ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະເໜີລັດຖະບານ ເອົາໃຈໃສ່ຍົກລະດັບການສຶກສາໃຫ້ຫລາຍຂຶ້ນກວ່າເກົ່າ

Nov 19, 2024

ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 19 ພະຈິກ 2024. ສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນປະກອບຄໍາເຫັນໃສ່ບົດລາຍງານຂອງລັດຖະບານ.
ໃນໂອກາດນີ້, ທ່ານ ປອ. ຄໍາແສນ ສີສະວົງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ປະກອບຄໍາເຫັນວ່າ: ຄຸນນະພາບຂອງການສືກ ສາ ມີລັກສະນະທົດຖອຍລົງ ເຖິງວ່າການສຶກສາລາວມີການພັດທະນາຂຶ້ນຫຼາຍ ເພາະປັດຈຸບັນນັກຮຽນຊັ້ນປະຖົມ-ມັດທະຍາ ເກັ່ງຂຶ້ນຫຼາຍທັງພາສາຕ່າງປະເທດ ແລະ ເຕັກໂນໂລຊີ, ແຕ່ເມື່ອທຽບກັບບັນດາປະເທດທີ່ພັດທະນາ ໂດຍສະເພາະໃນອາຊຽນ ເຫັນວ່າລາວເຮົາພັດທະນາຊ້າກວ່າຫຼາຍ. ຂະນະທີ່ການປະລະການເຂົ້າຮຽນ ເຫັນວ່າບັນຫານີ້ເກີດຂຶ້ນນັບຕັ້ງແຕ່ຊັ້ນອະນຸບານ, ປະຖົມ, ມັດທະຍົມຕົ້ນ-ປາຍ ຍ້ອນສາ ເຫດການພັດທະນາເສດຖະກິດ ກັບ ການຂາດແຮງງານ ແລະ ບັນດາຫົວໜ່ວຍແຮງງານແມ່ນຍາດແຍ່ງກັນ.
ດັ່ງນັ້ນ, ທ່ານສະເໜີໃຫ້ລັດຖະບານຍົກລະດັບຄຸນນະພາບການສຶກສາໃຫ້ທຽບທັນກັບບັນດາປະເທດ, ເພີ່ມງົບປະມານໃຫ້ການສຶກສາ ໂດຍສະເພາະກຸຸ່ມສຶກສາຢູ່ເຂດຫ່າງໄກສອກຫຼີກ ເພື່ອເຮັດໃຫ້ພື້ນຖານໂຄ່ງລ່າງໃຫ້ເໝາະ ແລະ ເຄື່ອງມືການການສຶກສາຕ່າງໆ ໂດຍເຮົາມາປຽບທຽບວ່າ ການສຶກສາໃນພາກເອກະຊົນເຫັນວ່າ ນັກຮຽນເພີ່ມຂຶ້ນ ບໍ່ມີຫຼຸດລົງ ຕັ້ງແຕ່ອະນຸບານ ຈົນຮອດ ມໍປາຍ.
ພ້ອມນີ້ ຕ້ອງສືບຕໍ່ຍົກສູງຄຸນນະພາບການຄຸ້ມຄອງໂຮງຮຽນ ແລະ ການສິດສອນຂອງພາກລັດ ໂດຍສະເພາະແມ່ນເຂດຫ່າງໄກສອກຫຼີກ ຕິດພັນກັບການຝຶກອົບຮົມ ແລະ ຍົກລະດັບຄ່າຄອງຊີບ ຫຼື ຊີວິດການເປັນຢູ່ຂອງຄູອາຈານ, ລວມເຖີງປັບປຸງຫຼັກສູດ ມໍ ປາຍ ໃຫ້ເອົາວິຊາຊີບມາໃສ່ໃຫ້ຫຼາຍຂຶ້ນ ໂດຍສະເພາະການສອບ ເສັງ ມໍ ປາຍ ໃຫ້ເພີ່ມວິຊາຊີບເຂົ້າໄປ, ປັບຮູບແບບການຮຽນ-ການສອນຂອງສາຍອາຊີບວຽກງານສຶກສາຊັ້ນສູງ ໃຫ້ມີຫຼາຍຮູບແບບຮຽນ ແລະ ເຮັດວຽກໄປນໍາ ເພາະ ວ່າອຸດສາຫະກໍາແຮງງານຕ້ອງການແຮງງານຫຼາຍ.
อาจเป็นรูปภาพของ 9 คน และ ข้อความ