ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຮ່ວມກັບ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ຈັດ ພິທີສະເຫຼີມສະຫຼອງວັນອາຫານໂລກ ພາຍໃຕ້ຄໍາຂວັນ:“ຮ່ວມແຮງຮ່ວມໃຈກັນ ຜະລິດອາຫານທີ່ດີ ເພື່ອຮັບປະກັນອະນາຄົດທີ່ສົດ ໃສ”; ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ພາຍໃຕ້ຄໍາຂວັນ “ຢຸດຕິການກະທໍາທີ່ບໍ່ເໝາະສົມຢູ່ໃນສັງ ຄົມ ແລະ ສະຖາບັນຄອບຄົວ ດ້ວຍການປູກຈິດສໍານຶກໃນການໃຫ້ກຽດ ແລະ ສະໜັບສະໜູນຄອບຄົວຢ່າງມີປະສິດທິ ພາບ” ໄດ້ ຈັດຂຶ້ນໃນລະຫວ່າງໃນວັນທີ 7-8 ພະຈິກ 2025 ນີ້, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ; ທ່ານ ນາງ ຄະຢອງ ມິ ຄິມ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO); ທ່ານ ບັກໂຄເດຍ ເບີຄານ໊ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາລາວ; ມີບັນດາການນຳພັກ-ລັດ, ທູຕານຸທູດ, ຄູ່ຮ່ວມ ພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມໄດ້ກ່າວວ່າ: ງານຄັ້ງນີ້ມີຄວາມ ໝາຍສໍາຄັນຫຼາຍ, ບໍ່ສະເພາະແຕ່ແນໃສ່ປູກຈິດສຳ ນຶກ ແລະ ສ້າງຄວາມຮັບຮູ້ໃຫ້ປະຊາຊົນໃນທົ່ວໂລກ ໄດ້ເຂົ້າໃຈເຖິງຄວາມທຸກ ຍາກ ແລະ ໄພອຶດຫິວ, ຊຶ່ງບໍ່ແມ່ນຜູ້ໃດຜູ້ໜຶ່ງເປັນຜູ້ກຳນົດໃຫ້ເກີດ ແຕ່ມັນແມ່ນປະກົດ ການທາງສັງຄົມ ທີ່ສາມາດລຶບລ້າງໃຫ້ ໝົດໄປໄດ້ ແລະ ພວກເຮົາຕ້ອງສ້າງຈິດສໍານຶກ ແລະ ປຸກລະດົມປະຊາຊາດ ໂດຍສະເພາະຜູ້ທຸກຍາກ-ອຶດຫິວ ໃຫ້ສາມາດເຂົ້າເຖິງ ແຫຼ່ງອາຫານ, ມີຄວາມກ້າຫານ ແລະ ສາມາດບືນຕົວອອກຈາກຄວາມທຸກຍາກ ແລະ ໄພອຶດຫິວໄດ້. ການສະເຫຼີມສະຫຼອງວັນອາ ຫານໂລກ ຄັ້ງທີ 45, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ຄົບຮອບ 33 ປີໃນປີນີ້ ໄດ້ຈັດຂຶ້ນທ່າມກາງບັນດາສິ່ງທ້າທາຍຫຼາຍຢ່າງໃນທົ່ວໂລກ ຊຶ່ງໄດ້ມີຜົນສໍາເລັດເບື້ອງຕົ້ນໃນການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບ ຍືນຍົງ, ຄຽງຄູ່ກັນນັ້ນ ຫຼາຍປະເທດກໍ່ໄດ້ຮັບຜົນກະທົບຈາກບັນຫາເສດຖະກິດ, ການຂັດແຍ່ງ ແລະ ໄພພິບັດທາງທໍາມະຊາດ. ສຳລັບສປປ ລາວ ເຮົາ ກໍ່ຕົກຢູ່ໃນສະພາບເງື່ອນໄຂດຽວກັນ. ແຕ່ເຖິງຢ່າງໃດກໍຕາມ ໄລຍະຜ່ານມາຂະແໜງກະສິກຳ ແລະ ສິ່ງແວດລ້ອມ ໂດຍຮ່ວມກັບບັນດາຂະແໜງການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ, ຄູ່ຮ່ວມພັດທະນາ, ຜູ້ປະກອບການ ໄດ້ ສຸມໃສ່ຈັດຕັ້ງປະຕິບັດວຽກງານການຜະລິດສະບຽງອາຫານ ແລະ ພັດທະນາຊົນນະບົດ ຊຶ່ງສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຫຼາຍ ດ້ານ ແລະ ສາມາດຄ້ຳປະກັນສະບຽງອາຫານໄດ້ໂດຍພື້ນຖານ, ໃນນັ້ນ ການຜະລິດເຂົ້າ ບັນລຸໄດ້ຕາມແຜນການ (3,9 ລ້ານ ໂຕນ),ການຜະລິດຊີ້ນ, ໄຂ່, ປາ ສາມາດຮັບປະກັນການສະ ໜອງໃຫ້ແກ່ການບໍລິໂພກພາຍໃນໄດ້ຢ່າງພຽງພໍ ແລະ ການສົ່ງອອກສິນຄ້າ ກະສິກໍາ-ປ່າໄມ້ ສາມາດບັນລຸໄດ້ 1,540 ລ້ານກວ່າໂດລາ ເກີນແຜນການທີ່ສະພາຮັບຮອງ (ແຜນ 1,500 ລ້ານ ໂດລາ).

ນອກຈາກນີ້, ພວກເຮົາຈະໄດ້ສືບຕໍ່ພັດທະນາວຽກງານກະສິກໍາ ແລະ ສິ່ງແວດລ້ອມແນໃສ່ລຶບລ້າງຄວາມທຸກຍາກ ໄປ ຕາມທິດຫັນເປັນທັນສະໄໝ, ເປັນມິດກັບສິ່ງ ແວດລ້ອມ, ສີຂຽວ ແລະ ຍືນຍົງ ດ້ວຍການຊຸກຍູ້ສົ່ງເສີມການຜະລິດກະສິກໍາແບບ ປະສົມປະສານ, ປັບປຸງແລະຂະຫຍາຍລະບົບໂຄງລ່າງພື້ນຖານການຜະລິດກະສິກຳ ເພື່ອຍົກສູງປະສິດທິພາບ-ປະສິດທິຜົນ ຂອງການ ຜະລິດກະສິກຳ, ຄຸ້ມຄອງປົກປັກຮັກສາ ແລະ ພັດທະນາ ຊັບພະຍາກອນປ່າໄມ້ ເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ຄວາມບອບບາງ ຕໍ່ ສະພາບການປ່ຽນແປງຂອງດິນຟ້າອາກາດ ໃນສະພາບປັດຈຸບັນ, ຮັບ ປະກັນການສະໜອງນໍ້າໃຫ້ແກ່ການຜະລິດກະສິກຳ ເພື່ອຄໍ້າປະ ກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ, ຕອບສະໜອງໂພຊະນາການທີ່ດີໃຫ້ແກ່ປະຊາຊົນ, ຊຸກຍູ້ສົ່ງເສີມທຸກພາກສ່ວນ ເຂົ້າຮ່ວມການຜະລິດກະສິກໍາ ຕາມມາດຕະຖານກະສິ ກຳສະອາດ ແລະ ກະສິກໍາທີ່ດີ ທີ່ເປັນທ່າແຮງ ເພື່ອສະໜອງສະບຽງອາຫານທີ່ປອດໄພ ແລະ ເປັນສິນຄ້າ ທີ່ໄດ້ມາດຕະຖານເພື່ອສົ່ງອອກ, ຢາກແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວ ກໍ່ຄື ການຈັດຕັ້ງປະ ຕິບັດ ບັນດາຄາດໝາຍສູ້ຊົນດັ່ງກ່າວ ໄດ້ນັ້ນ, ມັນຮຽກຮ້ອງໃຫ້ພວກເຮົາ ຖືເອົາວຽກດັ່ງກ່າວເປັນວຽກບຸລິມະສິດສຳຄັນຂອງພັກ-ລັດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ຜູ້ປະກອບການ ແລະ ຊາວກະສິກອນ ທີ່ຈະຕ້ອງພ້ອມກັນປະກອບສ່ວນ ຕາມພາລະບົດບາດໜ້າທີ່ຂອງຕົນ. ຖືເອົາໂອກາດນີ້ ສົ່ງແຮງໃຈ ແລະ ການສະໜັບສະໜຸນ ໄປເຖິງຜູ້ທຸກຍາກ ແລະ ອຶດຫິວ, ຄົ້ນ ຄວ້າຊອກຫາວິທີການ ແລະ ມາດຕະການ ເພື່ອສູ້ຊົນຈັດຕັ້ງປະຕິບັດຄໍາຂວັນວັນອາຫານໂລກປີນີ້ ໃຫ້ປະກົດຜົນເປັນຈິງ.

ໂອກາດດັ່ງກ່າວ ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດ ຕັດແຖບຜ້າ ແລະ ລັ່ນຄອງ 9 ບາດ ເພື່ອເປັນສິລິມຸງຄຸນໃນການ ເປີດງານວັນອາຫານໂລກ, ວັນສາກົນ ແລະ ສັບ ປະດາແຫ່ງຊາດ ເພື່ອລົບລ້າງຄວາມທຸກຍາກ ປະຈໍາປີ 2025 ຢ່າງເປັນທາງການ, ຈາກນັ້ນ ທ່ານ ນາຍົກລັດຖະມົນຕີ ແລະ ບັນດາແຂກ ໄດ້ຢ້ຽມຊົມຮ້ານວາງສະແດງ ຜະລິດຕະພັນສິນຄ້າກະສິກຳຈາກທົ່ວປະເທດ.
ພາບ-ຂ່າວ ໂດຍ: ເຂັມມະໄລ ສົນດາວັນ


