ວັນທີ 02 ພະຈິກ 2024, ທີ່ນະຄອນຫລວງວຽງຈັນ ໄດ້ຈັດກິດຈະກໍາສະເຫຼີມສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ ໂດຍການເຂົ້າຮ່ວມໃນພິທີຄັ້ງນີ້ມີທ່ານ ດຣ ສອນໄຊ ລາດສະວົງ ຜູ້ອຳນວຍການໂຮງໝໍມິດຕະພາບ.
ກິດຈະກໍານີ້ເປັນການເຄື່ອນໄຫວສ້າງຂະບວນການສະເຫຼີມສະ ຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ World Stroke Day ເຊິ່ງແຕ່ລະປີຢູ່ທົ່ວໂລກຈະມີການຈັດງານສະເຫຼີມສະຫຼອງວັນດັ່ງກ່າວ, ສຳຫຼັບຢູ່ລາວປີນີ້ເປັນຄັ້ງທີ 8 ທີ່ທີມງານລະບົບປະສາດຂອງໂຮງໝໍມິດຕະພາບໄດ້ມີການຈັດກິດຈະກຳການໃຫ້ຄວາມຮູ້ພື້ນຖານກ່ຽວກັບພະຍາດອຸບັດເຫດເສັ້ນເລືອດສະ ໝອງ ຕໍ່ເນື່ອງມາໃນແຕ່ລະປີ.
ພາຍໃນງານຄັ້ງນີ້ໄດ້ໃຫ້ຄວາມຮູ້ພື້ນຖານກ່ຽວກັບພະຍາດເສັ້ນເລືອດສະໝອງໂດຍ ດຣ ໃສສະຫວາດ ແກ້ວສົດໃສ ຫົວໜ້າພະແນກລະບົບປະສາດ ຊ່ຽວຊານພະຍາດເສັ້ນເລືອດສະໝອງ ແລະ ຍັງໄດ້ເປີດໂອກາດໃຫ້ບັນດາທ່ານທີ່ເຂົ້າຮ່ວມໄດ້ຊັກຖາມໂອ້ລົມເຖີງບັນຫາທີ່ສົງໃສ ຫຼື ບໍ່ເຂົ້າໃຈກ່ຽວກັບພະຍາດນີ້ດ້ວຍ,
ຈຸດປະສົງເພື່ອເປັນການເຜີຍແຜ່ຂໍ້ມູນໃຫ້ຄວາມຮູ້ແກ່ຄົນທົ່ວໄປໃນສັງຄົມ ເຖິງຄວາມຮ້າຍແຮງແລະຜົນກະທົບຂອງພະ ຍາດເສັ້ນເລືອດສະໝອງ, ຮູ້ຈັກປັດໃຈສ່ຽງ, ຮູ້ຈັກອາການພື້ນຖານຂອງພະຍາດ-ວິທີປະຕິບັດເພື່ອປ້ອງກັນພະຍາດແລະຮັບການປິ່ນປົວທີ່ຖືກຕ້ອງ-ທັນເວລາເພື່ອບໍ່ໃຫ້ເປັນອຳມະພຶກ-ອຳມະພາດຫຼືຮ້າຍແຮງເຖິງແກ່ຊີວິດ ແລະ ເພື່ອເປັນການຫຼຸດຈຳນວນຄົນເຈັບທີ່ເພີ້ມຂຶ້ນໃນແຕ່ລະປີຢ່າງຕໍ່ເນື່ອງ.
ຂ່າວ: ສູນຂ່າວສານການແພດ






