ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ສາທາລະນະລັດ ສະຫະ ພາບ ມຽນມາ ຄົບຮອບ 80 ປີ

Mar 28, 2025

ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ສາທາລະນະລັດ ສະຫະ ພາບ ມຽນມາ ຄົບຮອບ 80 ປີ
ວັນທີ 27 ມີນາ 2025 ນີ້, ຢູ່ທີ່ໂຮງແຮມ ດອນຈັນພາເລດ, ນະຄອນຫລວງວຽງຈັນ, ຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ປະຈໍາ ສປປ ລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ສາທາ ລະນະລັດ ສະຫະພາບ ມຽນມາ ຄົບຮອບ 80 ປີ (27 ມີນາ 1945-27 ມີນາ 2025) ໂດຍການເຂົ້າຮ່ວມຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງປະທານ ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ທ່ານ ພົນຈັດຕະວາ ຂີ່ນມ່ອງໂຊ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສາທາລະນະລັດ ສະຫະພາບ ມຽນມາ ປະຈຳ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບແຂກ ພ້ອມທັງລາຍງານສະ ພາບການ ເຄື່ອນໄຫວຕ່າງໆ ຂອງກອງທັບ ສາທາລະນະລັດ ສະຫະພາບ ມຽນມາ ນັບແຕ່ອະດີດຈົນເຖິງປັດຈຸບັນ ເຊິ່ງກອງ ທັບ ສາທາລະນະລັດ ສະຫະພາບ ມຽນມາ ແມ່ນກອງກໍາລັງໜຶ່ງທີ່ມີບົດບາດທີ່ສໍາຄັນທາງດ້ານການເມືອງຂອງປະເທດ ໃນການປົກປັກຮັກສາປະເທດຊາດ ເວົ້າລວມ, ເວົ້າສະເພາະ ແມ່ນຮັກສາໄດ້ມໍລະດົກວັດທະນະທໍາ ເສີມຂະຫຍາຍຮີດຄອງປະເພນີທີ່ເປັນມູນເຊື້ອ ໃນການຮັກສາກຽດສັກສີ ແລະ ສິດຂອງປະເທດຊາດ, ເຊື້ອຊາດ ແລະ ສາສະໜາ, ກອງທັບຍັງຢຶດໝັ້ນນະໂຍບາຍແຫ່ງ ຊາດ 3 ຂໍ້ທີ່ວ່າ: ການບໍ່ແຕກແຍກ ຂອງສະຫະພາບ, ບໍ່ແບ່ງແຍກຄວາມສາມັກຄີແຫ່ງຊາດ ແລະ ການສືບຕໍ່ອະທິປະໄຕຂອງຕົນ ຕໍ່ການປະຕິບັດວຽກງານພາກພື້ນ ແລະ ໃນທົ່ວໂລກ. ພ້ອມນີ້, ໄດ້ເອົາໃຈໃສ່ເຮັດໃຫ້ປະເທດຊາດ ມີຄວາມສະຫງົບປອດໄພ ໂດຍສະ ເພາະ ແມ່ນການຮ່ວມມືພາຍໃນຊາດ ເພື່ອເຮັດໃຫ້ສັງຄົມດີຂຶ້ນ.
ດ້ວຍເຫດນັ້ນ, ກອງທັບ ສາທາລະນະລັດ ສະຫະພາບ ມຽນ ມາ ຈຶ່ງພະຍາຍາມສຸດຄວາມສາມາດ ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ-ສັງຄົມ ໂດຍມີເປົ້າໝາຍສູງສຸດຄື: ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ, ກອງທັບໄດ້ເຮັດວຽກຢ່າງບໍ່ຢຸດຢັ້ງດ້ວຍກຽດສັກສີ ແລະ ຄວາມຊື່ສັດທີ່ສຸດ ເພື່ອຮັບປະກັນຄວາມ ປອດໄພ ຂອງປະເທດຊາດ ພ້ອມທັງ ໃຫ້ບູລິມະສິດໃນການສະ ແຫວງຫາສັນຕິພາບທີ່ໝັ້ນຄົງ ຂອງທົ່ວປວງຊົນທັງຊາດ ເພື່ອສ້າງສາປະເທດຊາດໃຫ້ມີສັນຕິພາບ ແລະ ວັດທະນາຖາວອນ, ກອງທັບໄດ້ພົວພັນຮ່ວມມືກັບສາກົນຢ່າງໝັ້ນຄົງ, ກອງທັບມີມາດຕະການທີ່ດີ ເພື່ອຮັດແໜ້ນສາຍພົວພັນທາງການທູດກັບບັນດາກອງທັບປະເທດໃກ້ຄຽງ ແລະ ໃນພາກພື້ນ ກໍຄືທົ່ວໂລກ.
ທີ່ມາ: ໜັງສືພິມກອງທັບ