ວັນທີ 28 ກຸມພາ 2025, ທີ່ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານແກ້ໄຂລະເບີດບໍ່ ທັນແຕກ (ລບຕ) ເພື່ອມະນຸດສະທໍາ ປະຈໍາປີ 2024 ແລະ ວາງທິດທາງແຜນການປະຈໍາປີ 2025, ໂດຍການເປັນປະທານຂອງສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ.
ສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງ ການກົມໃຫຍ່ເສນາທິການກອງທັບ ຜ່ານບົດສະຫຼຸບຖອດຖອນບົດຮຽນວຽກງານແກ້ໄຂລະເບີດ ບໍ່ທັນແຕກ ເພື່ອມະນຸດສະທຳກອງທັບ ປະຈໍາປີ 2024 ວ່າ: ໂຄງການແກ້ໄຂບັນຫາ ລບຕ ໂດຍນໍາໃຊ້ງົບປະມານ ລັດຖະບານ ແຫ່ງ ສປປ ລາວ ໂດຍຜ່ານກົນໄກຂອງ ຄຊກລ ປະຕິບັດຢູ່ແຂວງໄຊສົມບູນນໍາໃຊ້ກຳລັງ 1 ໝູ່ ຈໍານວນພົນ 13 ສະຫາຍ, ປະຕິບັດການກວດກູ້ຢູ່ສະໜາມ ໂຮງ ຮຽນມັດທະຍົມສົມບູນລ້ອງແຈ້ງ, ເມືອງລ້ອງແຈ້ງ ກວດກູ້ສໍາເລັດ 8,462 ຕາແມັດ, ກວດພົບ ແລະ ທຳລາຍ ລບຕ 36 ໜ່ວຍ, ມີຜູ້ໄດ້ຮັບຜົນປະໂຫຍດລວມທັງໝົດ 2,496 ຄົນ, ໂຄງການຮ່ວມມືກວດກູ້ ລບຕ ເພື່ອມະນຸດສະທຳ ລະຫວ່າງ ກະ ຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກະຊວງປ້ອງ ກັນປະເທດ ແຫ່ງ ສ ຣັດເຊຍ ປະຈຳສົກ 2023-2024 ຢູ່ເມືອງກາສີ ແຂວງວຽງຈັນ ເຊິ່ງເລີ່ມແຕ່ວັນ ທີ 2 ມັງກອນ 2023-20 ມີນາ 2024 ສາມາດປະຕິບັດການກວດກູ້ ລບຕ ລາວ-ຣັດເຊຍ ໄດ້ເນື້ອທີ່ ລວມທັງໝົດ 14,56 ເຮັກຕາ, ກວດພົບລະເບີດ 611 ລູກ, ເສດເຫຼັກ 144,593 ສິ້ນສ່ວນ ແລະ ເສດສະເກັດ 107,443 ສີ້ນສ່ວນ.
ພ້ອມນີ້, ໄດ້ສໍາເລັດວຽກງານເຝິກອົບຮົມ ລບຕ ຂັ້ນຮອງຫົວໜ້າທີມ (ຂັ້ນ 2) ຈໍານວນ 16 ສະຫາຍ; ວຽກງານກວດກູ້ (CL) ປະຕິບັດກວດກູ້ ລບຕ 34 ສະໜາມ ຢູ່ໃນ 8 ເມືອງ, ຈໍານວນ 19 ບ້ານ ຂອງແຂວງ ວຽງຈັນ, ບໍລິຄໍາໄຊ ແລະ ໄຊສົມບູນ ມີເນື້ອທີທັງໝົດ 1,357 ເຮັກຕາ, ກວດພົບ ແລະ ທຳລາຍ ລບຕ ໄດ້ທັງໝົດ 1,332 ໜ່ວຍ, ໃນນັ້ນ ລະເບີດ ຊະນິດບົມບີ 494 ໜ່ວຍ, ມິ່ນ 4 ໜ່ວຍ, ບົ່ມ 9 ໜ່ວຍ, ລະເບີດ ແລະ ສໍາພາວຸດອື່ນໆ ອີກ 825 ໜ່ວຍ, ມີຜູ້ໄດ້ຮັບຜົນປະໂຫຍດລວມທັງໝົດ 12,916 ຄົນ, ຢູ່ບ້ານ ຫົວເມືອງ ສະໜາມ ບ້ານຜາເຈົ້າ, ເມືອງກາສີ, ບ້ານ ຜາຕັ້ງ ເມືອງ ວັງວຽງ ແຂວງ ວຽງຈັນ, ຈໍານວນ 12 ສະໜາມ, ກວດກູ້ເນື້ອທີ 318,940 ຕາແມັດ, ສາມາດທໍາລາຍລະເບີດໄດ້ທັງໝົດ 658 ໝ່ວຍ, ບົມບີ 61 ໜ່ວຍ, ບົ່ມໃຫຍ່ 1 ໜ່ວຍ ແລະ ລະເບີດອື່ນໆອີກ 596 ໜ່ວຍ ແລະ ວຽກງານທໍາລາຍເຄື່ອນທີ່ (RT) ໄດ້ເຄື່ອນໄຫວທໍາລາຍ ລບຕ ທີ່ປະຊາຊົນພົບເຫັນ ແລະ ລາຍງານຫອ້ງການ ຄຊກລ ປະຈຳຢູ່ ແຂວງ ບໍລິຄຳໄຊ, ວຽງຈັນ, ໄຊສົມບູນ ແລະ ນະຄອນຫຼວງວຽງ ຈັນ ໃນຈໍານວນ 52 ບ້ານ, ມີ 69 ກໍລະນີ, ສາມາດທໍາລາຍ ລບຕ ໄດ້ທັງໝົດ 826 ໜ່ວຍ, ໃນນັ້ນ, ມີລະເບີດບົມບີ ຈໍານວນ 480 ໜ່ວຍ, ມິນ 2 ໜ່ວຍ, ບົ່ມໃຫຍ່ 2 ໜ່ວຍ ລະເບີດ ແລະ ສໍາພາວຸດ ຊະນິດອື່ນໆອີກ 397 ໜ່ວຍ; ຈາກນັ້ນແຕ່ລະພາກສ່ວນກໍໄດ້ປະຄໍາເຫັນຕໍ່ບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າ.
ທີ່ມາ: ໜັງສືພິມກອງທັບ




