ທ່ານ ພອນສານ ວິໄລເມັ້ງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ສະເໜີໃຫ້ລັດຖະ ບານ ເອົາໃຈໃສ່ຄຸ້ມຄອງພະນັກງານ-ລັດຖະກອນໃຫ້ດີຂຶ້ນກວ່າເກົ່າ. ຂະນະດຽວກັນ ຄວນພິຈາລະນາເພີ່ມຂຶ້ນເດືອນໃຫ້ພະນັກ ງານຫລາຍຂຶ້ນອີກ ເພື່ອໃຫ້ເໝາະສົມກັບຄ່າຄອງຊີບ.
ໃນໂອກາດປະກອບຄໍາເຫັນຕໍ່ກອງປະຊຸມສະໄໝສາມັນ ເທື່ອ ທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 19 ພະຈິກ 2024. ທ່ານ ພອນສານ ວິໄລເມັ້ງ ໄດ້ປະກອບຄໍາເຫັນວ່າ: ປັດ ຈຸບັນ ມີປະກົດການພະນັກງານ-ລັດຖະ ກອນໄປການຊ້າແຕ່ເລີກໄວ ເຊິ່ງສົ່ງຜົນຕໍ່ປະສິດທິພາບຂອງການປະຕິບັດໜ້າທີ່ວຽກ ງານ. ນອກຈາກນີ້ ການອອກໄປຕ່າງປະເທດຂອງພະນັກງານ-ລັດ ຖະກອນ, ລວມທັງທະຫານ-ຕໍາຫຼວດແມ່ນງ່າຍດາຍ ເມື່ອທຽບໃສ່ປະເທດໃກ້ຄຽງເຫັນວ່າເຂົາເຈົ້າເຂັ້ມງວດແທ້.
ສະນັ້ນ ຖ້າຫາກ ລັດຖະບານ ບໍ່ຮັດກຸມໃນຈຸດນີ້ຈະເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ຕ່າງໆ ຂອງພະນັກງານ-ລັດຖະກອນ ບໍ່ໄດ້ຕາມລະດັບຄາດໝາຍ ຫລື ຮ້າຍແຮງກວ່ານັ້ນຈະບໍ່ສາມາດຄຸ້ມຄອງໃຫ້ຮັດ ກຸມໃນການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມຂອງປະເທດ, ລວມທັງເງິນຕາຮົ່ວໄຫລໄປຕ່າງ ປະເທດ.
ທ່ານ ກ່າວຕື່ມວ່າ: ຕິດພັນກັບພະນັກງານ-ລັດຖະກອນ ແມ່ນລະບອບເງິນດືອນ ເຊິ່ງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ສະເໜີໄປແລ້ວວ່າ ໃນປີ 2025 ທີ່ຈະມາເຖີງເງິນເດືອນຂັ້ນຕໍ່າຂອງພະນັກງານ-ລັດຖະກອນຈະເພີ່ມຂຶ້ນເປັນ 2,200,000 ກີບ, ແຕ່ເມື່ອທຽບໃສ່ຄ່າຄອງຊີບໃນທ້ອງຕະຫຼາດເຫັນວ່າຍັງຕໍ່າແທ້ໆ, ຖ້າທຽບໃສ່ປະເທດໃກ້ຄຽງ ກໍຄື ປະເທດໃນອາຊຽນແມ່ນຫ່າງໄກກັນຫລາຍ, ເຊິ່ງນີ້ແມ່ນສາເຫດໜຶ່ງທີ່ພະ ນັກງານ-ລັດຖະກອນໄປວຽກບໍ່ປົກກະຕິຍ້ອນຂາດເຂີນຄ່າໃຊ້ຈ່າຍໃນການຊື້ນໍ້າມັນລົດ, ແຕ່ຍ້ອນຄວາມບຸກບືນ ແລະ ຄວາມເອົາໃຈ ໃສ່ພະນັກ ງານ-ລັດຖະກອນຈິ່ງຕັດສິນໃຈເຮັດວຽກນໍາລັດເພື່ອອະນາຄົດ.
ສະນັ້ນ ຖ້າເປັນໄປໄດ້ລັດຖະບານຄວນພິຈາລະນາເພີ່ມຂຶ້ນເດືອນໃຫ້ພະນັກງານ-ລັດຖະກອນຂຶ້ນຕື່ມອີກ ເພາະໃຫ້ເໝາະສົມກັບຄ່າຄອງຊີບປັດຈຸບັນ.



