ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫຼຸບວຽກງານປະຈໍາ ປີ 2024 ແລະ ວາງທິດທາງປີ 2025 ຂອງຈຸດປະສານງານ ແລະ ກອງເລຂາ ປພຍ ເເຫ່ງຊາດ

Dec 21, 2024

ວັນທີ 20 ທັນວາ 2024, ທີ່ເມືອງວັງວຽງ, ແຂວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທົບທວນປະຈໍາປີ 2024 ຂອງຄະນະຈຸດປະສານງານ ແລະ ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ, ພາຍໃຕ້ການເປັນປະທານ ຂອງ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດ, ໂດຍມີຜູ້ຕາງໜ້າຈາກບັນດາກະຊວງ, ແລະ ຂະແໜງ ການທີ່ກ່ຽວຂ້ອງ ທີ່ເປັນຈຸດປະສານງານ ກອງເລຂາ ປພຍ ແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງຈຳນວນຫຼາຍກ່ວາ 60 ທ່ານ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອສະຫຼຸບສັງລວມບັນດາວຽກ ງານ, ຜົນສໍາເລັດ, ບົດຮຽນທີ່ຖອດຖອນໄດ້, ແລກປ່ຽນປະສົບ ການ, ພ້ອມທັງຮ່ວມກັນ ຕີລາຄາຈຸດດີ, ສິ່ງທ້າທາຍໃນການຈັດ ຕັ້ງປະຕິບັດ ປພຍ ແລະ ວຽກງານປິ່ນອ້ອມອື່ນໆ ທີ່ກ່ຽວຂ້ອງຂອງແຕ່ລະຂະແໜງການ ໃນຕະຫຼອດໄລຍະສົກປີ 2024. ພ້ອມດຽວກັນນັ້ນ, ກອງປະຊຸມ ໄດ້ຮ່ວມກັນສຸມໃສ່ປຶກສາຫາລື ໃນການວາງແຜນ, ທິດທາງ ແລະ ຄາດໝາຍວຽກງານ ການຈັດຕັ້ງປະຕິບັດ ປພຍ ສໍາລັບໄລຍະສົກປີ 2025.
ໃນໂອກາດດຽວກັນນີ້, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະ ມົນຕີກະຊວງການຕ່າງປະເທດ, ປະທານກອງປະຊຸມ ໄດ້ຕີລາຄາສະພາບການທີ່ເກີດຂຶ້ນ ພາກພື້ນ ແລະ ສາກົນ ໃນໄລໜຶ່ງປີຜ່ານ ມາ ເປັນຕົ້ນບັນຫາສັນຕິພາບ ແລະ ຄວາມຫມັ້ນຄົງສາກົນ, ບັນ ຫາການປ່ຽນແປງສະພາບດິນຟ້າອາກາດ, ບັນຫາການຂາດແຄນພະລັງງານ-ນໍ້າມັນເຊື້ອໄຟ, ໄພເງິນເຟີ້ ແລະ ວິກິດການເສດຖະ ກິດຂອງໂລກ, ຊຶ່ງຍັງສືບຕໍ່ເປັນສິ່ງທ້າທາຍອັນໃຫຍ່ຫຼວງ ກີດ ຂວາງ ແລະ ຖ່ວງດຶງການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ກໍ່ຄືການຈັດຕັ້ງປະຕິບັດ ປພຍ ພາຍໃນປະເທດ, ໃນລະດັບພາກພື້ນ ແລະ ສາກົນ ໃຫ້ບໍ່ສາມາດບັນລຸໄດ້ຕາມຄາດໝາຍ.
ທ່ານ ຮອງລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ແລະ ການປະກອບສ່ວນຢ່າງຕັ້ງໜ້າ ຂອງ ສປປ ລາວ ໃນການຮ່ວມມື ແລະ ປະຕິບັດພັນທະຂອງ ໃນລະດັບພາກພື້ນ ແລະສາກົນ,ໂດຍ ສະເພາະການເຂົ້າຮ່ວມນໍາສະເໜີບົດລາຍງານແຫ່ງຊາດແບບສະ ໝັກໃຈ ສະບັບທີ 03 ໃນເດືອນກໍລະກົດ 2024,​ ການເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍອະນາຄົດ ແລະ ກອງປະຊຸມປິ່ນອ້ອມລະດັບສູງອື່ນໆ ທີ່ຈັດຂຶ້ນ ໃນໄລຍະຂອງກອງປະຊຸມສະມັດ ຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 79 ໃນເດືອນກັນຍາ 2024 ທີ່ນິວຢອກ, ສ.ອາເມລິກາ.
ໃນຕະຫລອດໄລຍະປີ 2024, ກອງເລຂາ ປພຍ ແຫ່ງຊາດ ໄດ້ຈັດກິດຈະກໍາເຜີຍແຜ່, ໂຄສະນາ ແລະ ປູກຈິດສໍານຶກ ໃຫ້ແກ່ຂະແໜງການ ແລະ ປະຊາຊົນ ຂັ້ນສູນກາງ ແລະ ທ້ອງຖິ່ນໃນທົ່ວປະເທດ ກ່ຽວກັບ ການຈັດຕັ້ງປະຕິບັດວາລະປີ 2030 ເພື່ອການພັດທະນາແບບຍືນຍົງ ຢູ່ ສປປ ລາວ ລວມທັງການນໍາສະເໜີ ກ່ຽວກັບ ເນື້ອໃນ 03 ເອກະສານສໍາຄັນ ຄື: 1.​ ບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 03; 2. ຍຸດທະສາດຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບປະເທດດ້ອຍພັດທະນາ; ເເລະ 3. ຂໍ້ຕົກລົງວ່າດ້ວຍອະນາຄົດ ທີ່ໄດ້ຮັບຮອງໃນກອງປະຊຸມສຸດຍອດວ່າດ້ວຍອະນາຄົດ ໃນເດືອນ ກັນຍາ ທີ່ ຜ່ານມາ. ພ້ອມດຽວກັນນີ້, ກອງເລຂາ ໄດ້ສືບຕໍ່ເອົາໃຈໃສ່ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານການພັດທະນາແບບຍືນຍົງ ໃຫ້ສອດຄ່ອງກັບແນວທາງ, ນະໂຍບາຍ ແລະ ບຸລິມະ ສິດການພັດທະນາຂອງຊາດ ກໍຄື ແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ກໍ່ຄືສືບຕໍ່ ເຊື່ອມສານການຈັດ ຕັ້ງປະຕິບັດວາລະຂອງສາກົນເຂົ້າໃນຮ່າງແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ X ແຕ່ປີ 2026 ຫາ 2030, ຍຸດທະ ສາດການເຕີບໂຕສີຂຽວ ແລະ ການກະກຽມຢ່າງຮອບດ້ານ ເພື່ອກ້າວອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ ຢ່າງຍືນຍົງ ແລະ ມີຄຸນນະພາບ ໂດຍຮັບປະກັນຫຼັກການພື້ນຖານ “ ພວກເຮົາພ້ອມກັນກ້າວໄປ ” ເພື່ອການພັດທະນາແບບຍືນຍົງ.
ກອງປະຊຸມໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ ແລະ ສໍາເລັດລົງຢ່າງຈົບງາມ. ສໍາລັບຫມາກຜົນຂອງກອງປະຊຸມດັ່ງກ່າວ ຈະເປັນບ່ອນອີງສຳຄັນໃນການສືບຕໍ່ຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ຂອງ ສປປ ລາວ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ການຈັດຕັ້ງປະຕິບັດຍຸດທະສາດຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026.