ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫຼອງວັນອາຫານໂລກ ລະນຶກເຖິງວັນສາກົນ-ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ

Oct 23, 2024

ພິທີສະເຫຼີມສະຫຼອງວັນອາຫານໂລກ ລະນຶກເຖິງວັນສາກົນ ແລະ ສັບປະດາແຫ່ງ ຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2024 ຈັດຂຶ້ນໃນວັນທີ 23-25 ຕຸລາ 2024 ຢູ່ສູນການຄ້າພາກຊັນ, ນະຄອນຫຼວງວຽງຈັນ ໂດຍມີທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີປ້ອງກັນຄວາມສະຫງົບ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຜູ້ຕາງໜ້າອົງ ການຈັດຕັ້ງສາກົນ ປະຈໍາ ສປປ ລາວ.
ທ່ານ ລິນຄໍາ ດວງສະຫວັນ ກ່າວວ່າ: ການຈັດງານຄັ້ງນີ້ ມີຄວາມໝາຍຄວາມສໍາຄັນ ບໍ່ສະເພາະແຕ່ແນ່ໃສ່ປູກຈິດສຳນຶກໃຫ້ປະຊາຊົນໃນທົ່ວໂລກເຂົ້າໃຈເຖິງຄວາມທຸກຍາກ ແລະ ໄພອຶດ ຫິວ ວ່າ ຄວາມທຸກຍາກນີ້ ແມ່ນປະກົດການທາງສັງຄົມ ທີ່ສາ ມາດແກ້ໄຂໄດ້ ໃຫ້ປະຊາຊົນມີກໍາລັງໃຈ ມີຄວາມກ້າຫານ ແລະ ສາມາດບືນຕົວອອກຈາກຄວາມທຸກຍາກ ແລະ ໄພອຶດຫິວໄດ້ ພ້ອມນີ້ ກໍຖືໂອກາດນີ້ ສ້າງຄວາມຮັບຮູ້ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນມີສ່ວນຮ່ວມ ໃນການຜະລິດອາຫານທີ່ຫຼາກຫຼາຍ ມີຄຸນນະພາບ ແລະ ຍືນຍົງ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບອົງການອາຫານ ແລະ ການກະເສດ ໄດ້ຈັດງານເພື່ອສະເຫຼີມສະຫຼອງວັນອາຫານໂລກ ພາຍໃຕ້ຄໍາຂວັນທີ່ວ່າ: ສິດໃນການເຂົ້າເຖິງອາຫານ ເພື່ອຊີວິດ ແລະ ອະນາຄົດທີ່ດີຂຶ້ນ ເພື່ອໃຫ້ພວກເຮົາພ້ອມກັນກ້າວໄປໜ້າ ແລະ ລະນຶກເຖິງວັນສາກົນ ເເລະ ສັບ ປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ພາຍໃຕ້ຄໍາຂວັນທີ່ວ່າ: ຢຸດຕິການປະ ຕິບັດທີ່ບໍ່ຖືກຕ້ອງຂອງສັງຄົມ ແລະ ສະຖາບັນຕໍ່ຜູ້ທຸກຍາກ ຈົ່ງຮ່ວມກັນສ້າງສັງຄົມທີ່ມີສ່ວນຮ່ວມ ມີຄວາມສະ ຫງົບສຸກ ແລະ ຍຸຕິທໍາ.
ໃນໂອກາດນີ້ ທ່ານ ລິນຄໍາ ດວງສະຫວັນ ຍັງໄດ້ເຊີນຊວນທຸກໆ ພາກສ່ວນໃນທົ່ວໂລກ ຮ່ວມແຮງຮ່ວມໃຈສຸມທຸກທຶນຮອນ ສະຕິປັນຍາ ເຕັກໂນໂລຊີທັນສະໄໝ ເຂົ້າໃນການຜະລິດສະບຽງອາຫານ ໂດຍສະເພາະໃນເຂດທີ່ມີຄວາມຍາກຈົນ ເຂດທີ່ມີຄວາມອຶດຫິວ ໃຫ້ຫຼຸດພົ້ນຈາກໄພອຶດຫິວ, ພ້ອມນີ້ ໄດ້ ເຊີນຊວນບັນດາທ່ານມີສ່ວນ ຮ່ວມບໍລິຈາກທຶນຮອນຕາມຄວາມເໝາະສົມ ແລະ ເງື່ອນໄຂສະດວກ ເຂົ້າໃນການຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ-ໂພຊະນາການ ແລະ ແກ້ໄຂຄວາມທຸກຍາກໃນລາວໃຫ້ນັບມື້ຫລຸດລົງ.