ວັນທີ 28 ກຸມພາ 2025, ກອງຍິງປືນ 199 ໄດ້ຈັດພິທີ ສະ ຫຼຸບການເຂົ້າຮ່ວມແຂ່ງຂັນຍິງປືນດ້ານຍຸດທະວິທີກອງທັບບົກອາຊຽນ ຄັ້ງທີ 32 ທີ່ປະເທດຟີລິບປີນເປັນເຈົ້າພາບ, ໂດຍການເປັນປະທານຂອງສະຫາຍ ພັນເອກ ພູເງິນ ພົມເມືອງ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ.
ສະຫາຍ ພັນເອກ ພອນແກ້ວ ສຸລິວັນວົງສາ ຫົວໜ້າການທະ ຫານ ກອງຍິງປືນ 199 ໄດ້ລາຍງານຫຍໍ້ຜົນສຳເລັດກ່ຽວກັບການເຂົ້າຮ່ວມແຂ່ງຂັນຍິງປືນທາງດ້ານຍຸດທະວິທີກອງທັບບົກອາຊຽນ ຄັ້ງທີ 32 ປະກອບມີ 5 ປະເພດປືນຄື: ປະເພດ ປືນສັ້ນຊາຍ, ປືນສັ້ນຍິງ, ປືນຈັກ, ປືນເຫຼັກຍາວ ແລະ ປະເພດປືນເຫຼັກສັ້ນ.
ຜ່ານການຈັດຕັ້ງແຂ່ງຂັນຕົວຈິງ ສາມາດຍາດໄດ້ ຫຼຽນຄຳ 10 ຫຼຽນ, ຫຼຽນເງິນ 5 ຫຼຽນ ແລະ ຫຼຽນທອງ 10 ຫຼຽນ. ຈາກຜົນສຳເລັດດັ່ງກ່າວ, ກະຊວງປ້ອງກັນປະເທດ ຕົກລົງປະດັບຫຼຽນໄຊພິລະອາດຫານ ຊັ້ນ III, ມອບໃບຍໍຍ້ອງກະຊວງປ້ອງ ກັນປະເທດ ແລະ ໃບຍໍຍ້ອງກົມໃຫຍ່ການເມືອງກອງທັບ ໃຫ້ແກ່ຄະນະຊີ້ນຳ ແລະ ຄະນະນັກກິລາ ຢ່າງສົມກຽດ.
ຂ່າວ: ໄພນາລິນ






