໃໝ່