ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະເຫລີມສະຫລອງວັນໄຊຊະນະບັ້ນຮົບດຽນບຽນຝູ ຄົບຮອບ 70 ປີ

May 8, 2024

ພິທີສະເຫລີມສະຫລອງວັນໄຊຊະນະບັ້ນຮົບດຽນບຽນຝູ ຄົບຮອບ 70 ປີ (7/5/1954-7/5/2024) ຈັດຂຶ້ນໃນຕອນເຊົ້າວັນທີ 7 ພຶດສະພາ 2024 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍມີ ສະຫາຍ ນາງ ປານີ ຢາທໍ່ຕູ້, ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ສະຫາຍ ຫວຽນບາຮຸງ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ, ພ້ອມດ້ວຍການນໍາ, ອະດີດການນໍາພັກ-ລັດ, ນັກຮົບປະຕິວັດອາວຸໂສ, ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ໃນພິທີ, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ຂຶ້ນກ່າວປາໄສ ໂດຍຍົກໃຫ້ເຫັນມູນເຊື້ອວິລະກຳອັນລໍ້າເລີດ, ຄວາມອາດຫານກ້າແກ່ນຂອງກອງທັບ ແລະ ປະຊາຊົນຫວຽດນາມ ໃນສະໜາມຮົບການຕໍ່ສູ້ທີ່ດຸເດືອດ, ຂ້ຽວຂາດທີ່ສຸດໃນພາລະກິດປະຕິວັດຊາດ ເພື່ອບຸກໂຈມຕີເອົາໄຊຊະນະພວກລ່າເມືອງຂຶ້ນແບບເກົ່າຜູ້ຮຸກຮານ ແລະ ການແຊກແຊງຊ່ວຍໜູນຂອງຈັກກະພັດລ່າເມືອງຂຶ້ນແບບໃໝ່ ທີ່ໃຊ້ເວລາ 56 ວັນ, ທົບທວນຄືນປະຫວັດສາດແຫ່ງການພົວພັນອັນຍາວນານຂອງສອງຊາດລາວ-ຫວຽດນາມ ໃນການຮ່ວມສຳພັນສູ້ຮົບຢ່າງໜຽວແໜ້ນ, ເປັນການຢັ້ງຢືນຢ່າງໜັກແໜ້ນເຖິງຄວາມຜູກພັນອັນໝັ້ນໜຽວ ດ້ວຍໄມຕີຈິດມິດຕະພາບອັນຍິ່ງໃຫຍ່,ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ທີ່ເປັນມູນເຊື້ອອັນດີງາມຕະຫລອດມາ.
ໄຊຊະນະດຽນບຽນຟູ ເປັນເຫດ ການທີ່ມີຄວາມໝາຍປະຫວັດສາດທີ່ຍິ່ງໃຫຍ່ ຂອງປະຊາຊົນຫວຽດນາມວິລະຊົນ, ສະແດງໃຫ້ເຫັນຄວາມເຂັ້ມແຂງຂອງກຳລັງແຮງ ຂອງມະຫາສາມັກຄີທົ່ວປວງຊົນທັງຊາດ, ໃຫ້ເຫັນຄວາມມຸ່ງຫວັງອັນແຮງກ້າຂອງປະຊາຊົນຕໍ່ສັນຕິພາບ ແລະ ເອກະລາດ ແຫ່ງຊາດ; ໄຊຊະນະດຽນບຽນຟູ ສະແດງໃຫ້ເຫັນເຖິງຄວາມສະຫລາດສ່ອງໃສ ໃນການນຳພາຂອງພັກແຮງງານຫວຽດນາມ ທີ່ມີປະທານ ໂຮ່ຈີ່ມິນ ເປັນຜູ້ນໍາໃນການວາງແນວທາງຕໍ່ສູ້ຍາວນານ, ຮອບດ້ານ, ປະດິດສ້າງ, ເສີມຂະຫຍາຍກຳລັງແຮງແຫ່ງຄວາມສາມັກຄີທົ່ວປວງຊົນທັງຊາດ. ນອກຈາກນີ້, ໄຊຊະນະດຽນບຽນຟູ ຍັງແມ່ນໄຊຊະນະແຫ່ງຄວາມສາມັກຄີ, ຮ່ວມຂຸມຄອງດຽວກັນ ໃນການຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນ ຂອງປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ, ອັນເປັນການປະກອບສ່ວນທັບມ້າງລັດທິລ່າເມືອງຂຶ້ນແບບເກົ່າ ໃຫ້ພັງທະລາຍລົງຢູ່ໃນໂລກ,
ບັ້ນຮົບດຽນບຽນຝູ ແມ່ນເປັນບ່ອນອີງທີ່ໜັກແໜ້ນ, ທັງເປັນແວ່ນແຍງທີ່ໃສແຈ້ງໃຫ້ແກ່ບັນດາປະຊາຊາດ ທີ່ຕົກເປັນຫົວເມືອງຂຶ້ນ, ເພື່ອລຸກຂຶ້ນຕໍ່ສູ້ກ້ານກັບການກົດຂີ່ຂູດຮີດ ແລະ ແອກຄອບຄອງຫົວເມືອງຂຶ້ນແບບເກົ່າ ຢູ່ຫລາຍບ່ອນໃນທົ່ວໂລກ; ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນໄຊຊະນະຂອງປະ ຊາຊົນຫວຽດນາມ, ແຕ່ຍັງເປັນການສະແດງເຖິງ ໄຊຊະນະຂອງກ້ອນກຳລັງສາ ມັກຄີ, ການຮ່ວມສຳພັນສູ້ຮົບ ແລະ ຄຽງບ່າຄຽງໄຫລ່ ຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຮ່ວມຂຸມຄອງດຽວກັນ, ຕ້ານກັບສັດຕູ ໂຕດຽວກັນ ເພື່ອປົດປ່ອຍຕົນເອງ.
ໄຊຊະນະດັ່ງກ່າວ, ໄດ້ດັບມອດເຈດຈຳນົງການຮຸກຮານ ຂອງລັດທິລ່າເມືອງຂຶ້ນແບບເກົ່າ, ບັງຄັບໃຫ້ລັດຖະ ບານຝລັ່ງ ຈຳຕ້ອງຍອມເຊັນສັນຍາເຊີແນວ ກ່ຽວກັບອິນດູຈີນໃນປີ 1954, ຮັບຮູ້ຄວາມເປັນເອກະລາດແຫ່ງຊາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ, ລາວ ແລະ ກຳປູເຈຍ.
ສະຫາຍ ນາງ ປານີ ຢາທໍ່ຕູ້ ຍັງຍົກໃຫ້ເຫັນຕື່ມວ່າ: ບັ້ນຮົບດຽນບຽນຝູ ໄດ້ກາຍເປັນຄວາມເອກອ້າງທະນົງໃຈ ຂອງປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ ໃນພາລະກິດຕໍ່ສູ້ເພື່ອເອກະລາດ ຂອງຕົນໃນເວລາຊຸມປີຕໍ່ມາຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນໃນປີ 1975 ແລະ ດຳເນີນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດໃນປັດຈຸບັນ. ເຖິງວ່າວັນເວລາໄດ້ຜ່ານໄປເປັນເວລາ 70 ປີ ກໍຕາມ, ແຕ່ມານະຈິດຂອງບັ້ນຮົບດຽນບຽນຝູ ຍັງໃສແຈ້ງ ແລະ ເປັນກຳລັງອັນແຮງກ້າ ປຸກລະດົມຈິດໃຈອັນຢ່າງໃຫຍ່ຫລວງຂອງປະຊາຊົນສາມຊາດອິນດູຈີນ ໂດຍຕະຫລອດມາ.
ໃນພິທີສະເຫລີມສະຫລອງວັນໄຊຊະນະບັ້ນຮົບດຽນບຽນຝູ ຄົບຮອບ 70 ປີ ໃນຄັ້ງນີ້. ນອກຈາກ ໄດ້ຮັບຟັງບົດປາໄສຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້, ກໍາມະການກົມການເມືອງສູນກາງພັກຮອງປະທານປະເທດ. ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມການສະແດງສິລະປະຫລາຍລາຍການທີ່ສະແດງໃຫ້ເຫັນເຖີງວິລະກຳອັນລໍ້າເລີດ, ຄວາມອາດຫານກ້າແກ່ນຂອງກອງທັບ ແລະ ປະຊາຊົນຫວຽດນາມໃນສະໜາມຮົບການຕໍ່ສູ້ດຽບບຽນຝູທີ່ດຸເດືອດ, ຂ້ຽວຂາດ ແລະ ພິລະອາດຫານ, ລວມເຖີງມູນເຊື້ອການສໍາພັນສູ້ຮົບຂອງລາວ-ຫວຽດນາມ ກໍຄື ສາມຊາດອິນດູຈີນ ຕື່ມອີກ.
May be an image of 3 people and dais
May be an image of dais
No photo description available.