ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫຼອງວັນເກີດຂອງປະທານ ໂຮ່ຈິມິນ ຄົບຮອບ 135 ປີ

May 20, 2025

ສະຖານເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ຮ່ວມກັບສູນວັດທະນະທໍາຫວຽດນາມ ປະຈໍາ ສປປ ລາວ, ສະມາຄົມໃຫຍ່ຊາວຫວຽດນາມ ແລະ ສະມາຄົມນັກທຸລະກິດຫວຽດນາມ ໄດ້ຈັດງານແຂ່ງຂັນສິລະປະມະຫາຊົນໃນວົງຄະນາຍາດຊາວຫວຽດນາມ ທີ່ອາໄສຢູ່ ລາວ ປະຈໍາປີ 2025, ເນື່ອງໃນໂອກາດສະເຫຼີມສະຫຼອງວັນເກີດຂອງປະທານ ໂຮ່ຈິມິນ ຄົບຮອບ 135 ປີ ແລະ ຊຸຸກຍູ້ຂະບວນການວັດທະນະທໍາ, ວັນນະສິນ ສິລະປະໃນວົງຄະນາຍາດຊາວຫວຽດນາມຢູ່ລາວ ຂຶ້ນໃນວັນທີ 17 ພຶດສະພາ 2025 ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເຂົ້າຮ່ວມຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ; ສະຫາຍ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ມີຮອງປະທານສະພາແຫ່ງຊາດ; ບັນດາການນໍາຂັ້ນສູງຂອງພັກ – ລັດ ພ້ອມດ້ວຍພີ່ນ້ອງຊາວຫວຽດນາມທີ່ອາໄສຢູ່ລາວ ແລະ ມວນຊົນເຂົ້າຮ່ວມ.
ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ງານແຂ່ງຂັນຄັ້ງນີ້ ແມ່ນເປັນໂອກາດເພື່ອເຮັດໃຫ້ປະຊາຄົມຊາວຫວຽດນາມທີ່ອາໄສຢູ່ລາວ ໄດ້ພ້ອມກັນຫວນຄືນບຸນຄຸນ ບັນດາການປະກອບສ່ວນອັນຍິ່ງໃຫຍ່ຂອງປະທານ ໂຮ່ຈິມິນ ປຸກລະດົມຄວມຮັກບ້ານເກີດເມືອງນອນ ຮັດແໜ້ນນໍ້າໃຈສາມັກຄີລະຫວ່າງສອງຊາດ ລາວ-ຫວຽດນາມ ແມ່ນກິດຈະກໍາທີ່ມີຄວາມໝາຍທີ່ສຸດ, ແມ່ນດອກໄມ້ທີ່ສົດໃສເດັ່ນຊັດຂອງວົງຄະນາຍາດຊາວຫວຽດນາມທີ່ອາໄສຢູ່ລາວ ປະກອບເຂົ້າໃນສວນດອກໄມ້ທີ່ສວຍງາມຂອງທົ່ວປວງຊົນທັງຊາດຫວຽດນາມ ມອບແດ່ປະທານ ໂຮ່ຈິມິນ ທີ່ແສນເຄົາລົບຮັກ. ເມື່ອເວົ້າເຖິງປະທານ ໂຮ່ ຈິ ມິນ ພວກເຮົາກໍໄດ້ຄິດເຖິງຜູ້ນໍາທີ່ເກັ່ງກ້າສາມາດຂອງພັກ ແລະ ປະຊາຊົນຫວຽດນາມ, ວິລະຊົນປົດປ່ອຍຊາດ, ນັກຮົບກອມມູນິດທີ່ເປັນແບບຢ່າງ, ບຸລຸດວັດທະນະທໍາຜູ້ມີຊື່ສຽງແຫ່ງໂລກ ຊຶ່ງເພິ່ນໄດ້ສ້າງ ແລະ ຝຶກຝົນຫຼໍ່ຫຼອມພັກກອມມູນິດອິນດູຈີນ-ຕົ້ນກໍາເນີດຂອງພັກກອມມູນິດຫວຽນາມ ແລະ ພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ ແລະ ເພີ່ນກໍໄດ້ຮ່ວມກັບ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກໄດ້ກໍ່ຕັ້ງພື້ນຖານ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ -ລາວ ໃຫ້ສວຍສົດງົດງາມ, ໜັັ້ນຄົງຂະໜົງແກ່ນຊົ່ວກາລະນານ. ຕະຫຼອດຊີວິດ 79 ປີ, ປະທານ ໂຮ່ຈິມິນ ເປັນສັນຍາລັກທີ່ສວຍງາມທີ່ສຸດແຫ່ງລັດທີ່ຮັກຊາດ ແລະ ລັດທິວິລະຊົນປະຕິວັດຂອງຫວຽດນາມ. ເພີ່ນໄດ້ອຸທິດຕະຫຼອດຊີວິດຂອງຕົນຢ່າງບໍ່ຮູ້ອິດເມື່ອຍ, ອຸທິດໝົດທຸກສິ່ງທຸກຢ່າງຂອງຕົນໃຫ້ແກ່ປະເທດຊາດ, ພາລະກິດປົດປ່ອຍຊາດ, ເພື່ອເອກກະລາດ, ອິດສະຫຼະພາບ ແລະ ຄວາມຜາສຸກຂອງປະຊາຊົນ. ຊີວິດ ແລະ ພາລະກິດຂອງເພີ່ນໄດ້ກາຍເປັນສັນຍາລັກແຫ່ງການປະຕິວັດ, ຄົ້ນຄືນຄວາມມຸ້ງມາດປາຖະໜາ ແລະ ຄວາມເຊື່ອໜັ້ນຂອງປະຊາຊົນຫວຽດນາມ ແລະ ປະຊາຊົນຜູ້ກ້າວໜ້າທົ່ວໂລກໃນການຕໍ່ສູ້ເພື່ອເອກະລາດ, ອິດສະຫຼະພາບ, ສັນຕິພາບ, ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງຄົມ. ເຖິງວ່າເພີ່ນຈະຈາກໄປແລ້ວ, ແຕ່ເພີ່ນຍັງໄດ້ປະໄວ້ບັນດາມໍລະດົກຕ່າງໆອັນລໍ້າຄ່າທີ່ສຸດໃຫ້ແກ່ປະຊາຊົນຫວຽດນາມຄື: ຍຸກສະໄໝໂຮ່ຈິມິນ; ພາລະກິດໂຮ່ຈິມິນ; ແນວຄິດ, ຄຸຸນສົມບັດສິນທໍາ ແລະ ແບບວິທີຂອງ ໂຮ່ຈິມິນ ແລະ ສະເພາະສໍາລັບສອງປະເທດ ຫວຽດນາມ ແລະ ລາວ ແມ່ນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ສະເໝີຕົ້ນສະເໝີປາຍ, ສົດໃສ ແລະ ບໍ່ມີວັນຈືດຈາງໄປ.
ສໍາລັບລາຍການແຂ່ງຂັນສິລະປະໃນຄັ້ງນີ້ ໄດ້ຄັດເລືອກເອົາ 16 ລາຍການທີ່ຜ່ານເຂົ້າຮອບ ຈາກທີ່ມີຜູ້ສະໝັກຮ່ວມແຂ່ງຂັນທັງໝົດເບື້ອງຕົ້ນມີ 49 ລາຍການເຂົ້າຮ່ວມ; ໃນ 16 ລາຍການສະແດງ ແມ່ນປະກອບມີ 4 ປະເພດ ຄື: ຮ້ອງເພງດ່ຽວ, ຮ້ອງເພງຄູ່, ຮ້ອງເພງລວມໝູ່ ແລະ ການຟ້ອນ ໃນບັນດາລາຍການຕ່າງໆແມ່ນສິລະປະທີ່ມີຄວາມຟົດຟື້ນ ແລະມີຫົວຄິດປະດິດສ້າງ ຊຶ່ງເປັນຫົວໃຈຂອງຊາວຫວຽດນາມທີ່ສື່ສານຜ່ານອອກມາດ້ວຍບັນດາ ບົດເພງ, ບົດຟ້ອນ ແລະ ຂັບລໍາທີ່ເປັນເອກກະລັກຂອງຊາດ. ງານຄັ້ງນີ້ ນອກຈາກເປັນການປະກອບສ່ວນໃນການຍົກສູງຊີວິດທາງດ້ານຈິດໃຈ,ວັດທະນະທໍາຂອງວົງຄະນາຍາດແລ້ວ ຍັງເປັນໂອກາດເພື່ອໃຫ້ບັນດາອົງການ, ພາກສ່ວນ, ອົງການຈັດຕັ້ງຕ່າງໆ ເພີ່ມທະວີຄວາມສະໜິດສະໜົມໃຫ້ສູງກວ່າເກົ່າ ປະກອບສ່ວນເຂົ້າໃນການກໍ່ສ້າງວົງຄະນາຍາດຊາວຫວຽດນາມ ຢູ່ລາວ ໃຫ້ໜັ້ນຄົງເຂັ້ມແຂງ ແລະ ສາມັກຄີອີກດ້ວຍ.