ໃນວັນທີ 5 ກຸມພາ 2026, ສະຖານທູດອົດສະຕຣາລີ ປະຈຳລາວ ຈັດງານສະເຫຼີມສະຫຼອງວັນຊາດອົດສະຕຣາລີ, ໂດຍມີທ່ານນາງ ບຸນຄຳ ວໍລະຈິດ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ແລະ ທ່ານນາງ ຟອງສະໝຸດ ອັນລະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພະນັກງານຂັ້ນສູງ, ນັກການທູດ, ນັກທຸລະກິດ ແລະ ຜູ້ຕ່າງໜ້າຈາກອົງການຈັດຕັ້ງສາກົນເຂົ້າຮ່ວມ ເພື່ອສະເຫຼີມສະ ຫຼອງປະຫວັດຄວາມເປັນມາ, ວັດທະນະທຳ ແລະ ການຮ່ວມມື ລະຫວ່າງລາວ ແລະ ອົດສີຕຣາລີ ທີ່ນັບມື້ເຕີບໃຫຍ່ຂະຫຍາຍຕົວ.
ທ່ານ ນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດ ອົດສະຕຣາລີປະຈຳ ສປປ ລາວ ໄດ້ມີຄໍາເຫັນວ່າ: “ ປະເທດອົດສະຕຣາລີ ມີຄວາມຫຼາກຫຼາຍທາງດ້ານວັດທະນະທໍາ, ມີຄົນມາຈາກເຊື້ອຊາດທີ່ແຕກຕ່າງກັນຫຼາຍກວ່າ 300 ກຸ່ມ, ໃນຈຳນວນນີ້ຄົນອົດສະຕຣາລີຫຼາຍກວ່າໜື່ງລ້ານຄົນ ມີເຊື້ອສາຍຄອບຄົວຈາກພາກພື້ນອາຊີຕາເວັນອອກສຽງໃຕ້, ສາຍພົວພັນຂອງພວກເຮົາໃນພາກພື້ນອາຊີຕາເວັນ ອອກສ່ຽງໃຕ້ ລວມເຖິງມິດຕະພາບທີ່ແໜ້ນແຟ້ນ, ຍາວນານຂອງອົດສະຕຣາລີ ແລະ ສປປ ລາວ ນັບມື້ຍີ່ງແໜ້ນແຟ້ນຫຼາຍຂື້ນ.”

ປີນີ້ ລາວ ແລະ ອົດສະຕຣາລີ ຮ່ວມກັນສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 74 ປີ, ເຊິ່ງແມ່ນສາຍພົວພັນທີ່ຍາວນານທີ່ສຸດ ທີ່ ສປປ ລາວ ມີຮ່ວມກັບຕ່າງປະເທດ. ການຮ່ວມມືລະຫວ່າງລາວ ແລະ ອົດສະຕຣາລີ ເຖິງວ່າຈະປະເຊີນກັບສິ່ງທ້າທາຍຕ່າງໆຂອງໂລກ ແຕ່ສາຍພົວພັນຂອງພວກເຮົາສືບຕໍ່ແໜ້ນແຟ້ນເຂັ້ມແຂງ ບົນຈິດໃຈເຊື່ອໝັ້ນເຊິ່ງກັນ ແລະ ກັນ, ເຄົາລົບເຊິ່ງກັນ ແລະ ກັນ ແລະ ເປັນມິດຕະພາບທີ່ແທ້ຈິງ.
ອົດສະຕຣາລີໃຫ້ຄຳໝັ້ນສັນຍາທີ່ຈະເສີມຂະຫຍາຍການຮ່ວມມືກັບ ສປປລາວ ພາຍໃຕ້ສັນຍາຄູ່ຮ່ວມມືຮອບດ້ານທີ່ລົງນາມກັນໂດຍນາຍົກລັດຖະມົນຕີ ທັງສອງປະເທດໃນປີ 2024. ການຮ່ວມມືດັ່ງກ່າວ ກວມເອົາຫຼາຍຂົງເຂດທີ່ສຳຄັນ ເຊັ່ນ: ການສຶກສາ, ສາທາລະນະສຸກ, ການຄ້າ ແລະ ການລົງ ທຶນ, ພະລັງງານ, ຄວາມໝັ້ນຄົງທາງໄຊເບີ, ອາຊະຍາກຳຂ້າມຊາດ, ວຽກງານປ້ອງກັນປະເທດ ແລະ ການບັງຄັບໃຊ້ກົດໝາຍ.
ຕະຫຼອດໄລຍະເວລາຫຼາຍກວ່າ 70 ປີຜ່ານມາ, ນັກສືກສາລາວ ທີ່ໄປຮຽນຕໍ່ຢູ່ອົດສະຕຣາລີ ແລະ ກັບຄືນມາບ້ານ ພ້ອມດ້ວຍທັກສະ ແລະ ຄວາມຮູ້ຄວາມສາມາດໃໝ່ຫຼາຍດ້ານ. ປະຈຸບັນ ມີອາດີດນັກສືກສາຈົບຈາກອົດສະຕຣາລີ ຫຼາຍກວ່າ 2,600 ຄົນຢູ່ໃນ ສປປ ລາວ ທີ່ພວມປະກອບສ່ວນເຂົ້າໃນພາ ລະກິດສ້າງສາປະເທດຊາດໃນພາກລັດ, ພາກເອກະຊົນ, ໜ່ວຍງານວິທະຍາສາດ, ຂະແໜງສາທາ ແລະຂະແໜງສີລະປະວັດທະນະທຳອື່ນໆ.

ໃນປີ 2025, ອົດສະຕຣາລີສະໜັບສະໜູນ ສປປລາວ ໃນການຕໍ່ສູ້ກັບພະຍາດໄຂ້ເລືອດອອກ ເຊິ່ງໄດ້ປ່ອຍຍຸງທີ່ມີເຊື້ອ Wolbachia ຈໍານວນ 48 ລ້ານໂຕ ທົ່ວນະຄອນຫຼວງວຽງຈັນ. ນອກຈາກນັ້ນ, ຍັງສະໜັບສະໜູນຫຼາຍກິດຈະກຳ ເພື່ອສະເຫຼີມສະຫຼອງວັນສື່ມວນຊົນຄົບຮອບ 75 ປີ ແລະ ສະໜັບສະໜູນການສຳຫຼວດພົນລະເມືອງລາວທົ່ວປະເທດຄັ້ງທີ 5. ອົດສະຕຣາລີ ຍັງໃຫ້ຄຳໝັ້ນສັນຍາທີ່ຈະຮັດແໜ້ນກ່ານຮ່ວມມືເສດຖະກິດກັບ ສປປ ລາວ ພາຍໃຕ້ແຜນງານ ທີ່ເອີ້ນວ່າ: ຍຸດທະສາດເສດຖະ ກິດອາຊີຕາເວັນອອກສຽງໃຕ້ ຂອງອົດສະຕຣາລີເຖິງປີ 2040. ໃນປີກາຍນີ້, ບໍລິສັດ Costa ຂອງອົດສະຕຣາລີໄດ້ລົງທຶນປູກໝາກບູເບີຣີ ຢູ່ເມືອງປາກຊ່ອງ, ແຂວງຈຳປາສັກ ແລະ ມາຮອດປະຈຸບັນບໍລິ ສັດ ໄດ້ປູກໝາກບູເບີຣີໄດ້ 73 ເຮັກຕາ ແລະ ສ້າງວຽກເຮັດງານທຳ ໄດ້ຫຼາຍກວ່າ 200 ຄົນ, ສ່ວນໃຫຍ່ແມ່ນຄົນລາວ. ສະເພາະປີນີ້ ອົດສະຕຣາລີ ເສີມຂະຫຍາຍການຮ່ວມມືກັບ ສປປລາວ ເພື່ອຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດໂດຍຜ່ານໂຄງການໃຫມ່ ເຊັ່ນ: ໂຄງການເສີມສ້າງຄວາມ ເຂັ້ມແຂງດ້ານກະສິກຳ ລາວ-ອົດສະຕຣາລີ.


