ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ແຟງລັງ ຄົບຮອບ 50 ປີ

Apr 3, 2025

ໃນຕອນຄໍ່າ ຂອງວັນທີ 2 ເມສາ 2025 ໄດ້ມີພິທີສະຫຼອງ ເນື່ອງໃນໂອກາດວັນຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ແຟງລັງ ທີ່ນະຄອນຫຼວງວຽງຈັນ. ໂດຍມີ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍແຟງລັງ ແມ່ນ ທ່ານ ໄກໂຈ ນໍວັນໂຕ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ແຟງລັງ ປະຈໍາ ສປປ ລາວ. ນອກຈາກນັ້ນ, ກໍຍັງມີບັນດາທ່ານຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດຕ່າງປະເທດປະຈໍາ ສປປ ລາວ, ອົງການຈັດຕັ້ງສາກົນ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ ເຂົ້າຮ່ວມ.
ໃນ​ພິ​ທີ​ດັ່ງ​ກ່າວ,​ ທ່ານ ທອງສະຫວັນ ພົມວິຫານ ແລະ ທ່ານ ໄກໂຈ ນໍວັນໂຕ ໄດ້​ຜັດປ່ຽນກ່າ​ວ​ຄຳ​ເຫັນ​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຕີລາຄາ​ສູງຕໍ່ຜົນສຳເລັດ​ຂອງການພົວພັນ​ຮ່ວມ​ມື​ສອງຝ່າຍລະຫວ່າງລາວ ແລະ ແຟງລັງ ຕະຫຼອດ​ໄລຍະ 50 ປີ, ນັບ​ຕັ້ງແຕ່​ສອງປະເທດ ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ​ຮ່ວມກັນໃນວັນທີ 1 ມັງກອນ 1975. ການພົວພັນຮ່ວມມື ລາວ ແລະ ແຟງລັງ​​ຢູ່​ໃນ​ລ​ະ​ດັບ​ດີ, ​ແຟງ​ລັງ​​ ສືບ​ຕໍ່​ໃຫ້​ການຮ່ວມມື​ໃນ​ຂອບ​ຫຼາຍ​ຝ່າຍ. ການນໍາຂັ້ນສູງຂອງທັງສອງປະເທດ ໄດ້ມີການແລກປ່ຽນສານຊົມເຊີຍ ແລະ ສານອວຍພອນ ໃນບາງໂອກາດວັນສໍາຄັນ. ນອກນັ້ນ, ສອງຝ່າຍຍັງມີການແລກປ່ຽນການຢ້ຽມຢາມລະດັບສູງ ຫຼາຍຄັ້ງທີ່ພົ້ນເດັ່ນ ເຊັ່ນ: ໃນ​ປີ 2014, ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດແຫ່ງ ສ​ປ​ປ ລາວ (ໃນເວລານັ້ນ) ພ້ອມ​ຄະ​ນະໄດ້​ໄປ​ຢ້ຽມ​ຢາມ​ທາງ​ການທີ່ປະ​ເທດແຟງ​ລັງ ແລະ ໃນ​ປີ2012, ທ່ານ Jyrki Tapani Katainen ນາຍົກລັດຖະມົນຕີ ແຟງ​ລັງ​ ໄດ້ມາ​ຢ້ຽມຢາມ ​ແລະ ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ແຊັມຄັ້ງ​ທີ 9 ທີ່​ນະຄອນຫຼວງ​ວຽງ​ຈັນ​.
ໃນຊຸມປີຜ່ານມາ ແຟງລັງ ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຮູບແບບສອງຝ່າຍ ແລະ ຫຼາຍຝ່າຍເພື່ອປະກອບສ່ວນເຂົ້າໃນບຸລິມະສິດຂອງການພັດທະນາປະເທດເຮົາ ໃນຂະແໜງຄຸ້ມຄອງຊັບພະຍາກອນທຳມະຊາດ ພາຍໃຕ້ຂອບການຮ່ວມມືຄະນະກໍາມະການແມ່ນໍ້າຂອງສາກົນ (MRC), ການປົກປັກຮັກສາສິ່ງແວດລ້ອມ, ການສ້າງຄວາມເຂັ້ມແຂງໃຫ້ພະນັກງານດ້ານການບໍລິການແຜນທີ່ຢູ່ທາງພາກໃຕ້ຂອງລາວ, ແຜນການນຳໃຊ້ພະລັງງານແບບຍືນຍົງ, ໂຄງການ​ກົດ​ໝາຍ​ສາກົນ ​ແລະ ອື່ນໆ.
ເຖິງວ່າ ການຊ່ວຍເຫຼືອສອງຝ່າຍ ຈາກ ແຟງລັງ ທີ່ເລີ່ມມີມາແຕ່ປີ 2007 ແລະ ສິ້ນສຸດລົງໃນປີ 2018 ແຕ່ແຟງລັງ ໄດ້ຮ່ວມກັບບັນດາປະເທດສະມາຊິກເອີຣົບເອີ້ນວ່າ “ທີມເອີຣົບ” ເພື່ອສືບຕໍ່ປະກອບສ່ວນເຂົ້າໃຫ້ການຊ່ວຍເຫຼືອເພື່ອການ​ພັດທະນາ​ ແກ່ ສປປ ລາວ ໃນບັນດາຂະແໜງການກະສິກໍາ, ການສຶກສາ, ສາທາ ແລະ ການພັດທະນາຂະແໜງການປົກຄອງ ແຕ່ປີ 2021-2025 ແລະ ປີ 2025-2027. ໃນ​ເວທີພາກ​ພື້ນ ​ແລະ ສາກົນ, ລາວ ແລະ ແຟງລັງ ຍັງໄດ້ສືບຕໍ່​ໃຫ້ການສະໜັບສະໜູນ​ຊຶ່ງກັນ ​ແລະ ກັນ ​ໂດຍ​ສະ​ເພາະ​​ໃນ​ຂອບ​ອາ​ຊຽນ ​ແລະ ອົງການສະຫະປະຊາຊາດ.
ແຟງລັງ ໄດ້ເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (Treaty of Amity and Cooperation-TAC) ຢ່າງເປັນທາງການ ໃນເດືອນກໍລະກົດ 2024 ທີ່ ນະຄອນຫຼວງວຽງຈັນ. ສປປ ລາວ ໃນຖານະເປັນປະທານອາຊຽນ 2024 ໄດ້ມີບົດບາດສໍາຄັນໃນການປະກອບສ່ວນຕໍ່ຜົນສໍາເລັດໃນການລົງນາມເຂົ້າເປັນພາຄີດັ່ງກ່າວຂອງແຟງລັງໂດຍມີເຈດຈໍານົງເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ.
ໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ແຟງລັງ ຄົບຮອບ 50 ປີດັ່ງກ່າວນີ້, ການນຳຂັ້ນສູງຂອງທັງສອງປະເທດ ກໍຄືທັງສອງປະມຸກລັດ ລວມທັງ ລະດັບ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີຕ່າງປະເທດ ລາວ ແລະ ແຟງລັງ ກໍໄດ້ມີການສົ່ງສານສະແດງແດງຄວາມຊົມເຊີຍຊຶ່ງກັນ ແລະ ກັນ. ນອກຈາກນີ້, ຍັງມີການຈັດກອງປະຊຸມສໍາມະນາ ໃນຫົວຂໍ້ ການຮ່ວມເຮັດທຸລະກິດກັບແຟງລັງ (Seminar On Doing Business With Finland) ຊຶ່ງເປັນກິດຈະກໍາທີ່ສໍາຄັນໃນການນໍາສະເໜີ ແລະ ສະໜັບສະໜູນການຮ່ວມມືທາງດ້ານການຮ່ວມລົງທຶນ ແລະ ການຄ້າ ລະຫວ່າງ ສອງປະເທດ ໃນອະນາຄົດ.
ຂ່າວ-ພາບ: ກະຊວງການຕ່າງປະເທດ