ທ່ານ ນາງ ໃບຄໍາ ຂັດຕິຍະ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ໃນໂອກາດຂຶ້ນສະເໜີບົດລາຍງານການປະເມີນການຈັດຕັ້ງປະຕິບັດ ກົດໝາຍແຮງງານ ສະບັບປັບປຸງ ສະບັບເລກທີ 43/ສພຊ, ລົງວັນທີ 24 ທັນວາ 2013 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ໃນຕອນເຊົ້າວັນທີ 22 ພະຈິກ 2024 ວ່າ: ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ ນັບແຕ່ປີ 2013 ເປັນຕົ້ນມາ ເຫັນວ່າມີຫລາຍບັນຫາທີ່ເປັນດ້ານອ່ອນ ຂໍ້ຄົງຄ້າງ ເຊັ່ນ:
ບາງມາດຕາຂອງກົດໝາຍວ່າດ້ວຍແຮງງານ ຍັງມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ມີ ຊ່ອງຫວ່າງ ແລະຂໍ້ຈຳກັດ, ບໍ່ແທດເໝາະກັບສະພາບຕົວຈິງໃນປັດຈຸບັນ ແລະ ຍັງຂັດກັບນິຕິກຳອື່ນ ຈໍານວນໜຶ່ງ, ການບັງຄັບໃຊ້ແມ່ນບໍ່ສອດຄອງກັບສະພາບການປົກປ້ອງ ແລະ ຄຸ້ມຄອງແຮງງານໃນ ປະຈຸບັນ; ການໂຄສະນາເຜີຍ ແຜ່ກົດໝາຍ ແລະ ນິນິຕິກາລຸ່ມກົດໝາຍ ຍັງບໍ່ທັນກວ້າງຂວາງ ແລະ ເລິກເຊີ່ງເທົ່າທີ່ຄວນ ໂດຍສະເພາະເຂດທີ່ຢູ່ຫ່າງໄກ ເຮັດໃຫ້ການຮັບຮູ້ ແລະ ເຂົ້າໃຈຂອງຫົວ ໜ່ວຍແຮງງານ, ຜູ້ອອກແຮງງານ, ຜູ້ໃຊ້ແຮງງານ ແລະ ສັງຄົມຍັງບໍ່ທັນທົ່ວເຖິງ, ເຮັດໃຫ້ມີການຕີຄວາມໝາຍແຕກຕ່າງກັນ.
ຄຽງຄູ່ກັນນີ້, ບາງເນື້ອຂອງກົດໝາຍວ່າດ້ວຍແຮງງານ ບໍ່ສອດຄອ່ງ ແລະ ບໍ່ກວມເອົາຫຼັກການ ແລະ ເນື້ອໃນຂອງສົນທິສັນຍາຂອງອົງການແຮງງານສາກົນ ທີ່ ສປປ ລາວ ໄດ້ໃຫ້ສັດຕະ ຍາບັນ ເປັນຕົ້ນແມ່ນ ສົນທິສັນຍາເລກທີ 171 ວ່າດ້ວຍການເຮັດວຽກກາງຄືນ (ສປປ ລາວໃຫ້ ສັດຕະຍາ ບັນໃນປີ 2014), ສົນທິສັນຍາເລກທີ 155 ວ່າດ້ວຍຄວາມປອດໄພ ແລະ ສຸຂະພາບ ແຮງງານ (ສປປ ລາວໃຫ້ສັດຕະຍາບັນໃນປີ 2022), ສົນທິສັນຍາເລກທີ 187 ວ່າດ້ວຍຂອບແຜນງານສົ່ງເສີມຄວາມປອດໄພ ແລະ ສຸຂະພາບແຮງງານ (ສປປ ລາວໃຫ້ສັດຕະຍາບັນໃນປີ 2022).
ພ້ອມດຽວກັນນີ້ ຍັງເຫັນວ່າເນື້ອໃນຂອງກົດໝາຍວ່າດ້ວຍແຮງງານ ຈະບໍ່ສອດ ຄ່ອງກັບກົດໝາຍ ທີ່ກໍາລັງມີການປັບປຸງ ເປັນຕົ້ນແມ່ນກົດໝາຍວ່າດ້ວຍການປະກັນສັງຄົມ, ບໍ່ສາມາດກວມເອົາ ບັນຫາ ແລະ ພຶດຕິກຳຕົວຈິງທີ່ເກີດຂຶ້ນໃໝ່ ເປັນຕົ້ນແມ່ນ ການຄຸ້ມຄອງແຮງງານນອກລະບົບ, ວຽກງານສາຍພົວພັນແຮງງານ, ຄວາມສະເໝີພາບ, ການບໍ່ຈໍາແນກ, ການລ່ວງລະເມີດ, ແຮງງານ ບັງຄັບໃນການເຮັດວຽກ, ການກຳນົດສະຫວັດດີການແຮງງານ, ການຄຸ້ມຄອງແຮງງານຕ່າງປະເທດ ທີ່ເຂົ້າມາເຄື່ອນໄຫວອອກແຮງງານແບບຜິດກົດໝາຍຢູ່ ສປປ ລາວ; ການກຳນົດອັດຕາສ່ວນການ ຮັບເອົາແຮງງານຕ່າງປະເທດ ເຂົ້າມາເຮັດວຽກຢູ່ ສປປ ລາວ ເຫັນວ່າຍັງປະຕິບັດບໍ່ໄດ້ດີເທົ່າທີ່ຄວນ ແລະ ອື່ນໆ.
ທ່ານ ນາງ ໃບຄໍາ ຂັດຕິຍະ ກ່າວຕື່ມວ່າ: ຈາກເຫດຜົນທີ່ກ່າວມານັ້ນ ຈຶ່ງເຫັນວ່າມີຄວາມສໍາຄັນ ແລະ ຈໍາເປັນທີ່ຕ້ອງໄດ້ມີການປັບປຸງກົດໝາຍວ່າດ້ວຍແຮງງານຄືນໃໝ່.
ສໍາລັບກົດໝາຍ ວ່າດ້ວຍແຮງງານ ທີ່ນໍາໃຊ້ໃນປັດຈຸບັນ ປະກອບມີ 17 ພາກ, ມີ 29 ໝວດ ແລະ 181 ມາດຕາ.



