ໃນລະຫວ່າງວັນທີ 31 ຕຸລາ ຫາ ວັນທີ 05 ພະຈິກ 2024ທີ່ຜາ່ນມານີ້, ຄະນະຜູ້ແທນແຂວງວຽງຈັນ ນຳໂດຍ ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະຕິດຕາມ ໄດ້ເດີນທາງໄປເຂົ້າຮ່ວມພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ການພົວພັນຮ່ວມມື ລະຫວ່າງແຂວງວຽງຈັນ ແລະ ສະມາຄົມມິດຕິພາບໂກຈິ-ລາວ ທີ່ເມືອງໂກຈິ, ແຂວງໂກຈິ ປະເທດຍີ່ປຸ່ນ ຕາມການເຊື້ອເຊີນຂອງເຈົ້າເມືອງໂກຈິ ແລະ ສະມາຄົມມິດຕິພາບ ໂກຈິ-ລາວ.
ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ການພົວພັນຮ່ວມມື ລະຫວ່າງແຂວງວຽງ ຈັນ ແລະ ສະມາຄົມມິດຕິພາບໂກຈິ-ລາວ ທີ່ເມືອງໂກຈິ ໄດ້ຈັດຂຶ້ນຢ່າງເປັນທາງ ການ ໃນວັນທີ 02 ພະຈິກ 2024 ທີ່ຫໍສະໝຸດກາງຂອງເມືອງ ໂດຍການເຂົ້າຮ່ວມຂອງ ທ່ານ ຣິວໂກະ ຄຸວານະ ເຈົ້າເມືອງໂກຈິ, ທ່ານ ຊິນຈິ ໂອກາຊາກິ ປະທານສະມາ ຄົມມິດຕະພາບ ໂກຈິ-ລາວ, ທ່ານ ໂກຈິ ນາຣຸເຊະ ອຳນວຍການໂຮງຮຽນມັດທະຍົມການຄ້າ ໂກຈິ, ບັນດາສະມາຊິກຂອງສະມາຄົມ, ຄູ-ອາຈານ ແລະ ນ້ອງນັກຮຽນມັດ ທະຍົມການຄ້າໂກຈິ ເຂົ້າຮ້ວມຢ່າງເປັນຂະບວນຟົດຟື້ນ.
ໃນພິທີທີ່ມີຄວາມໝາຍສຳຄັນດັ່ງກ່າວ ທັງສອງຝ່າຍກໍ່ໄດ້ຫວນຄືນບັນດາຜົນງານທີ່ພົ້ນເດັ່ນ, ກິດຈະກຳຕ່າງໆ ທີ່ສະແດງອອກເຖິງສາຍພົວພັນ, ການຮ່ວມມື, ການຊ່ວຍ ເຫຼືອ ທີ່ເປັນມູນເຊື້ອສຶບຕໍ່ຈາກລຸ້ນໜຶ່ງໄປສູ່ອີກລຸ້ນໜຶ່ງທີ່ຍາວນານ ນັບຕັ້ງແຕ່ ປີ 1994 ຈົນມາຮອດປະຈຸບັນ ພໍດີຄົບຮອບ 30 ປີ ທີ່ ສະມາຄົມມິດຕະພາບໂກຈິ-ລາວ, ຄູອາຈານ ແລະ ນ້ອງນັກຮຽນມັດທະຍົມການຄ້າໂກຈິໄດ້ມາເຄື່ອນໄຫວ, ຢ້ຽມຢາມ ແລະ ໃຫ້ການຊ່ວຍເຫຼືອໃນການປັບປຸງ ແລະ ພັດທະນາພື້ນຖານການຮຽນ-ການສອນ ຂອງໂຮງຮຽນປະຖົມຢູ່ແຂວງວຽງຈັນ.
ໃນໂອກາດດັ່ງກ່າວ, ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ ໄດ້ຕາງໜ້າໃຫ້ອົງການປົກຄອງແຂວງວຽງຈັນ ເວົ້າລວມ, ເວົ້າສະເພາະຕາງໜ້າໃຫ້ ຄູອາຈານ ແລະ ນ້ອງນັກຮຽນຂອງແຂວງວຽງຈັນ ສະແດງຄວາມຂອບ ໃຈ ແລະ ຍ້ອງຍໍຊົມເຊີຍ ມາຍັງສະມາຄົມມິດຕະພາບໂກຈິ-ລາວ , ຄູ-ອາຈານ ແລະ ນ້ອງນັກຮຽນມັດທະຍົມການຄ້າໂກຈິ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ຢ່າງບໍ່ຮູ້ອິດຮູ້ເມື່ອຍມາຕະຫຼອດໄລຍະ 30 ປີ ທີ່ຜ່ານມາ, ເຖິງວ່າແຂວງວຽງຈັນ ແລະ ໂກຈິ ຈະຢູ່ຫ່າງໄກກັນ ເຖິງ 3,500 ກວ່າ ກິໂລແມັດ, ແຕ່ໄລຍະທາງທີ່ຍາວໄກ ແລະ ການເດີນທາງທີ່ມີຄວາມຫຍຸ້ງຍາກສັບສົນຕ່າງໆ ກໍ່ບໍ່ໄດ້ເປັນອຸປະສັກໃຫ້ພວກທ່ານໃນການຢ້ຽມຢາມ ແລະ ໃຫ້ການຊ່ວຍເຫຼືອແຂວງວຽງຈັນ ຕະຫຼອດ 30 ປີ ທີ່ຜ່ານມາ.
ໃນທຸກໆ ປີ, ນັບຕັ້ງແຕ່ປີ 1994 ເປັນຕົ້ນມາ, ໃນໄລຍະຕົ້ນເດືອນ ສິງຫາ ຂອງແຕ່ລະປີ ຄະນະຜູ້ແທນຈາກສະມາຄົມມິດຕະພາບ ໂກຈິ-ລາວ, ອາຈານ ແລະ ນ້ອງນັກຮຽນຈາກມັດທະຍົມໂກຈິ ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມແຂວງວຽງຈັນ ຢ່າງເປັນປົກກະຕິບໍ່ເຄີຍຂາດ ຈົນກາຍເປັນປະເພນີສຶບທອດຈາກ ຮຸ່ນໜຶ່ງ ໄປສູ່ຮຸ່ນຕໍ່ໆໄປຢ່າງບໍ່ເຫີດແຫ້ງ ໃນການເຄື່ອນໄຫວຮ່ວມມື, ພົບປະຢ້ຽມຢາມ, ໃຫ້ການຊ່ວຍ ເຫຼືອທາງດ້ານການສຶກສາ, ແລກປ່ຽນທາງດ້ານກິລາ, ສິລະປະກັນ ລະຫວ່າງ ຄູ-ອາ ຈານ ແລະ ນ້ອງນັກຮຽນມັດທະຍົມໂກຈິ ກັບ ນ້ອງນັກຮຽນຈາກໂຮງຮຽນປະຖົມສົມບູນບ້ານ ໂພນເງິນ, ບ້ານສ້າງໃຫຍ່, ບ້ານບ້ານຂາມ (ເມືອງໂພນໂຮງ) ແລະ ໂຮງ ຮຽນປະຖົມສົມບູນໂພນໝີໃຕ້ (ເມືອງວຽງຄໍາ), ໂຮງຮຽນປະຖົມວັງຄີ, ເມືອງຫີນເຫີບ ຂອງແຂວງວຽງຈັນ ຊຶ່ງການພົວພັນຮ່ວມມືດັ່ງກ່າວ ກາຍເປັນການສັນຍາລັກຂອງການພົວພັນການທູດພາກປະຊາຊົນ, ເປັນການພົວພັນການທູດວັດທະນະທຳ ເພື່ອຮັດແໜ້ນສາຍພົວພັນຄວາມສາມັກຄີຮັກແພງລະຫວ່າງແຂວງວຽງຈັນ ກັບແຂວງໂກຈິ ເວົ້າລວມ, ເວົ້າສະເພາະລະຫວ່າງຄູ-ອາຈານ, ນ້ອງນັກຮຽນ, ແລະ ພໍ່ແມ່ປະຊາຊົນ ຂອງພວກເຮົາໃຫ້ນັບມື້ນັບສະໜິດແໜ້ນຍິ່ງຂຶ້ນ.
ໃນຕະຫຼອດໄລຍະເວລາ 30 ຜ່ານມາ ແຂວງວຽງຈັນ ໄດ້ຮັບການຊ່ວຍເຫຼືອຈຳນວນຫຼວງຫຼາຍເພື່ອຊ່ວຍໃນການປັບປຸງກໍ່ສ້າງໂຄງລ່າງພື້ນຖານ, ອຸປະກອນການຮຽນ-ການສອນ ແລະ ອື່ນໆ ຊຶ່ງການຊ່ວຍເຫຼືອດັ່ງກ່າວ ແມ່ນໄດ້ປະກອບສ່ວນອັນສຳຄັນໃນການພັດທະນາຄຸນນະພາບການສຶກສາຢູ່ຂັ້ນປະຖົມຂອງບັນດາໂຮງຮຽນດັ່ງກ່າວໃຫ້ດີຂຶ້ນ ເຮັດໃຫ້ເດັກນ້ອຍ ມີໂອກາດໃນການໄດ້ຮັບການພັດທະນາດ້ານການສຶກສາທີ່ດີຂຶ້ນ ແລະ ມີເງື່ອນໄຂໃນພັດທະນາຄວາມຮູ້ທີ່ຫຼາຍກວ່າເກົ່າ ເພື່ອອະນາຄົດທີ່ດີຂອງພວກເຂົາເຈົ້າ.
ນອກຈາກເຂົ້າຮ່ວມພິທີສະເຫຼີມສະຫຼອງດັ່ງກ່າວແລ້ວ, ຄະນະຈາກແຂວງວຽງຈັນ ກໍ່ຍັງໄດ້ເດີນທາງເຂົ້າພົບປະແລກປ່ຽນບົດຮຽນ ກັບການນຳເມືອງໂກຈິ, ຢ້ຽມຢາມໂຮງ ຮຽນມັດທະຍົມການຄ້າໂກຈິ, ຢ້ຽມຊົມພື້ນຖານການຜະລິດ, ສະຖານທີ່ທ່ອງທ່ຽວທາງດ້ານທຳມະຊາ, ວັດທະນະທຳ ແລະ ປະຫວັດສາດຂອງເມືອງດັ່ງກ່າວ.
ຂ່າວ: ພະແນກການຕ່າງປະເທດແຂວງວຽງຈັນ






