ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫຼຸບຜົນສໍາເລັດການປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45″

Oct 31, 2024

ວັນທີ 30 ຕຸລາ 2024 ກະຊວງປ້ອງກັນຄວາມສະຫງົບ ໄດ້ສະຫຼຸບຜົນສໍາເລັດການປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 1-12 ຕຸລາ 2024 ໂດຍການ ເປັນປະທານໂດຍ ພົຕ ສົມວັນ ລາຍລ້ອງພາ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.
ພົຈວ ເຄນທະວີໄຊ ເພັດພະນາ ຮອງຫົວນ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ຕະຫຼອດໄລຍະກອງປະຊຸມ ຄະນະຮັບຜິດຊອບໄດ້ຈັດວາງກໍາລັງປ້ອງກັນນໍາໃຊ້ກຳລັງປ້ອງກັນທັງໝົດ 5.968 ສະຫາຍ, ປ້ອງກັນຢູ່ 82 ຈຸດ, ນໍາໃຊ້ພາຫະນະ 1.848 ຄົນ, ເຮືອ 10 ລຳ ແລະ ໜາວິຊາສະເພາະ 20 ໂຕ, ເຂົ້າປິດພື້ນທີ່ປ້ອງກັນນັບແຕ່ວັນທີ 1-12 ຕຸລາ 2024 (ຈັດຕັ້ງປະຕິບັດເປັນ 3 ໄລຍະໃນການຢຶດພື້ນທີ່ຕາມສະພາບການຕົວຈິງ). ໃນນີ້, ນໍາໃຊ້ກຳລັງ 903 ສະຫາຍ ແລະ ພາຫະນະວິຊາສະເພາະ 292 ຄັນ ໃນການເຮັດວຽກງານເປີດທາງ-ຄຸມແຫ່ໃຫ້ຄະນະຜູ້ແທນຈາກ ຕ່າງປະເທດ.
ອີງໃສ່ວາລະການເຄື່ອນໄຫວຂອງຄະນະຜູ້ແທນທີ່ເພີ່ມຂຶ້ນ ໄດ້ຈັດຕັ້ງກໍາລັງປ້ອງ ກັນຄວາມສະຫງົບ ຈັດວາງເພີ່ມອີກ 18 ຈຸດ, ນຳໃຊ້ກຳລັງ 757 ສະຫາຍ ແລະ ພາຫະນະ 108 ຄັນ, ປະສານສົມທົບກັບກຳລັງປ້ອງກັນຊາດໃນການປ້ອງກັນ ໂດຍມີການແບ່ງໜ້າທີ່ຄວາມຮັບຜິດຊອບຕາມ ພາລະບົດບາດ ແລະ ຂອບເຂດສິດຂອງ 2 ກະຊວງ, ໄດ້ມີຄວາມເອກະພາບແຕ່ເທິງລົງລຸ່ມ ແຕ່ຂັ້ນບັນຊາສູງສຸດຈົນເຖິງຂັ້ນສູ້ຮັບຂອງສອງກຳລັງ ທີ່ປະຈຳຢູ່ແຕ່ລະຈຸດ, ໄດ້ມີສູນບັນຊາຂອງສອງກຳລັງ ປກຊ-ປກສ ແລະ ມີການສ່ອງແສງແລກປ່ຽນສະພາບການໃນແຕ່ລະວັນ ເພື່ອລາຍງານຂໍທິດຊີ້ນໍາຈາກຂັ້ນເທິງ.
ຜ່ານການປ້ອງກັນກອງປະຊຸມສຸດອຍອດອາຊຽນ ຄັ້ງນີ້ 2 ກຳລັງປ້ອງກັຊາດ-ປ້ອງກັນຄວາມ ສະຫງົບ ສາມາດເຮັດຫຼ້ອນໜ້າທີ່, ຮັບປະກັນໄດ້ຄວາມສະຫງົບ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍຮອບດ້ານ.
ຂ່່າວ: ຄໍາໂຖ, ຄວາມສະຫງົບລາວ