ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ປະຈໍາປີ 2024 ແລະ ວາງທິດທາງແຜນການ ປີ 2025 ໃນວັນທີ 24 ມັງກອນ 2025 ທີ່ຫໍປະຊຸມແຫ່ງຊາດ, ໂດຍໃຫ້ກຽດເປັນປະທານຂອງ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ ປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ມີຄະນະກໍາມະການຕ້ານການຄ້າມະນຸດແຂວງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງ ປກສ ຫົວໜ້າກົມໃຫຍ່ຕຳຫຼວດ ຮອງປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ (ຜູ້ປະຈໍາການ) ໄດ້ໃຫ້ຮູ້ວ່າ: 1 ປີ ທີ່ຜ່ານມາ ສປປ ລາວ ກໍ ເປັນປະເທດໜຶ່ງ ທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ, ໃນປີ 2024 ໄດ້ພົບເຫັນການຄ້າມະນຸດ ທີ່ເກີດຂຶ້ນຢູ່ໃນປະເທດຫຼາຍຮູບແບບ, ອັນພົ້ນເດັ່ນ ແມ່ນມີພວກນາຍໜ້າ ແລະ ກຸ່ມຄົນບໍ່ດີໄດ້ຕົວະຍົວະຫຼອກລວງເອົາຍິງສາວລາວຈຳນວນໜຶ່ງ ໄປເຮັດວຽກສໍ້ໂກງຊັບຜ່ານລະບົບໂທລະຄົມ ຫຼື ຄໍເຊັນເຕີ, ຂົນຂວາຍເອົາຍິງສາວລາວ ອາຍຸຕໍ່າກວ່າ 18 ປີ ໄປໝັ້ນໝາຍ ຫຼື ແຕ່ງດອງກັບຄົນຕ່າງປະເທດໂດຍບໍ່ຖືກຕ້ອງຕາມກົດໝາຍ, ຕົວະຍົວະຫຼອກລວງຍິ່ງໜຸ່ມ-ຊາຍໜຸ່ມ ມາຖ່າຍຮູບພາບ, ສະແດງ ແລະ ເຜີຍແຜ່ສິ່ງລາມົກ, ຕົວະຍົວະຫຼອກລວງໄປອອກແຮງງານຢູ່ຕ່າງປະເທດທີ່ບໍ່ຖືກຕ້ອງ ແລະ ການຖືພາແທນ (ອູ້ມບຸນ); ຕໍ່ບັນຫາສະພາບດັ່ງກ່າວ, ເຫັນໄດ້ຄວາມໝາຍຄວາມສໍາຄັນຕໍ່ກັບວຽກງານຕ້ານການຄ້າມະນຸດ ໂດຍໄດ້ສຸມໃສ່ແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ເຂົ້າສູ່ວຽກງານຕົວຈິງ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ຢ່າງກວ້າງຂວາງ ແລະ ເລິກເຊິ່ງ ເປັນຕົ້ນແມ່ນ ໄດ້ສ້າງ, ປັບປຸງກົດໝາຍ, ນິຕິກຳ ແລະ ຄູ່ມື, ໄດ້ສຸມໃສ່ຈັດຝຶກອົບຮົມ, ໂຄສະນາ, ສໍາມະນາວຽກງານຕ້ານການຄ້າມະນຸດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານພາກລັດທີ່ກ່ຽວຂ້ອງ ນັບແຕ່ສູນກາງ-ທ້ອງຖິ່ນ, ສຸມໃສ່ໂຄສະນາເຜີຍແຜ່ຜົນຮ້າຍ ແລະ ຮູບແບບຂອງການຄ້າມະນຸດແບບເຊິ່ງໜ້າ ແລະ ຜ່ານສື່ອອນລາຍຊ່ອງທາງຕ່າງໆ, ຜ່ານໜັງສືພິມ, ວິທະຍຸ, ໂທລະພາບ ເພື່ອໃຫ້ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈ.
ໃນ 1 ປີຜ່ານມາ ໄດ້ສຸ່ມໃສ່ດໍາເນີນຄະດີຄ້າງມາແຕ່ປີ 2023 ມີ 13 ເລື່ອງ ມີຜູ້ຖືກຫາ 27 ຄົນ ຍິງ 14 ຄົນ, ຜູ້ຖືກຫາຕ່າງປະເທດ 13 ຄົນ ຍິງ 4 ຄົນ, ມີຜູ້ຖືກເຄາະຮ້າຍ 22 ຄົນເປັນຍິງທັງໝົດ, ອາຍຸຕໍ່າກວ່າ 18 ປີ 16 ຄົນເປັນຍິງໝົດ; ຄະດີເຂົ້າໃໝ່ໃນປີ 2024 ມີ 46 ເລື່ອງ ຜູ້ຖືກຫາ 95 ຄົນ ຍິງ 39 ຄົນ, ຜູ້ຖືກຫາຕ່າງປະເທດ 43 ຄົນ ຍິງ 2 ຄົນ, ຜູ້ຖືກເຄາະຮ້າຍ 85 ຄົນ ຍິງ 77 ຄົນ, ຕໍ່າກວ່າ 18 ປີ 43 ຄົນ ຍິງ 40 ຄົນ; ພ້ອມນັ້ນ, ຍັງໄດ້ໃຫ້ການຊ່ວຍເຫຼືອກຸ່ມສ່ຽງ ແລະ ຜູ້ຖືກເຄາະຮ້າຍ ເປັນຕົ້ນແມ່ນ ສະຖານທີ່ພັກເຊົາຊົ່ວຄາວ, ອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ອັນຈໍາເປັນ, ການປິ່ນປົວດ້ານຮ່າງກາຍ, ບໍາບັດຟື້ນຟູທາງດ້ານຈິດໃຈ; ໃນປີ 2024 ມີຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງຈາກການຄ້າມະນຸດ ທີ່ໄດ້ເຂົ້າມາບໍາບັດຟື້ນຟູຢູ່ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຈໍານວນ 127 ຄົນ ຍິງ 116 ຄົນ, ຜູ້ຖືກເຄາະຮ້າຍທີ່ເປັນຄົນຕ່າງປະເທດ 2 ຄົນ, ໄດ້ນຳສົ່ງຜູ້ຖືກເຄາະຮ້າຍກັບຄືນປະເທດ ແລະ ສູ່ຄອບຄົວ 104 ຄົນ ຍິງ 96 ຄົນ, ໄດ້ໃຫ້ການຊ່ວຍເຫຼືອຜູ້ທີ່ມີຄວາມສ່ຽງຈາກການຄ້າມະນຸດ ຈຳນວນ 962 ຄົນ ຍິງ 133 ຄົນ, ໃຫ້ຄໍາປຶກສາເຊິ່ງໜ້າ ແລະ ໃຫ້ຄໍາປຶກສາທາງໂທລະສັບສາຍດ່ວນ ໄດ້ທັງໝົດຈໍານວນ 54 ຄັ້ງ.
ນອກນັ້ນ, ຍັງໄດ້ ພົວພັນຮ່ວມມື, ປະສານສົມທົບກັບຕ່າງປະເທດ, ຂະແໜງການຕ່າງໆ ນັບທັງສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນ ໄດ້ຮ່ວມມື 2 ຝ່າຍ ລາວ-ຫວຽດນາມ, ລາວ-ຈີນ, ລາວ-ໄທ ແລະ 3 ຝ່າຍ ລາວ-ກຳປູເຈຍ-ຫວຽດນາມ, ຮ່ວມກັບບັນດາອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງບໍ່ສັງກັດລັດຖະບານ (INGOs ) ໃນການຈັດຕັ້ງປະຕິບັດບັນດາໂຄງການ, ກິດຈະກໍາ ຕາມບົດບັນທຶກຄວາມເຂົ້າໃຈທີ່ສອງຝ່າຍໄດ້ລົງນາມຮ່ວມກັນໄດ້ສໍາເລັດເປັນຢ່າງດີ.
ທີ່ມາ: ໜັງສືພິມຄວາມສະຫງົບ






