ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນວຽກງານບໍລິຫານສູນຂ່າວ ແລະ ຄຸ້ມຄອງນັກຂ່າວຕ່າງປະເທດ

Sep 14, 2024

ໃນວັນທີ 12 ກັນຍາ 2024 ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ກົມການຂ່າວ, ກະຊວງການ ຕ່າງປະເທດ ຮ່ວມກັບສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາ ແລະ ຖອດຖອນບົດ ຮຽນວຽກງານບໍລິຫານສູນຂ່າວ ແລະ ຄຸ້ມຄອງນັກຂ່າວຕ່າງ ປະເທດ ເພື່ອກະກຽມຄວາມພ້ອມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ, ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນທະລາ ປັນຍາວິຈິດ, ຫົວໜ້າກົມການຂ່າວ, ກະຊວງການຕ່າງປະເທດ ແລະ ທ່ານ ນາງ ເມແກນ ໂຈນສ໌, ເອກອັກຄະລັດຖະທູດ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ, ມີບັນດາພະນັກງານ ແລະ ເຈົ້າຫນ້າທີ່ຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນ ຄວາມສະຫງົບ, ບັນດາຄູ-ອາຈານ ແລະ ນັກສືກສາອາສາສະໝັກຈາກມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມປະມານ 160 ທ່ານ, ພາຍໃຕ້ການສະໜັບສະໜູນຈາກ ສະຖານເອກອັກຄະລັດຖະທູດ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ.
ໃນພິທີເປີດ, ທ່ານຫົວຫນ້າກົມການຂ່າວ, ກະຊວງການຕ່າງ ປະເທດ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ທີ່ນັບມື້ໄດ້ຮັບການເສີມ ຂະຫຍາຍ ແລະ ເພີ່ມພູນຄູນສ້າງຂຶ້ນເປັນກ້າວໆ, ພ້ອມທັງໄດ້ຕາງຫນ້າໃຫ້ກະຊວງການຕ່າງປະເທດ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ທ່ານທູດ ເມແກນ ໂຈນສ໌ ແລະ ສະຖານເອກອັກຄະ ລັດຖະທູດ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ກໍຄື ລັດຖະ ບານ ອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ເວົ້າລວມ, ເວົ້າສະເພາະ ກໍແມ່ນການຊ່ວຍເຫຼືອສ້າງຂີດຄວາມສາມາດໃຫ້ບຸກຄະລາກອນທີ່ຮັບຜິດຊອບໃນວຽກງານບໍລິຫານສູນຂ່າວ ແລະ ຄຸ້ມຄອງນັກຂ່າວຕ່າງປະເທດ ເພື່ອກຽມຄວາມພ້ອມໃຫ້ແກ່ການຮັບໃຊ້ກອງປະຊຸມສຸດຍອດ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດກ່ຽວຂ້ອງອື່ນໆ ທີ່ຈະຈັດຂຶ້ນໃນເດືອນ ຕຸລາ 2024 ແລະ ຫວັງຢ່າງຍິ່ງວ່າ ສະຖານທູດ ອົດສະຕຣາລີ ຈະສືບຕໍ່ໃຫ້ການສະໜັບ ສະໜູນຊ່ວຍເຫຼືອ ກົມການຂ່າວ ຕື່ມອີກໃນຕໍ່ຫນ້າ.
ໃນຂະນະດຽວກັນ, ທ່ານ ນາງ ເມແກນ ໂຈນສ໌, ເອກອັກຄະລັດ ຖະທູດ ອົດສະຕຣາລີ ປະຈໍາ ສປປ ລາວ ກໍໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງ ສປປ ລາວ ໃນການເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ໃນເດືອນ ກໍລະກົດ ຜ່ານມາ, ຊົມເຊີຍກົມການຂ່າວ, ກະຊວງການ ຕ່າງປະເທດ ທີ່ມີຜົນສຳເລັດໃນການປະຕິບັດວຽກງານບໍລິຫານສູນຂ່າວ ແລະ ຄຸ້ມຄອງນັກຂ່າວຕ່າງປະເທດ ທີ່ເຂົ້າມາເກັບກຳກອງປະຊຸມ AMM. ພ້ອມນັ້ນ, ທ່ານທູດ ຍັງໄດ້ສະແດງຄວາມ ຍິນດີຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ເພື່ອເຮັດໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ປະສົບຜົນສໍາເລັດ.
ພາຍຫຼັງພິທີເປີດ, ທ່ານຫົວໜ້າກົມການຂ່າວ, ກະຊວງການຕ່າງ ປະເທດ ໄດ້ສືບຕໍ່ເປັນປະທານ ແລະ ນຳພາການດຳເນີນກອງປະຊຸມ ແລະ ໃຫ້ກຽດລາຍງານຜົນການປະຕິບັດວຽກງານສູນຂ່າວ ແລະ ຄຸ້ມຄອງນັກຂ່າວຕ່າງປະເທດ ໂດຍໄດ້ຍົກໃຫ້ເຫັນເຖິງຜົນສຳເລັດຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ທີ່ຜ່ານມາ ໂດຍສັງເຂບ ວ່າ: ກອງປະຊຸມ AMM ຄັ້ງທີ 57 ແລະ ກອງປະຊຸມກ່ຽວຂ້ອງອາຊຽນ, ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໄດ້ດໍາເນີນແຕ່ວັນທີ 24-27 ກໍລະກົດ 2024 ດ້ວຍຜົນສໍາເລັດຢ່າງຈົບງາມ; ສາມາດບັນລຸຖະແຫຼງການຮ່ວມຂອງກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 (Joint Communique of the 57th ASEAN Foreign Ministers’ Meeting), ຊຶ່ງຖືເປັນຜົນສຳເລັດທີ່ສຳຄັນຢ່າງຍິ່ງໃນການເປັນປະທານອາຊຽນ ຂອງ ສປປ ລາວ. ວຽກງານສູນຂ່າວ ແລະ ຄຸ້ມຄອງນັກຂ່າວຕ່າງປະເທດ ໄດ້ປະກອບສ່ວນສໍາຄັນເຮັດໃຫ້ການເປັນເຈົ້າພາບກອງປະຊຸມ AMM ຄັ້ງທີ 57 ປະສົບຜົນສໍາເລັດ, ຊຶ່ງມີນັກຂ່າວຕ່າງປະເທດເຂົ້າມາເກັບກໍາຂ່າວກອງປະຊຸມຄັ້ງນີ້ທັງໝົດ 418 ຄົນ ຈາກ 86 ສໍານັກຂ່າວຈາກທົ່ວໂລກ. ການຮັກສາຄວາມປອດໄພ ຢູ່ພາຍໃນ ແລະ ພາຍນອກ ສູນຂ່າວ ແມ່ນມີຄວາມສະຫງົບດີ ແລະ ການໃຫ້ການບໍລິການໃນສູນຂ່າວແມ່ນສ້າງຄວາມພໍໃຈໃຫ້ນັກຂ່າວຕ່າງປະເທດ, ໂດຍສະເພາະການສະໜອງສັນຍານອິນເຕີເນັດຄວາມໄວສູງ, ການສົ່ງສັນຍານພາບສົດຈາກຫ້ອງປະຊຸມ, ຮູບພາບ ແລະ ວີດີໂອ ກ່ຽວກັບກອງປະຊຸມຜ່ານລິ້ງ Google drive ໂດຍລວມນັກຂ່າວຕ່າງປະເທດສ່ວນໃຫຍ່ແມ່ນມີຄວາມເພິ່ງພໍໃຈຕໍ່ການບໍລິການດ້ານຕ່າງໆຂອງຄະນະຮັບຜິດ ຊອບສູນຂ່າວ.
ພ້ອມນີ້, ທ່ານປະທານກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ແຕ່ລະຈຸງານ ຈົ່ງສືບຕໍ່ປະຕິບັດຫນ້າທີ່ວຽກງານທີ່ໄດ້ຮັບມອບຫມາຍ ໃຫ້ສຳເລັດຕາມກໍານົດເວລາ, ໄດ້ເນັ້ນຢ້ຳໃຫ້ບັນດາພະນັກງານ LOs-VOs ຈົ່ງນໍາເອົາບົດຮຽນທີ່ຖອດຖອນໄດ້ຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອບໃນການປະກອບສ່ວນຮັບໃຊ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ທີ່ ສປປ ລາວ ຈະເປັນເຈົ້າພາບໃນເດືອນຕຸລາ ປີ 2024 ໃຫ້ສາມາດບັນລຸຜົນສໍາເລັດໄດ້ຢ່າງຈົບງາມ, ສືບຕໍ່ເອົາໃຈໃສ່ການເປັນຜູ້ປະສານງານທີ່ດີ ເພື່ອອໍານວຍຄວາມສະດວກໃຫ້ແກ່ບັນດາສື່ ມວນຊົນຕ່າງປະເທດ ແລະ ສ້າງຄວາມປະທັບໃຈອັນດີງາມແກ່ເຂົາເຈົ້າ ໃນໂອກາດມາເຂົ້າຮ່ວມເກັບກຳຂ່າວກອງປະຊຸມສຸດຍອດອາຊຽນທີ່ຈະມາເຖິງ ເພື່ອນຳໄປໂຄສະນາເຜີຍແຜ່ອອກສູ່ພາກ ພື້ນ ແລະ ສາກົນ.
ນອກຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງລາຍງານຜົນການປະຕິບັດວຽກງານຈາກຫົວໜ້າແຕ່ລະຈຸງານ ໃນການສະຫຼຸບຕີລາຄາຄືນ ແລະ ຖອດຖອນບົດຮຽນຕໍ່ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເປັນຕົ້ນ ວຽກງານຈັດຕັ້ງ ແລະ ບໍລິຫານສູນຂ່າວຕ່າງປະເທດ; ວຽກງານລົງທະບຽນ ແລະ ຄຸ້ມຄອງສື່ມວນຊົນຕ່າງປະເທດ; ວຽກງານປະຊາສໍາພັນ ແລະ ຂໍ້ມູນຂ່າວສານ; ແລະ ວຽກງານການໃຫ້ບໍລິການພາຫະນະ ແລະ ຂົນສົ່ງ.
ໃນຕອນທ້າຍ, ບັນດາຜູ້ເຂົ້າຮ່ວມ ໄດ້ມີການຖາມ-ຕອບ ແລະ ແລກປ່ຽນຄຳຄິດເຫັນຮ່ວມກັນຢ່າງກົງໄປກົງມາໃນແຕ່ລະວຽກ ງານ ເພື່ອເປັນການຖອດຖອນບົດຮຽນ ແລະ ການກຽມຄວາມພ້ອມໃນການປະກອບສ່ວນຮັບໃຊ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.