ສະຫຼຸບຜົນການແຂ່ງຂັນກິລາເທຄວັນໂດ ງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ປະເພດຟ້ອນປຸ່ມເຊ້ ດ່ຽວຍິງ-ຊາຍ ແລະ ຄູ່ປະສົມ ໃນຕອນບ່າຍວັນທີ 10 ພຶດສະພາ ຜ່ານມາ ທີ່ສະໜາມກິລາໃນຮົ່ມບູຢອງ ດັ່ງລຸ່ມນີ້:
ລາຍງການຟ້ອນປຸ່ມເຊ້ ດ່ຽວຍິງ:
– ຫຼຽນຄຳ ນາງ ສຸດາວັນ ແສນລະທີ ຈາກວິທະຍາຄານສັນຕິບານປະຊາຊົນ
– ຫຼຽນເງິນ ນາງ ສຸພັນສາ ຊາມົນຕີ ຈາກວິທະຍາຄານກອງທັບ
– ຫຼຽນທອງຮ່ວມ ນາງ ພຸດທິດາ ພິມມະສອນ ຈາກມະຫາວິທະຍາໄລແຫ່ງຊາດ ແລະ ນາງ ອາລຸນນ້າ ສຸວັນນະສາວ ຈາກສະຖາບັນຣັຕນະບໍລິຫານທຸລະກິດ
ລາຍການຟ້ອນປຸ່ມເຊ້ ດ່ຽວຊາຍ:
– ຫຼຽນຄຳ ທ້າວ ລັກກີ ແສງມະນີ ຈາກມະຫາວິທະຍາໄລສຸພານຸວົງ
– ຫຼຽນເງິນ ທ້າວ ຄອນສະຫວັນ ລາດພົມມະຈັນ ຈາກວິທະຍາຄານສັນຕິບານປະຊາຊົນ
– ຫຼຽນທອງຮ່ວມ ທ້າວ ພິສິດໄຊ ແສງວົງສັກ ຈາກມະຫາວິທະຍາໄລແຫ່ງຊາດ ແລະ ທ້າວ ສາດສະດາ ພົມມະວົງ ຈາກວິທະຍາຄານກອງທັບ
ປະເພດຟ້ອນປຸ່ມເຊ້ ຄູ່ປະສົມ:
– ຫຼຽນຄຳ ນາງ ສຸດາວັນ ແສນລະທີ ແລະ ທ້າວ ຄອນສະຫວັນ ລາດພົມມະຈັນ ຈາກວິທະຍາຄານສັນຕິບານປະຊາຊົນ
– ຫຼຽນເງິນ ນາງ ເມລິນດາ ແຊ່ຈ່າວ ແລະ ທ້າວ ອາພິລັກ ຈັນດີພິດ ຈາກມະຫາວິທະຍາໄລສຸພານຸວົງ
– ຫຼຽນທອງຮ່ວມ ນາງ ອາລຸນນ້າ ສຸວັນນະສາວ ຈັບຄູ່ກັບ ທ້າວ ກິດສະດາ ແກ່ນທອງລາດ ຈາກສະຖາບັນຣັຕນະບໍລິຫານທຸລະກິດ ແລະ ນາງ ຄອນສະຫວັນ ລັດທິດາ ຈັບຄູ່ກັບ ທ້າວ ພຸດທະສອນ ແສງແກ້ວມີໄຊ ຈາກມະຫາວິທະຍາໄລແຫ່ງຊາດ.
ຂ່າວ-ພາບ: ລູກນ້ຳເຊ ອິນທະດາລິນ





