ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 136 ປີ

May 20, 2026

ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 136 ປີ (19/5/1890-19/5/2026), ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປປ ລາວ, ໄດ້ຈັດພິທີສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນ ໃນວັນທີ 19 ພຶດສະພານີ ທີ່ສະຖານທູດຫວຽດນາມ.
ເປັນກຽດໃນພິທີ ມີທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ມີທ່ານ ດວງມີໄຊ ລີໄກຢາ ສິນລະປິນແຫ່ງຊາດລາວ (ວິທະຍາກອນຮັບເຊີນ), ຜູ້ຕາງໜ້າບັນດາອົງການສື່ມວນຊົນລາວ, ແຂກຖືກເຊີນ ພ້ອມດ້ວຍນ້ອງນັກຮຽນ.
May be an image of dais and text that says 'MINH EXIT' May be an image of one or more people and dais
ຈຸດປະສົງ ເພື່ອລະນຶກ, ສັນລະເສີນ ແລະ ຈົດຈໍາບຸນຄຸນ ອັນໃຫຍ່ຫຼວງ ຂອງປະທານ ໂຮ່ຈິມິນ ທີ່ມີຕໍ່ພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ທັງເປັນການປະກອບສ່ວນເຂົ້າໃນການສຶກສາອົບຮົມປະຊາຊົນຫວຽດນາມ ກ່ຽວກັບມູນເຊື້ອຄວາມຮັກຊາດ ແລະ ຄວາມກະຕັນຍູ.
ໃນວາລະພິທີ ບັນດາທ່ານທີ່ເຂົ້າຮ່ວມ ໄດ້ຮັບຊົມການສະແດງສິລະປະຊົມເຊີຍ, ອ່ານບົດກອນກ່ຽວກັບລຸງໂຮ່, ເລົ່າເລື່ອງກ່ຽວກັບ ລຸງໂຮ່ (ສະແດງໂດຍ ນັກຮຽນໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ), ຊົມຮູບເງົາສາລະຄະດີກ່ຽວກັບ ປະທານ ໂຮ່ຈິມິນ, ຊົມງານວາງສະແດງດິຈິຕອນກ່ຽວກັບ ຊີວິດ ແລະ ພາລະກິດຂອງ ປະທານ ໂຮ່ຈິມິນ ເນື່ອງໃນໂອກາດວັນເກີດຄົບຮອບ 136 ປີ, ຈາກນັ້ນ ທ່ານ ດວງມີໄຊ ລີໄກຍາ ກ່າວປາໄສ, ແບ່ງປັນຄວາມຮູ້ສຶກ ແລະ ຄວາມຮັກແພງຂອງປະຊາຊົນລາວ ທີ່ມີຕໍ່ຊີວິດ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງ ປະທານ ໂຮ່ຈິມິນ. ຈາກນັ້ນ ທ່ານທູດຫວຽດນາມ ຍັງເປັນປະທານໃນພິທີ ເປີດການສ້າງຕັ້ງຕູ້ປຶ້ມ ຢູ່ສໍານັກງານອົງການຕົວແທນຫວຽດນາມ ປະຈໍາ ລາວ, ມອບປື້ມກ່ຽວກັບ ປະທານ ໂຮ່ຈິມິນ ໃຫ້ແກ່ຕູ້ປຶ້ມ ຂອງບັນດາອົງການຕົວແທນ ແລະ ຊຸມຊົນຊາວຫວຽດນາມ ຢູ່ລາວ ອີກດ້ວຍ.
May be an image of text that says '心 PAI PAISUQUANVIETNAMTAILAO. SƯ QUAN VIỆT NAM TAI LÀO E EDNSISN.C NGA SINH LEK NGAYSINH CHI MINH /1890/19/5 1890 CHI CHUT CTICH TICH Ho CH MINH'
ຂ່າວ: ແສງຈັນ