ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະເໜີກຳນົດຈຸດປ່າແປກເຂດເທດສະບານເມືອງປາກຊ່ອງ ເປັນສວນສາທາລະນະ

Feb 20, 2025

ວັນທີ 20 ກຸມພາ 2025,​ ທ່ານ ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງຈໍາປາສັກ ໄດ້ເຄື່ອນໄຫວຢ້ຽມຢາມສວນປ່າໄມ້ແປກ ໃນເຂດເທດສະບານເມືອງປາກຊ່ອງ​.​
ພາຍຫຼັງສໍາເລັດການເຄື່ອນໄຫວຢ້ຽມຢາມສວນດັ່ງກ່າວ, ເຈົ້າແຂວງຈໍາປາສັກ ໄດ້ມີທິດຊີ້ນໍາ​ ໂດຍມອບໃຫ້ຄະນະພັກ-​ອົງ​ການ ປົກຄອງ​ເມືອງປາກຊ່ອງ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອໃຫ້ກຳນົດຈຸດປ່າແປກ ເຂດເທດສະບານເມືອງ ເປັນສວນສາທາລະນະຂອງເມືອງ ໂດຍກໍານົດເຂົ້າໃນແຜນພັດທະນາເສດ ຖະກິດ​ -​ສັງຄົມ​ຂອງເມືອງ​ ແລະ​ ຄົ້ນຄວ້າຄືນດ້ານທີ່ຕັ້ງຂອງໂຮງ ຮຽນອະນຸບານ ເພື່ອຈັດສັນໃຫ້ເໝາະສົມ, ໃຫ້ຂື້ນແຜນສ້າງຮົ້ວອ້ອມ, ສ້າງທາງຍ່າງ, ຮັກສາຄວາມສະອາດສວຍງາມ, ສ້າງຫ້ອງນໍ້າສາທາລະນະ ພ້ອມທັງຂຽນປະຫວັດໂດຍຫຍໍ້ຂອງສວນສາທາ ລະນະດັ່ງກ່າວ ແລະ ປ້າຍ ຄໍາໂຄງຂອງເມືອງປາກຊ່ອງ ຕິດໄວ້ຢູ່ຈຸດດັ່ງກ່າວ.
ພ້ອມນີ້,​ ໄດ້ມອບໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ​ (ຍທຂ)​ ແຂວງເປັນໃຈກາງປະສານສົມທົບກັບບັນດາເມືອງ ເພື່ອສໍາຫຼວດ, ອອກແບບ ແລະ ວາງແຜນຜັງຕົວເມືອງ ໃຫ້ຖືກຕ້ອງຕາມມາດຕະຖານ, ເຕັກນິກ,​ວິທະຍາສາດ, ເສດຖະກິດ-ສັງຄົມ, ວັດທະນະທໍາ ແລະ ການປົກປັກຮັກສາສິ່ງແວດລ້ອມ ລວມທັງການຄວບຄຸມການພັດທະນາຕົວເມືອງ ໃຫ້ສອດຄ່ອງກັບແຜນ ຜັງການພັດທະນາ.​ ພາຍຫລັງທີ່ສໍາເລັດການອອກແບບດັ່ງກ່າວແລ້ວ, ໃຫ້ນໍາສະເໜີອົງການປົກຄອງແຂວງ ເພື່ອພິຈາລະນາ ຮັບ ຮອງ ຕາມຂັ້ນຕອນ ແລະ ລະບຽບການ; ໃຫ້ພະແນກ​ ຍທຂ​ ແຂວງ ຮີບຮ້ອນກວດຄືນແຜນຜັງຂອງນະຄອນປາກເຊ ແລະ 9​ ເມືອງກ່ຽວກັບການກຳນົດສວນສາທາລະນະແລ້ວລາຍງານທ່ານເຈົ້າແຂວງ ພາຍໃນ 10 ວັນລັດຖະການ.
ຂ່າວ​: ທູນທອງໃຈ