ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ
ພິທີສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20/1/1949-20/1/2024) ຈັດຂຶ້ນໃນຕອນເຊົ້າມື້ນີ້ ວັນທີ 19 ມັງກອນ 2024 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍມີ ທ່ານ ທອງລຸນ ສີສຸລິດ, ເລຂາ ທິການຄະນະບໍລິຫານການສູນກາງພັກ, ປະທານປະເທດ, ພ້ອມ ດ້ວຍການນໍາ ແລະ ອະດີດການນໍາພັກ-ລັດ, ນາຍແລະພົນທະ ຫານ, ນາຍແລະພົນຕໍາຫລວດ, ພະນັກງານນັກຮົບປະຕິວັດອາວຸໂສ, ພະນັກງານ-ລັດຖະກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ໃນພິທີ ທ່ານ ທອງລຸນ ສີສຸລິດ ໄດ້ຂຶ້ນກ່າວສູນທອນພົດ, ທ່ານໄດ້ຍົກໃຫ້ເຫັນເຖີງມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 20 ມັງກອນ ປີ 1949 ຢູ່ຕາແສງລາວຮຸ່ງ, ເມືອງ ຊຽງຄໍ້, ແຂວງ ຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງ. ນັບແຕ່ມື້ໄດ້ຮັບການສ້າງຕັ້ງຂຶ້ນ ເຖີງວ່າມີກຳລັງບໍ່ພໍເທົ່າໃດ ແລະ ປະກອບອາວຸດຍຸດໂທປະກອນແບບປະຖົມປະຖານກໍ່ຕາມ, ແຕ່ພາຍໃຕ້ການນຳພາອັນ ສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິ ວັດລາວ, ກອງທັບເຮົານັບມື້ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບຢ່າງບໍ່ຢຸດຢັ້ງ. ຜ່ານພຶດຕິກຳແຫ່ງການຕໍ່ສູ້ກູ້ຊາດທີ່ຍືດເຍື້ອຍາວນານ, ດຸເດືອດຂ້ຽວຂາດ, ກອງ ທັບເຮົາຍາມໃດກໍ່ໄດ້ເດັດດ່ຽວໜຽວແໜ້ນ, ມີຄວາມອາດຫານບໍ່ຫວັ່ນໄຫວຄອນແຄນຕໍ່ຂໍ້ຫຍຸ້ງຍາກ ແລະ ອຸປະສັກຕ່າງໆ, ຍິ່ງສູ້ ຮົບກໍ່ຍິ່ງເຕີບໃຫຍ່ເຂັ້ມແຂງ ແລະ ຍິ່ງສູ້ຮົບກໍ່ຍິ່ງມີ ໄຊຊະນະ ຈົນສາມາດຕີເອົາຊະນະຈັກກະພັດລ່າເມືອງ ຂຶ້ນແບບເກົ່າ ແລະ ແບບໃໝ່ເປັນແຕ່ລະໄລຍຈົນສາມາດປົດປ່ອຍປະເທດໄດ້ຢ່າງສະຫງ່າ ຜ່າເຜີຍໃນ ວັນທີ 2 ທັນວາ ປີ 1975. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ກໍາລັງປ້ອງກັນຊາດ ໄດ້ສືບຕໍ່ກາຍເປັນກຳລັງຫລັກແຫລ່ງຕົ້ນຕໍໃນການຈັດຕັ້ງປະຕິບັດແນວທາງປ້ອງ ກັນຊາດ – ປ້ອງກັນຄວາມສະຫງົບທົ່ວປວງຊົນ, ຕິດພັນກັບການ ກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານຂອງ ພັກ, ຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ອັນດີງາມຂອງກອງທັບ, ຂອງການປະຕິວັດ, ມູນເຊື້ອອັນດີງາມຂອງຊາດ ແລະ ອື່ນໆ ຈົນມາຮອດທຸກມື້ນີ້.
ທ່ານ ທອງລຸນ ສີສຸລິດ ຍົກໃຫ້ເຫັນຕື່ມວ່າ: ຕະຫຼອດໄລຍະ ຜ່ານມາ ກອງທັບປະຊາຊົນລາວ ໄດ້ເຮັດສຳເລັດພາລະກິດອັນຍິ່ງ ໃຫຍ່ ແລະ ໜັກໜ່ວງ ທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້ຢ່າງສະຫງ່າງາມ, ສ້າງຜົນງານດີເດັ່ນ, ວິລະກຳອັນລໍ້າເລີດປະ ດັບໄວ້ໃນໜ້າປະຫວັດສາດຢ່າງສົມກຽດ ສົມແລ້ວທີ່ເປັນກອງ ທັບວິລະຊົນ, ຊາດລາວວິລະຊົນ ຊຶ່ງໄດ້ຮັບການຍ້ອງຍໍສັນລະ ເສີນ ຈາກພັກ ແລະ ລັດວ່າ: ກອງທັບຍາມໃດກໍນໍາໜ້າໃນທຸກວຽກງານ, ເດັດດ່ຽວຜ່ານຜ່າອຸປະສັກ ຕີເອົາຊະນະສັດຕູທຸກໂຕ, ເຮັດສຳເລັດໜ້າທີ່, ສົມເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ”. ກອງທັບກັບປະ ຊາຊົນບັນດາເຜົ່ານັ້ນຄື “ປາກັບນໍ້າ” ເຊີ່ງເປັນປັດໄຈສໍາຄັນກວ່າໝູ່ໃນພາລະກິດຕໍ່ສູ້ ຂອງກອງທັບເຮົາ ໂດຍອິງໃສ່ປະຊາຊົນເປັນກໍາລັງໜູນຊ່ວຍຢ່າງໜັກແໜ້ນ ເພື່ອຕໍ່ສູ້ປົກປ້ອງປະເທດຊາດ ກໍຄື ໝາກຜົນ ຂອງການປະຕິວັດໄວ້ໃຫ້ໝັ້ນຄົງຕະຫລອດໄປ.
ເລຂາທິການໃຫຍ່ຄະນະບໍລິຫານງາຍສູນກາງພັກ, ປະທານປະເທດ ຍັງໄດ້ເນັ້ນຫນັກວ່າ: ເພື່ອສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດອັນສະຫງ່າງາມຂອງ ກອງທັບປະຊາຊົນລາວ ຮຽກຮ້ອງມາຍັງພະນັກງານ, ນັກຮົບໃນທຸກກົມກອງເຫລົ່າຮົບ ຈົ່ງເສີມຂະ ຫຍາຍທາດແທ້ຂອງກອງທັບໃຫ້ໜັກແໜ້ນ ໃຫ້ສົມກັບວ່າເປັນກອງທັບປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ, ເປັນກອງທັບປະຕິວັດ ແລະ ມີທາດແທ້ຊົນຊັ້ນກຳມະກອນ ທີ່ແທ້ຈິງ, ເສີມຂະຫຍາຍມູນ ເຊື້ອຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ປະກອບສ່ວນເຂົ້າໃນການປົກປັກ ຮັກສາ ແລະ ຂະຫຍາຍລະ ບອບປະຊາທິປະໄຕປະຊາຊົນ, ສ້າງປະຖົມປັດໄຈກ້າວຂຶ້ນ ຕາມທິດສັງຄົມນິຍົມເທື່ອລະກ້າວ.
ພາບຂ່າວ : ອະພິນຍາ – ພູເງິນ