ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫຼຸບ​ຖອດ​ຖອນ​ບົດຮຽນ​ວຽກ​ງານ​ຄຸ້ມ​ຄອງ​ໄພພິບັດ ປະຈຳ​ປີ 2024

Dec 13, 2024

ວັນ​ທີ 12 ທັນວາ 2024 ນີ້, ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ວຽກ​ງານ​ຄຸ້ມ​ຄອງ​ໄພພິບັດ ປະຈຳ​ປີ 2024 ແລະ ກຳນົດ​ທິດ​ທາງ​ແຜນການ​ວຽກ​ງານ​ຄຸ້ມ​ຄອງ​ໄພພິບັດ ປີ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ປະສິດ ທ່ຽງທຳ ຮອງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ຮອງ​ປະທານ​ຄະນະ​ກຳມະການ​ຄຸ້ມ​ຄອງ​ໄພພິບັດ​ຂັ້ນ​ສູນ​ກາງ, ປະທານ​ຄະນະ​ກຳມະການ​ຄຸ້ມ​ຄອງ​ໄພພິບັດ​ກະຊວງ​ປ້ອງ​ກັນ​ປະເທດ.
ສະຫາຍ ພັນ​ເອກ ປາດ​ຖະ​ໜາ ບຸດ​ຕິ​ຈັກ ຮອງ​ຫົວໜ້າ​ຫ້ອງການ ກົມ​ໃຫຍ່​ເສ ນາ​ທິ​ການ​ກອງທັບ, ຫົວໜ້າ​ກອງ​ເສນາ​ທິ​ການ​ຄຸ້ມ​ຄອງ​ໄພພິບັດ​ກະຊວງ​ປ້ອງ​ກັນ​ປະ ເທດ ໄດ້​ຜ່ານ​ບົດ​ສະຫຼຸບ ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຄຸ້ມ​ຄອງ​ໄພພິບັດ​ປະຈຳ​ປີ 2024 ແລະ ທິດ​ທາງ​ແຜນການ​ຄຸ້ມ​ຄອງ​ໄພພິບັດ ປະຈຳ​ປີ 2025 ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ: ນັບ​ແຕ່​ເດືອນ​ມັງກອນ-ພະຈິກ ໄດ້​ເກີດ​ໄພພິບັດ​ທຳ​ມະ​ຊາດ​ຫຼາຍ​ກວ່າ​ປີຜ່ານມາ ໃນ​ນັ້ນ​ແຂວງ​ທີ່​ໄດ້​ຮັບ​ຜົນ​ກະທົບ​ໜັກ​ມີ: ແຂວງ​ຫຼວງ​ນ້ຳ​ທາ, ແຂວງ​ຫົວພັນ ແລະ ນະຄອນຫຼວງ​ວຽງ​ຈັນ. ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ, ຄະນະ​ກຳມະການ​ວຽກ​ງານ​ຄຸ້ມ​ຄອງ​ໄພພິບັດ ກະຊວງ​ປ້ອງ​ກັນ​ປະເທດ, ໂດຍ​ສະເພາະ​ກອງ​ເສນາ​ທິ​ການ​ຄະນະ​ກຳມະການ​ຄຸ້ມ​ຄອງ​ໄພພິບັດ ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ເປັນ​ເຈົ້າ​ການ​ປະ ສານ​ສົມທົບ​ກັບ​ບັນດາ​ກະຊວງ ແລະ ອົງການ​ປົກຄອງ​ທ້ອງຖິ່ນ ເຮັດ​ວຽກ​ງານ​ກຽມ ພ້ອມ​ປ້ອງ​ກັນ ແລະ ຕອບ​ໂຕ້​ໄພພິບັດ ໃຫ້​ທັນ​ກັບ​ສະພາບ​ການ ແລະ ມີ​ປະ​ສິດທິ​ຜົນ, ໄດ້​ມອບ​ໝາຍ​ໃຫ້​ກົມ​ກອງ​ທະຫານ​ຢູ່​ແຕ່​ລະ​ທ້ອງຖິ່ນ​ບ່ອນເກີດ​ໄພພິບັດ​ເປັນ​ເຈົ້າ​ການ​ວ່ອງໄວ​ຈັດ​ຕັ້ງ​ກຳລັງ ແລະ ນຳ​ໃຊ້​ພາຫະນະ, ອຸປະກອນ​ທີ່​ມີ, ປະສານ​ສົມທົບ​ກັບ​ຂະແໜງການ​ທີ່​ກ່ຽວຂ້ອງ​ໃນ​ທ້ອງຖິ່ນ​ເຂົ້າ​ຊ່ວຍເຫຼືອ​ຜູ້​ປະສົບ​ໄພ, ຊີ້​ນຳ​ຄະນະ​ກຳມະການ​ຄຸ້ມ​ຄອງ​ໄພພິບັດ​ແຕ່​ລະ​ຂັ້ນ​ເຮັດ​ວຽກ​ງານ​ກຽມພ້ອມ​ຕອບ​ຕ້ານ ແລະ ຫຼຸດຜ່ອນ​ຄວາມ​ສ່ຽງ​ໄພພິບັດ ເຮັດ​ໃຫ້​ວຽກ​ງານ​ກອບ​ກູ້​ຜູ້​ປະສົບ​ໄພ ແລະ ຊ່ວຍເຫຼືອ​ສຸກ​ເສີນ ຕາມ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ແຕ່​ລະ​ກົມ​ກອງ ແລະ ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ຢ່າງ​ມີ​ປະ​ສິດທິ​ຜົນ.
ໄປ​ພ້ອມ​ກັບ​ການ​ຊ່ວຍເຫຼືອ​ກອບ​ກູ້​ໄພພິບັດ ຄະນະ​ກຳມະການ​ຄຸ້ມ​ຄອງ​ໄພພິບັດ​ກະຊວງ​ປ້ອງ​ກັນ​ປະເທດ ຍັງ​ໄດ້​ສຳເລັດ​ການ​ເຂົ້າ​ຮ່ວມ​ວຽກ​ງານ​ຊອກ​ຄົ້ນ-ກອບ​ກູ້ ແລະ ໜ່ວຍ​ແພດ​ຊ່ວຍເຫຼືອ​ຜູ້​ປະສົບ​ໄພ​ຮ່ວມ 3 ກອງທັບ: ກຳປູເຈຍ-ລາວ-ຫວຽດ ນາມ ຢູ່​ປະເທດ​ກຳປູເຈຍ, ຫຼາຍ​ກົມ​ກອງ ກໍ​ໄດ້​ຈັດ​ຕັ້ງ​ອົບຮົມ​ຫັດ​ແອບ​ການ​ຊອກ​ຄົ້ນ-ກອບ​ກູ້ ແລະ ຊ່ວຍເຫຼືອ​ຜູ້​ປະສົບ​ໄພ ຢູ່​ກັບ​ກົມ​ກອງ​ຕາມ​ເງື່ອນໄຂ ແລະ ຄວາມ​ສາມາດ​ຂອງ​ກົມ​ກອງ.
ພ້ອມ​ກັນ​ນັ້ນ, ຄະນະ​ກຳມະການ​ຄຸ້ມ​ຄອງ​ໄພພິບັດ​ກະຊວງ​ໄດ້​ຊີ້​ນຳ​ກອງ​ເສນາ​ສົມ ທົບ​ເຫຼົ່າ​ຮົບ​ລົງ​ໄປ​ຈັດ​ຕັ້ງ​ເຝິກ​ອົບຮົມ​ຢູ່​ບັນດາ​ກົມ​ກອງ​ຈຳນວນ​ໜຶ່ງ​ຕື່ມ​ອີກ ເພື່ອ​ກຽມ​ຄວາມ​ພ້ອມ​ຊ່ວຍເຫຼືອ​ຜູ້ ປະສົບ​ໄພພິບັດ​ໃນຕໍ່ໜ້າ​ນີ້​ໃຫ້​ໄດ້​ຮັບ​ໝາກຜົນ​ສູງ.
ຂ່າວ: ໜັງສືພິມກອງທັບ