ສະຫຼຸບການຈັດຕັ້ງປະຕິບັດໂຄງການ ຄຸ້ມຄອງພື້ນທີ່ຄວາມສ່ຽງໄພນໍ້າຖ້ວມຢູ່ລຽບຕາມລໍາແມ່ນໍ້າຂອງ

ເມື່ອບໍ່ດົນມານີ້, ກອງເລຂາຄະນະກຳມະການແມ່ນ້ຳຂອງແຫ່ງຊາດ (ກຄມຊ), ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງໂຄງການຄຸ້ມຄອງພື້ນທີ່ຄວາມສ່ຽງໄພນໍ້າຖ້ວມລຽບຕາມແມ່ນໍ້າຂອງພາຍໃຕ້ການຊ່ວຍເຫຼືອລ້າ ຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ ເມືອງຊະນະສົມບູນ ແຂວງຈຳປາສັກ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ ແລະ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກຊສ
ທ່ານ ພອນປະເສີດ ພູລິພັນ ຫົວໜ້າ ກຄມຊ ໄດ້ລາຍງານວ່າ ໂຄງການຄຸ້ມຄອງຄວາມສ່ຽງໄພນໍ້າຖ້ວມລຽບຕາມແມ່ນໍ້າຂອງ ແມ່ນໂຄງການໜຶ່ງ ຂອງກອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ ໂດຍແມ່ນລັດຖະບານຂອງ ສາທາລະນະລັດ ປະຊາຊົນຈີນ ເປັນຜູ້ໃຫ້ງົບປະມານ ໂດຍຜ່ານກອງທຶນພິເສດ ເຊີ່ງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2022 ເປັນຕົ້ນມາ. ຈຸດປະສົງຂອງໂຄງການດັ່ງກ່າວ ແມ່ນເພື່ອວາງກົນໄກຫຼຸດຜ່ອນຜົນກະທົບ ແລະ ຄວາມອ່ອນໄຫວ (ແນວໂນ້ມ) ຈາກໄພນໍ້າຖ້ວມ ໃນປະຈຸບັນ ແລະ ອານາຄົດ ໂດຍອີງໃສ່ມາດຕະການປັບຕົວໃນພື້ນທີ່ ທີ່ມີຄວາມ ສ່ຽງໄພນໍ້າຖ້ວມ. ໃນນັ້ນ, ຈຸດປະສົງສະເພາະ ແມ່ນເພື່ອ
1) ສ້າງຕົວແບບຈຳລອງອຸທົກກະສາດ ແລະ ຊົນລະສາດ; 2) ສ້າງແຜນທີ່ນໍ້າຖ້ວມ ແລະ ປະເມີນຜົນກະທົບ ແລະ ຄວາມອ່ອນໄຫວຈາກໄພນໍ້າຖ້ວມ; 3) ກຳນົດ ແລະ ວາງບູລິມະສິດພື້ນທີ່ ທີ່ມີຄວາມສ່ຽງ ແລະ ຄວາມອ່ອນໄຫວຕໍ່ກັບໄພນໍ້າຖ້ວມ; 4) ກຳນົດມາດຕະການທາງດ້ານໂຄງສ້າງ ແລະ ດ້ານນະໂຍບາຍ ກ່ຽວກັບການປັບຕົວເຂົ້າກັບເຂົ້າໄພນໍ້າຖ້ວມ ໂດຍຜ່ານການຈັດຕັ້ງປະຕິບັດມາດຕະການປັບຕົວທີ່ເໝາະສົມໃນເຂດພື້ນທີ່ນໍ້າຖ້ວມທີ່ຖືເປັນບູລິມະສິດ.
ຕະຫຼອດໄລຍະການຈັດຕັ້ງປະຕິບັດໂຄງການ ແຕ່ປີ 2022 ເປັນຕົ້ນມາ ໂຄງການດັ່ງກ່າວ ໄດ້ເລີ່ມຈາກການສ້າງຕົວແບບຈໍາ ລອງ ເພື່ອຈໍາລອງສະພາບນໍ້າຖ້ວມ ຈົນຮອດ ການລະບຸບ້ານທີ່ມີຄວາມສ່ຽງຕໍ່ໄພນ້ຳຖ້ວມ ຕາມລໍາແມ່ນໍ້າຂອງ. ຫຼັງຈາກກຳນົດບ້ານທີ່ມີ ຄວາມສ່ຽງໄດ້ແລ້ວ, ກໍ່ໄດ້ມີການລົງປະເມີນຄວາມຕ້ອງ ການຮ່ວມກັບອໍານາດການປົກຄອງຂັ້ນແຂວງ ແລະ ເມືອງ. ໂດຍອີງຕາມຜົນການຈໍາລອງນໍ້າຖ້ວມ ໃນອ່າງຮັບນໍ້າເຊໂດນ, ເຫັນໄດ້ວ່າ ເມືອງຄົງເຊໂດນ, ແຂວງສາລະວັນ ແລະ ເມືອງຊະນະສົມບູນ ແຂວງຈໍາປາສັກ ຖືເປັນເມືອງທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ ໃນນັ້ນ, ຢູ່ເມືອງຄົງເຊໂດນ ໄດ້ຄັດເລືອກເອົາ ບ້ານໜອງຫີນ ແລະ ຢູ່ເມືອງຊະນະສົມບູນ ໄດ້ຄັດເລືອກເອົາບ້ານຄີລີ ເຊີ່ງມາດຕະການທີ່ທາງອົງການປົກຄອງເມືອງ ຂອງທັງສອງເມືອງ ແລະ ສອງແຂວງ ເຫັນວ່າມີຄວາມຈຳເປັນທີ່ສຸດ ກໍ່ຄືທີ່ພັກອາໄສຊົ່ວຄາວສຳລັບຜູ້ປະສົບໄພ ພ້ອມກັບລະບົບສາທາລະນຸປະໂພກຈໍານວນໜຶ່ງ.
ດັ່ງນັ້ນ, ໂຄງການ ຈຶ່ງໄດ້ມີການປະເມີນ ແລະ ຕົກລົງເຫັນດີສະໜັບສະໜູນສ້າງສູນຫຼົບໄພພິບັດ ພ້ອມດ້ວຍຫ້ອງນໍ້າ ແລະ ການຕິດຕັ້ງໄຟຟ້າຮັບໃຊ້ ຈໍານວນ 01 ຫຼັງ ຂະໜາດຄວາມກ້ວາງ (10×20 ແມັດ) ຢູ່ບ້ານຄີລີ, ເມືອງຊະນະສົມບູນ, ແຂວງຈໍາປາສັກ; ພ້ອມທັງ ສ້າງຫ້ອງນໍ້າ ພ້ອມດ້ວຍການຕິດຕັ້ງໄຟຟ້າຮັບໃຊ້ ຈໍານວນ 01 ຫຼັງ ຢູ່ບ້ານພູນາລາວ ຄຸ້ມໜອງຫີນ, ເມືອງຄົງເຊໂດນ, ແຂວງສາລະວັນ. ທັງສອງພື້ນຖານໂຄງລ່າງ ດັ່ງກ່າວ ຖືເປັນການປະກອບສ່ວນໃນການຮັບມື ແລະ ຕອບໂຕ້ໄພນໍ້າຖ້ວມ.
ຂ່າວ: ອະພິເດດ ແສງດາລາ




