ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະເຫຼີມສະຫຼອງວັນເກີດຂອງ ປະທານ ໂຮ່ຈິມິນ ຄົບຮອບ 135 ປີ

May 20, 2025

ວັນທີ 18 ພຶດສະພານີ້ ທີ່ອານຸສອນສະຖານປະທານໂຮ່ຈິມິນ, ບ້ານຊຽງຫວາງ, ເມືອງໜອງບົກ ແຂວງຄໍາມ່ວນ, ສະຖານທູດຫວຽດນາມ ປະຈໍາລາວ ຮ່ວມກັບ ອົງການປົກຄອງແຂວງຄໍາມ່ວນ ຈັດພິທີສະເຫຼີມສະຫຼອງ ຄົບຮອບ 135 ປີ ວັນເກີດຂອງປະທານ ໂຮ່ຈິມິນ, ໂດຍມີບັນດາການນໍາພັກ – ລັດ ຂັ້ນແຂວງ ແລະ ເມືອງ, ນໍາໂດຍ ສະຫາຍ ສົມສະອາດ ອຸ່ນສີດາ ກໍາມະການພັກແຂວງ ຮອງເຈົ້າແຂວງຄໍາມ່ວນ, ສະຫາຍ ຫວຽນ ມິ ເຕິມ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ມີກົງສູນໃຫຍ່ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ, ພ້ອມດ້ວຍສະມາຄົມມິດຕະພາບ ລາວ-ຫວຽດນາມ ແລະ ມວນຊົນໃນຂົງເຂດດັ່ງກ່າວເຂົ້າຮ່ວມ.
ສະຫາຍ ຫວຽນ ມິງ ເຕິມ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອ ອັນດີງາມ ແລະ ການເຄື່ອນໄຫວຂອງ ປະທານໂຮ່ຈີມິນ ໃນການປະຕິບັດພາລະກິດການປະຕິວັດຕໍ່ສູ້ປົດປ່ອຍຊາດ. ປະທານໂຮ່ຈີມິນ ແມ່ນຜູ້ນໍາທີ່ສະຫຼາດສ່ອງໃສຂອງພັກ ແລະ ປະເທດຊາດ ເພິ່ນແມ່ນຜູ້ນໍາທີ່ຍິ່ງໃຫຍ່ແຫ່ງການປະຕິວັດ ຫວຽດນາມ, ແມ່ນວິລະຊົນແຫ່ງການປົດປ່ອຍຊາດ, ເປັນແບບຢ່າງຂອງນັກຮົບຄອມມູນິດສາກົນ, ເປັນເພື່ອນສະໜິດສະໜົມຂອງປະເທດຊາດທີ່ໄດ້ຕໍ່ສູ້ ເພື່ອສັນຕິພາບ ເອກະລາດ ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງຄົມໃນທົ່ວໂລກ.
ສະຫາຍ ສົມສະອາດ ອຸ່ນສີດາ ໄດ້ມີຄໍາເຫັນວ່າ: ເພື່ອເປັນການລະນຶກເຖີງບຸນຄຸນ ແລະ ຄຸນງາມຄວາມດີຂອງປະທານ ໂຮ່ຈີມິນ ໃນການຕໍ່ສູ້ກູ້ຊາດ, ການລຸກຮື້ຂຶ້ນປົດປອ່ຍປະເທດຊາດ, ຍາດເອົາເອກະລາດມາສູ່ກຳມືຂອງປະຊາຊົນ. ຈາກການຮ່ວມສຸກ ຮ່ວມທຸກ ດ້ວຍຄວາມຮັກປອງດອງກັນຂອງສອງກໍາລັງນັກຮົບວິລະຊົນສອງຊາດ ລາວ-ຫວຽດນາມ ໂດຍຜ່ານບັນດາມໍລະສຸມຕ່າງໆ ໄດ້ເຮັດໃຫ້ພວກເຮົາເຫັນວ່າການພົວພັນຮ່ວມມື ລາວ-ຫວຽດນາມ ແມ່ນການພົວພັນຮ່ວມມື ແບບໄມຕີຈິດມິດຕະພາບ ແລະ ເປັນການພົວພັນ ຮ່ວມມືສຸດທີ່ຫາຍາກ ບໍ່ວ່າໃນພາລະກິດປົກປັກຮັກສາ ກໍຄື ການສ້າງສາພັດທະນາປະເທດຊາດ ລາວ-ຫວຽດນາມ. ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍໄດ້ຮ່ວມວາງກະຕ່າດອກໄມ້, ໄຕ້ທູບທຽນຢູ່ທີ່ຫໍໄຫ້ວ ແລະ ຢ້ຽມຊົມພາຍໃນຫໍວາງສະແດງມູນເຊື້ອປະຫວັດສາດການເຄື່ອນໄຫວປະຕິວັດຂອງ ປະທານ ໂຮ່ຈິມິນ. ສືບຕໍ່ວາງກະຕ່າດອກໄມ້ທີ່ອະນຸສາວະລີປະທານ ສຸພານຸວົງ ທີ່ເທສະບານເມືອງທ່າແຂກ ແລະ ໃນຕອນຄໍ່າຂອງວັນດຽວກັນຍັງໄດ້ຮ່ວມຊົມການສະແດງສິລະປະ ຈາກສູນວັດທະນະທໍາຫວຽດນາມ ປະຈໍາລາວ ຮ່ວມກັບ ຄະນະໂຮງກາຍະສິນ ແລະ ການສະແດງ ຮ່າໂນ້ຍ ທີ່ໂຮງຮຽນມັດທະຍົມຕອນຕົ້ນເອກະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 135 ປີ (19 ພຶດສະພາ 1890-19 ພຶດສະພາ 2025).
ຂ່າວ: ມະນີວັນ