ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫຼຸບຊຸດອົບຮົມວາທະສິລະປະ ຂອງມູນນິທິສົ່ງເສີມການສຶກສາ ປະຈໍາສົກຮຽນ 2024 2025

Mar 29, 2025

ພິທີສະຫຼຸບວຽກງານການເຝິກອົບຮົມວາທະສິລະປະ ຂອງມູນນິທິສົ່ງເສີມການສຶກສາ ໄດ້ຈັດຂຶ້ນໃນວັນທີ 29 ມີນາ 2025 ທີ່ໂຮງຮຽນ ມສ ວຽງຈັນ ເພື່ອສະຫຼຸບຄືນກ່ຽວກັບວຽກງານການເຝິກອົບຮົມວາທະສິລະປະໃຫ້ແກ່ນັກຮຽນ ມສ ວຽງຈັນ. ໂດຍມີທ່ານ ສົມພຽນ ໄຊຍະເດດ ປະທານມູນນິທິສົ່ງເສີມການສຶກສາ, ທ່ານ ທອງພັນ ອຸໄລພອນ ອຳນວຍການໂຮງຮຽນ ມສ ວຽງຈັນ ພ້ອມດ້ວຍພະນັກງານຄູອານຈານ ແລະ ນັກຮຽນ 60ກວ່າຄົນ ເຂົ້າຮ່ວມ.
ມູນນິທິສົ່ງເສີມການສຶກສາ ໄດ້ໃຫ້ທືນສະໜັບສະໜູນ ຈໍານວນໜຶ່ງ ເພື່ອກິດຈະກຳເຝິກອົບຮົມວາທະສິລະປະໃຫ້ນັກຮຽນທີ່ໂຮງຮຽນ ມສ ວຽງຈັນ ເຊີ່ງປີນີ້ ໄດ້ເລີ່ມປະຕິບັດກິດຈະກຳແຕ່ເດືອນ ຕຸລາ ປີ 2024 ຫາເດືອນ ມີນາ ປີ 2025 ລຸ້ນທີ 14 ໃນໄລຍະການຮຽນແມ່ນ 6 ເດືອນ ແລະ ປີນີ້ມີນັກຮຽນເຂົ້າຮ່ວມທັງໝົດ 30 ກວ່າຄົນ, ໃນ ນັ້ນມີຜູ້ໄດ້ຮັບໃບຢັ້ງຢືນໝົດ 20 ຄົນ, ຍິງ 08 ຄົນ ພາຍຫຼັງໄດ້ປະຕິບັດກິດຈະກຳຝຶກອົບຮົມວາທະສິລະປະຂັ້ນພື້ນຖານໃຫ້ແກ່ນັກຮຽນຕາມກຳນົດ ແຜນການຂອງມູນນິທີສົ່ງເສີມການສຶກສາເປັນໄລຍະເວລາ 6 ເດືອນຜ່ານມາ ເຫັນໄດ້ວ່ານັກຮຽນໄດ້ ຕັ້ງໃຈຮໍ່າຮຽນ ແລະ ມີຄວາມກ້າຫານໃນສະແດງອອກ ໂດຍຜ່ານກິດຈະກຳຕ່າງໆເຊັ່ນ: ການເປັນພິທີກອນ, ການໂຕ້ວາທີ, ການສະແດງລະຄອນ, ຮ້ອງເພງ ແລະ ອື່ນໆ.
ມູນນິທິສົ່ງເສີມການສຶກສາໃຫ້ການສະໜັບສະໜູນຢ່າງສະໝໍ່າສະເໝີ ຈຶ່ງເຮັດໃຫ້ການຮຽນການສອນວາທະສິລະປະໃນປີນີ້ ສໍາເລັດຢ່າງສົມບູນ, ສ່ວນນັກຮຽນຈໍານວນຫຼາຍກໍ່ສາມາດເວົ້າໄດ້ດີ, ສາມາດເຂົ້າໃຈກ່ຽວກັບຈຸດປະສົງເປົ້າໝາຍຂອງເນື້ອຫາເນື້ອເລື່ອງທີ່ຈະເວົ້າ, ຮູ້ຈັກປະຕິບັດກີລີຍາທ່າທາງ ຂອງຕົນເອງໃນການເວົ້າ ແລະ ແຕ່ລະງານການເວົ້າ, ການໃຊ້ກິລິຍາທ່າທາງຕ້ອງຖືກຕາມກາລະເທສະ ຫຼື ຖືກກັບງານພິທີການນັ້ນໆ, ໂດຍສະເພາະໄດ້ສະແດງອອກຂອງການເປັນພິທີກອນ, ການອະພິປາຍ, ການໂຕ້ວາທີ ແລະ ອື່ນໆ. ເຮັດໃຫ້ ນັກຮຽນໄດ້ຮຽນຮູ້ການຢືນ, ການຍ່າງ, ການນົບ, ການແຕ່ງກາຍ, ການສ້າງຄວາມໝັ້ນໃຈ, ບໍ່ອາຍ, ເວົ້າລຽນໄຫຼ, ການໃຊ້ຄໍາສັບ, ເວົ້າຖືກປະໂຫຍກ, ຫຼັກໄວຍະກອນ, ຮູ້ ອອກສຽງຂື້ນລົງ, ມີຈັງຫວະ ແລະ ເປັນທຳມະຊາດ.