ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫຼຸບການສ້າງນິຕິກຳຂອງ ຄປຈສພຊ ແລະ ຄູ່ມືການຕິດຕາມກວດກາການປະເມີນຜົນການປະຕິບັດຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ

Mar 31, 2025

ວັນທີ 31 ມີນານີ້ ໄດ້ມີກອງປະຊຸມສະຫຼຸບຜົນສໍາເລັດການສ້າງນິຕິກໍາຂອງຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ແລະ ຄູ່ມືການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກ ລົງຂອງປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ ຂຶ້ນທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາແພງ ວິລະພັນ ຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການກົດໝາຍ; ມີທ່ານຮອງປະທານກໍາມາທິການກົດໝາຍ, ບັນດາທ່ານເລຂາທິການ ແລະ ປະທານຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງສະພາປະຊາຊົນຂັ້ນແຂວງ (ສພຂ) ທົ່ວປະເທດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຈາກ ສພຊ, ສພຂ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມຫຼາຍກວ່າ 50 ທ່ານ.
ກອງປະຊຸມຄັ້ງນີ້ ເປັນການຫຼຸບຜົນການຄົ້ນຄວ້າສ້າງນິຕິກໍາຂອງຄະນະປະຈໍາສະພາແຫ່ງຊາດ ແລະ ເຜີຍແຜ່ຄູ່ມືກ່ຽວກັບການຕິດຕາມກວດກາການປະເມີນຜົນຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ ເພື່ອເຮັດໃຫ້ລັດຖະກອນຂອງສະພາປະຊາຊົນຂັ້ນແຂວງ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ເຂົ້າໃຈກ່ຽວກັບການຕິດຕາມກວດກາການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ ໃນການເປັນເສນາທິການທາງດ້ານວຽກງານດັ່ງກ່າວ ຢ່າງມີປະສິດທິພາບ ແລະ ເປັນເອກະພາບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການປະຕິບັດໜ້າທີ່ວຽກງານຕົວຈິງ.
ການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ ແມ່ນວຽກງານໜຶ່ງທີ່ສຳຄັນ ເຊິ່ງໄລຍະຜ່ານມາໄດ້ຈັດກອງປະຊຸມຄົ້ນຄວ້າສ້າງນິຕິກຳຂອງສະພາແຫ່ງຊາດ ແລະ ຄູ່ມືກ່ຽວກັບການຕິດຕາມກວດກາການປະເມີນຜົນຈັດຕັ້ງປະຕິບັດຂໍ້ຕົກລົງຂອງຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ ແລະ ໄດ້ຈັດກອງປະຊຸມທາບທາມຄໍາເຫັນໃນຂອບເຂດທົ່ວປະເທດ; ນອກຈາກນັ້ນ, ຍັງໄດ້ຈັດກອງປະຊຸມທົດລອງນໍາໃຊ້ຄູ່ມືດັ່ງກ່າວຢູ່ແຂວງຄໍາມ່ວນ, ແຂວງວຽງຈັນ ແລະ ແຂວງເຊກອງ.
ໃນກອງປະຊຸມ ໄດ້ຮັບຟັງການສະຫຼຸບ, ຖອດຖອນບົດຮຽນການສ້າງນິຕິກຳຂອງຄະນະປະຈຳສະພາແຫ່ງຊາດ ແລະ ຄູ່ມືການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງ ນະຄອນຫຼວງ, ແຂວງ; ເຜີຍແຜ່ຄຳແນະນຳຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຕິດຕາມກວດການການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ; ຮັບຟັງບົດສະເໜີ ການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ແລະ ເຜີຍແຜ່ຄູ່ມືການຕິດຕາມກວດກາການປະເມີນການຈັດຕັ້ງປະຕິບັດຂໍ້ຕົກລົງ ຂອງປະທານຄະນະກຳມະການປົກຄອງນະຄອນຫຼວງ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດຄໍາເຫັນ ແລະ ສົນທະນາແລກປ່ຽນບົດຮຽນເຊິ່ງກັນແລະກັນຢ່າງສ້າງສັນ ແລະ ກົງໄປກົງມາ.
ທີ່ມາ: ຂ່າວ “ຜູ້ແທນປະຊາຊົນ”