ອົງການແລກປ່ຽນວັດທະນະທຳ ສ ເກົາຫຼີ ຮ່ວມກັບສະມາຄົມມິດຕະພາບ ສ ເກົາຫຼີ -ລາວ ໄດ້ຈັດງານສະແດງສິລະປະພື້ນເມືອງ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມມິດຕະພາບ ສ ເກົາຫຼີ-ລາວ ຄົບຮອບ 20 ປີ ແລະ ວັນສ້າງຕັ້ງສະມາຄົມມິດຕະພາບ ລາວ-ສ ເກົາຫຼີ ຄົບຮອບ 15 ປີ ຂຶ້ນໃນວັນທີ 18 ທັນວາ 2024 ທີ່ຫໍວັດທະນະທຳແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ); ທ່ານ ຈອງຢອງຊູ ເອກອັກຄະລັດຖະທູດແຫ່ງ ສ ເກົາຫຼີ ປະຈໍາ ສປປ ລາວ; ທ່ານ ໂອມຽງຮວັນປະທານສະມາຄົມມິດຕະພາບ ສ ເກົາຫຼີ-ລາວ; ນັກສະແດງລາວ- ສ ເກົາຫຼີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລາວ-ສ ເກົາຫຼີ ແລະ ມວນຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.
ທ່ານ ຄຳສວຍ ແກ້ວດາລາວົງ ປະທານສະມາຄົມມິດຕະພາບ ລາວ-ສ ເກົາຫຼີ ໄດ້ກ່າວວ່າ: ກິດຈະກຳຄັ້ງນີ້ ນອກຈາກເປັນການສະເຫຼີມສະຫຼອງການສ້າງຕັ້ງມິດຕະພາບ ສ ເກົາຫຼີ -ລາວ ຄົບຮອບ 20 ປີ ແລະ ສະເຫຼີມສະຫຼອງການສ້າງຕັ້ງ ມິດຕະພາບ ລາວ-ສ ເກົາຫຼີ ຄົບຮອບ 15 ປີ ແລ້ວ ຍັງເປັນການຮັດແໜ້ນຄວາມສາມັກຄີ, ທັງເປັນການແລກປ່ຽນຄວາມເຂົ້າໃຈເຖິງວິຖີການດຳລົງຊີວິດ, ວັດທະນະທຳ ສ ເກົາຫຼີ ຊຶ່ງເປັນກິດຈະກຳໜຶ່ງທີ່ເຄື່ອນໄຫວວຽກງານການທູດ ປະຊາຊົນກໍຄືການໄປມາຫາ ສູ່ ສ້າງຄວາມຮັກແພງ ຄວາມໃກ້ຊິດລະຫວ່າງ ປະຊາຊົນສອງປະເທດທີ່ມີມູນເຊື້ອ ໃນການຊ່ວຍເຫຼືອຊຶ່ງກັນ ແລະ ກັນມາຢ່າງເປັນຮູບປະທຳ ທີ່ມີມາຍາວນານແລ້ວນັ້ນໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.
ສຳລັບການສະແດງຄັ້ງນີ້ລວມທັງໝົດ 16 ລາຍການໃນນັ້ນປະກອບມີການສະແດງດົນຕີ ແລະ ຮ້ອງເພງເປັນພາສາ ເກົາຫຼີ ຈາກນັກຮຽນລາວ – ການບັນເລງເພງຊາດຂອງສອງປະເທດ ການສະແດງດົນຕີລາວ ຈາກວົງ CHF; ເພງລະດູໃໝ່ທີ່ບ້ານເກີດ; ຟ້ອນພື້ນເມືອງ ສ ເກົາຫຼີ ບົດຟ້ອນພະລາຊາ ແລະ ລາຊີນີ ຈາກຄະນະສິລະປະ ເຊອຸນຊອນກີຢອງ; ເພງພື້ນເມືອງ ສ ເກົາຫຼີ ທີ່ມີຊື່ວ່າແທພີຍອງກາ, ມີນຢາງ ອາລີລັງ ຈາກຄະນະສິລະປະໂພຊອນ ໂທລາຊັນ ແລະ ລາຍການສະແດງອື່ນໆທີ່ສ້າງຄວາມເບີກບານມ່ວນຊື່ນແກ່ຜູ້ຊົມໄດ້ເປັນຢ່າງດີ.
ທີ່ມາ: ຂປລ






