ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະເຫຼີມສະຫຼອງວັນຊາດ ຄົບຮອບ 49 ປີ ດ້ວຍການບໍລິຈາກເລືອດ

Nov 27, 2024

ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໄດ້ຈັດຂະບວນການບໍລິຈາກເລືອດເພື່ອສະເຫຼີມສະຫຼອງວັນຊາດ ຄົບຮອບ 49 ປີ ພາຍໃຕ້ຫົວຂໍ້: “ບໍລິຈາກເລືອດ ແມ່ນ ຮັກຊາດ ແລະ ພັດທະນາ” ຂຶ້ນໃນວັນທີ 27 ພະຈິກ ນີ້ ຢູ່ສູນການຄ້າລາວໄອເຕັກມໍ.
ເປັນກຽດໃນພິທີ, ມີ ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດ, ມີບັນດາພະນັກງານ-ລັດຖະກອນ ຈາກອົງການຈັດຕັ້ງລັດອ້ອມຂ້າງສູນກາງ ແລະ ມວນຊົນທົ່ວໄປ ໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ໃນພິທີ, ທ່ານ ຈັນທະລາ ສຸກສາຄອນ ກ່າວວ່າ: ວັນທີ 2 ທັນວາ ແມ່ນວັນສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ແຕ່ລະປີໄດ້ມີການຈັດຕັ້ງສະເຫຼີມສະຫຼອງວັນດັ່ງກ່າວ ເພື່ອລະນຶກເຖິງມູນເຊື້ອ ຂອງປະຊາຊົນລາວບັນດາເຜົ່າທີ່ໄດ້ຄຽງບ່າຄຽງໄລ່ ໃນການຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ແລະ ປົກປັກຮັກສາພັດທະນາປະເທດຊາດໃນປັດຈຸບັນ. ການສະເຫຼີມສະຫຼອງດັ່ງກ່າວ ແມ່ນປະກອບດ້ວຍຫຼາຍກິດຈະກໍາ, ໜຶ່ງໃນນັ້ນ ແມ່ນຂະບວນການຮັບບໍລິຈາກເລືອດ ໂດຍການເຊີນຊວນ, ປຸກລະດົມຂົນຂວາຍບັນດາ 3 ອົງການຈັດຕັ້ງ ພະນັກງານລັດຖະກອນ ຈາກກະຊວງ, ອົງການທຽບເທົ່າອ້ອມຂ້າງສູນກາງ ພ້ອມທັງມວນຊົນທົ່ວໄປ ເຂົ້າຮ່ວມບໍລິຈາກເລືອດ.
ການຈັດຂະບວນການຮັບບໍລິຈາກເລືອດ ຖືວ່າເປັນກິດຈະກໍາໜຶ່ງທີ່ເຫັນວ່າມີຄວາມສໍາຄັນເພື່ອສະເຫຼີມສະຫຼອງວັນຊາດ ຄົບຮອບ 49 ປີ ແລະ ພ້ອມທັງເປັນການຊຸກຍູ້ຕໍ່ວຽກງານມະນຸດສະທໍາຂອງປະເທດເຮົາ ໂດຍສະເພາະກໍແມ່ນການບໍລິຈາກເລືອດ ເພື່ອຊ່ວຍຊີວິດ ຂອງເພື່ອນມະນຸດດ້ວຍກັນ, ເພື່ອເປັນການປະກອບສ່ວນໃນການຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ອັດຕາການຕາຍ ຂອງເດັກ. ຢູ່ ສປປ ລາວ ອັດຕາການເສຍຊີວີດ ຂອງແມ່ຍິງຖືພາເກີດລູກທີ່ມີອາການສົນແມ່ນຍັງມີໂຕເລກທີ່ສູງສົມຄວນ. ມີຫຼາຍກໍລະນີແມ່ນມີອາການສົນ ເລືອດໄຫຼ ແລະ ຈໍາເປັນຕ້ອງໄດ້ໃສ່ເລືອດ. ການມີເລືອດສໍາຮອງ ຢູ່ໃນລະດັບສະຖາບັນເລືອດແຫ່ງຊາດ, ສູນເລືອດແຂວງ ແລະ ບັນດາໜ່ວຍເກັບຮັກສາເລືອດຂັ້ນເມືອງ ແມ່ນມີຄວາມຈໍາເປັນ ເພື່ອຕອບສະໜອງເລືອດທີ່ປອດໄພໃຫ້ແກ່ຄົນເຈັບເຫຼົ່ານັ້ນ ໃຫ້ທັນເວລາ. ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງໃນທົ່ວປະເທດຂໍເຊີນຊວນ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ-ນັກສຶກສາ,ພໍ່ຄ້າ-ຊາວຂາຍ ຕະຫຼອດເຖິງພໍ່ແມ່ປະຊາຊົນທົ່ວນະຄອນຫຼວງວຽງຈັນ ຫຼື ບັນດາແຂວງ ທົ່ວປະເທດ ເຂົ້າຮ່ວມກິດຈະກຳການບໍລິຈາກເລືອດ ຫາກທ່ານມີເງື່ອນໄຂ ອາຍຸ 17-60 ປີ, ນໍ້າໜັກ 45 ກິໂລຂຶ້ນໄປ, ຢູ່ໃນໄລຍະທີ່ມີສຸຂະພາບແຂງແຮງດີ ແມ່ນຂໍເຊີນຊວນໄປຮ່ວມບໍລິຈາກເລືອດ ທີ່ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງໃນທົ່ວປະເທດ.
ນອກຈາກນັ້ນ, ທ່ານສາມາດມາບໍລິຈາກເລືອດໄດ້ທີ່ສູນເລືອດແຫ່ງຊາດ ແລະ ສູນເລືອດແຂວງໃນທົ່ວປະເທດເລີ່ມແຕ່ເວລາ 8:30-18:00 ໂມງ ທຸກມື້ເປີດຮັບບໍລິຈາກປະຈຳ ບໍ່ເວັ້ນວັນພັກທາງລັດຖະການ.
ຂ່າວ-ພາບ: ແສງຈັນ