ທ່ານ ນາງ ວຽນວິໄລ ດີລະພັນ ສະມາຊິກສະພາແຫ່ງຊາດ ຈາກເຂດເລືອກຕັ້ງທີ 6, ແຂວງຫລວງພະບາງ ປະກອບຄໍາເຫັນຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 12 ມິຖຸນາ 2024 ນີ້, ເຊິ່ງເປັນວາລະທີ່ສະມາຊິກສະພາແຫ່ງຊາດ ຮັບຟັງ ແລະ ປະກອບຄໍາເຫັນໃສ່ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດ ໂຄງການລົງທຶນແຮ່ທາດ ໃນໄລຍະຜ່ານມາ ແລະ ກຳນົດແຜນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າທີ່ສະເໜີໂດຍທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່.
ທ່ານ ນາງ ວຽນວິໄລ ດີລະພັນ ສະເໜີວ່າ: ການຂຸດຄົ້ນແຮ່ທາດ ຕ້ອງຄຳນຶງເຖິງຊີວິດການເປັນຢູ່ຂອງປະຊົນ, ໃຫ້ປະຊາຊົນມີສ່ວນຮ່ວມ, ແຕ່ບໍ່ໃຫ້ປະຊາຊົນມີຜົນກະທົບ, ທີ່ສຳຄັນຕ້ອງໃຫ້ເປັນມິດກັບສິ່ງເວດລ້ອມ, ເປັນມິດກັບສັງຄົມ ກໍຄື ການດຳລົງຊີວິດຂອງປະຊາຊົນ.
ສ່ວນພາກສ່ວນທີ່ກ່ຽວຂ້ອງ ຕ້ອງກວດກາຄືນບັນດາບໍລິສັດທີ່ຜ່ານການປະເມີນແຕ່ລະປະເພດໃຫ້ເປັນອັນລະອຽດ, ຈະແຈ້ງຂຶ້ນກວ່າເກົ່າ ແລະ ໃຫ້ມີແຜນປະເມີນບັນດາບໍລິສັດ ທີ່ຍັງບໍ່ທັນໄດ້ຮັບການປະເມີນ, ພ້ອມທັງໃຫ້ປະຕິບັດກົດໝາຍຢ່າງເຂັ້ມງວດ ຕໍ່ບັນດາບໍລິສັດ ທີ່ປະເມີນໄດ້ປະເພດອ່ອນ ແລະ ອ່ອນຫລາຍ ຖ້າປະຕິບັດບໍ່ໄດ້ແທ້ໆ ແມ່ນໃຫ້ຢຸດເຊົາ ຫລື ຍົກເລີກໄປເລີຍ.



