ໃນວັນທີ 19 ທັນວາ 2024 ນີ້, ຢູ່ທີ່ສາງມິດຕະພາບ ກອງ ທັບປະຊາຊົນລາວ ໄດ້ຈັດພິທີສະຫຼຸບຜົນສໍາເລັດໄລຍະທີ 1 ແລະ ໄລຍະທີ 2 ໃນການປັບປຸງຍົກລະດັບໂຮງ ງານມິດຕະພາບ ກອງທັບປະຊາຊົນລາວ. ຝ່າຍລາວ ນໍາໂດຍ ສະຫາຍ ພົນຕີ ປະ ສິດ ທ່ຽງທຳ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ແລະ ຝ່າຍຣັດເຊຍ ນໍາໂດຍ ສະຫາຍ ພົນຕີ ອາເລັກຊານເດີ ເຄີຊິມມົບສະກີ ຫົວໜ້າກົມໃຫຍ່ຮ່ວມມືສາກົນດ້ານການທະຫານ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ.
ສອງຝ່າຍ ໄດ້ສະຫຼຸບວຽກງານໂດຍຫຍໍ້ ໂດຍປະຕິບັດຕາມສັນຍາ ວ່າດ້ວຍການຊ່ວຍເຫຼືອທາງດ້ານເຕັກນິກການທະຫານ ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ແລະ ກະ ຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເພື່ອປະກອບສ່ວນເຮັດໃຫ້ກອງທັບປະຊາຊົນລາວ ເຕີບໃຫຍ່ ເຂັ້ມແຂງ ແລະ ທັນ ສະໄໝ ເວົ້າລວມ, ເວົ້າສະເພາະ ແມ່ນແຜນການຮ່ວມມືປັບປຸງຍົກລະດັບສະມັດຕະພາບ ຄວາມອາດສາ ມາດໃນການສ້ອມແປງ ຟື້ນຟູພາຫະນະອາວຸດຍຸດໂທປະກອນເຕັກນິກ ໃຫ້ແກ່ກອງທັປະຊາຊົນລາວ, ເພື່ອເປັນການເສີມສ້າງການພົວພັນຮ່ວມມື ລະ ຫວ່າງ ສອງກະ ຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ສ ຣັດເຊຍ ໃຫ້ແໜ້ນແຟ້ນກວ່າເກົ່າ.
ແຜນຮ່ວມມືປັບປຸງຍົກລະດັບໂຮງງານມິດຕະພາບ ໄລຍະທີ 3 ຈະສຸມໃສ່ປັບປຸງຂະຫຍາຍພື້ນຖານໂຄງລ່າງ ຂອງໂຮງງານ ເພື່ອຮັບປະກັນຄວາມພ້ອມກຽມຮັບເອົາບັນດາເຄື່ອງອຸປະກອນ ທີ່ຝ່າຍຣັດເຊຍຊ່ວຍເຫຼືອໃນຕໍ່ໜ້າ, ສ້າງໂຮງງານແຫ່ງນີ້ ເປັນໂຮງ ງານ ທີ່ສາມາດຮອງຮັບພາຫະນະການທະຫານ ເຂົ້າມາສ້ອມແປງ ແລະຮັບປະກັນດານເຕັກນິກ ໃຫ້ແກ່ກອງທັບປະຊາຊົນລາວ.
ຂ່າວ: ນ ວິໄລພອນ





