ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະເຫຼີມສະຫຼອງປີໃໝ່ລາວຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ

Apr 11, 2025

ສະເຫຼີມສະຫຼອງປີໃໝ່ລາວຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ
ເນື່ອງໃນໂອກາດປີໃໝ່ລາວ ພສ 2568, ຕອນເຊົ້າວັນທີ 9 ເມສາ 2025 ອົງການຄຸ້ມຄອງບໍລິຫານເຂດເສດ ຖະກິດພິເສດສາມຫຼ່ຽມຄຳ ຮ່ວມກັບສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ກຸ່ມບໍລິສັດດອກງິ້ວຄຳ ຈຳກັດ ທີ່ແຂວງບໍ່ແກ້ວ ໄດ້ຈັດພິທີສະເຫຼີມສະຫຼອງບຸນປີໃໝ່ລາວດ້ວຍບັນຍາກາດຄືກຄື້ນເບີກບານມ່ວນຊື່ນ ເຊິ່ງເປັນ ກຽດເຂົ້າຮ່ວມພິທີຄັ້ງນີ້ມີ ທ່ານ ເຄື່ອນເພັດ ວົງຈັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ພົນຈັດຕະວາ ແປ້ນຄຳ ບຸດດາແພງ ຮອງເລຂາພັກແຂວງບໍ່ແກ້ວ, , ຮອງຫົວໜ້າຄະນະຊີ້ນຳອົງການຄຸ້ມຄອງບໍລິຫານເຂດເສດຖະ ກິດພິເສດສາມຫຼ່ຽມຄຳ, ທ່ານ ບຸນທອງ ແສງສີກອງ ຫົວໜ້າອົງການຄຸ້ມຄອງບໍລິຫານເຂດເສດຖະກິດພິເສດສາມ ຫຼ່ຽມຄຳ, ທ່ານ ເກົ້າ ຫຼົງ ຮອງປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ທ່ານ ເວີຍ ຈົ່ງ ຜູ້ອຳນວຍ ການໃຫຍ່ກຸ່ມບໍລິສັດດອກງິ້ວຄຳ ຈຳກັດ, ຄະນະນຳຂອງແຂວງ; ເມືອງຕົ້ນເຜີ້ງ, ຄະນະຄຸ້ມຄອງເຂດ, ຄະນະສະພາບໍລິ ຫານເຂດ, ເຖົ້າແກ່ແນວໂຮມ, ອຳນາດການປົກຄອງບ້ານ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ການສະເຫຼີມສະຫຼອງບຸນປີໃໝ່ລາວຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳປີນີ້ປະກອບມີກິດຈະກຳຫຼາຍຢ່າງ ເປັນຕົ້ນແມ່ນຕອນເຊົ້າໄດ້ມີພິທີໃສ່ບາດ ພະສົງ 29 ອົງ, ຈັດພິທີບາສີສູ່ຂວັນ ແລະ ຫົດນໍ້າອວຍພອນເຊິ່ງກັນ ແລະ ກັນ, ສະແດງສິລະປະວັດທະນະທໍາ ຢ່າງມ່ວນຊື່ນ ຢູ່ທີ່ຕະຫຼາດວັດທະນະທຳນາໆຊາດຂອງເຂດເສດຖະກິດພິເສດສາມ ຫຼ່ຽມຄຳ.
ໃນໂອກາດສະຫຼອງບຸນປີໃໝ່ລາວຄັ້ງນີ້ ຄະນະນໍາອົງການຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ມີ ຄໍາເຫັນສະເໜີໃຫ້ທຸກພາກສ່ວນຢູ່ໃນເຂດສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳໃຫ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ ແລະ ການສະເຫຼີມສະຫຼອງປີໃໝ່ລາວ ຖືວ່າເປັນການເຕົ້າໂຮມ ຄວາມສາມັກຄີພາຍໃນເຂດໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ທັງເປັນການຮັກສາສືບທອດປະເພນີວັດທະນະທໍາອັນດີ ງາມຂອງຊາດ, ສ້າງໂອກາດໃຫ້ພີ່ນ້ອງບ້ານໃກ້ເຮືອນຄຽງ ແລະ ປະຊາຊົນບັນດາເຜົ່າໄດ້ພົບປະສັງສັນ ແລະ ສະແດງ ຄວາມເຄົາລົບ ນັບຖື ເຊິ່ງກັນ ແລະ ກັນ ພ້ອມທັງອວຍພອນ ຫົດນໍ້າກັນ ຕະຫຼອດໄລຍະປີໃໝ່ລາວ ນີ້.