ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ສະຖານທູດຫວຽດນາມ ປະຈຳ ຣັດ ເຊຍ ຈັດພິທີສະເຫລີມສະຫລອງ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ຣັດເຊຍ.
ໃນໂອກາດນີ້, ທ່ານ ດັ້ງມິງຄອຍ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ຢືນຢັນວ່າ: ຍາມໃດຫວຽດນາມກໍ່ຈົດຈຳການອູ້ຊູຊ່ວຍເຫຼືອຢ່າງຈິງໃຈ ແລະ ລ້ຳຄ່າທີ່ໂຊວຽດໃນເມື່ອກ່ອນ ກໍຄື ຣັດເຊຍໃນປັດຈຸບັນ ທີ່ມີຕໍ່ຫວຽດ ນາມ ໃນໄລຍະຫຍຸ້ງຍາກທີ່ສຸດໃນອະດີດ, ກໍຄືໃນໄລຍະພັດທະນາໃນປະຈຸບັນ.
ທັງສອງ ຝ່າຍ ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມື ຍຸດທະ ສາດຮອບດ້ານລະຫວ່າງຫວຽດນາມ ແລະ ຣັດເຊຍ ໃຫ້ເລິກເຊິ່ງຂຶ້ນຕື່ມ, ນຳເອົາການຮ່ວມມືໃຫ້ຂຶ້ນສູ່ລະດັບສູງໃໝ່. ດ້ວຍຄວາມສາມາດບົ່ມຊ້ອນຂອງການຮ່ວມມືຢ່າງໃຫຍ່ຫລວງ, 2 ປະເທດ ຈະສາມາດບັນລຸໄດ້ບັນດາຜົນງານຢ່າງໃຫຍ່ ຫລວງກວ່າເກົ່າໃນໄລຍະພັດທະນາໃໝ່ຂອງການພົວພັນຫວຽດນາມ-ຣັດເຊຍ.



