ໃນໂອກາດປະກອບຄໍາເຫັນໃສ່ບົດລາຍງານຂອງອົງການໄອຍະການປະຊາຊົນສູງ ສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການ ປະຈຳປີ 2025 ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 28 ພະຈິກ 2024, ທ່ານ ນາງ ທຸມມາລີ ວົງພະຈັນ ປະ ທານກຳມາທິການຍຸຕິທຳ ໄດ້ສະເໜີໃຫ້ອົງການໄອຍະການປະຊາຊົນສູງສຸດ ສືບຕໍ່ເອົາ ໃຈໃສ່ເປັນປຸງບາງວຽກງານໃຫ້ດີຂຶ້ນກວ່າເກົ່າ ດັ່ງນີ້:
1) ການປັບປຸງກົງຈັກການຈັດຕັ້ງ ໂດຍສະເພາະການສ້າງຕັ້ງຫ້ອງການອົງການໄອຍະການ ປະຊາຊົນເຂດ ປະຈຳເມືອງ, ການແຕ່ງຕັ້ງພະນັກງານ ຂອງອົງການໄອຍະການເຂດປະຈຳຢູ່ເມືອງ ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດ ຕາມແຜນການທີ່ກຳນົດໄວ້;
2) ການຕິດຕາມກວດກາ ຂອງອົງການໄອຍະການປະຊາຊົນ ຕໍ່ການດໍາເນີນຄະດີ ຂອງເຈົ້າ ໜ້າທີ່ ອົງການສືບສວນ-ສອບສວນ ຍັງບໍ່ທັນເຂັ້ມງວດ ແລະ ເດັດຂາດ ເມື່ອພົບເຫັນການລະເມີດ ກົດໝາຍ ເປັນຕົ້ນ: ການກັກຕົວ, ການຈັບຕົວ, ການກັກຂັງ ທີ່ບໍ່ຖືກຕ້ອງຕາມກົດໝາຍ, ອົງການ ໄອຍະການປະຊາຊົນ ຍັງບໍ່ທັນໄດ້ເປັນເຈົ້າການ ເພື່ອສະເໜີໃຫ້ການຈັດຕັ້ງທີ່ກ່ຽວຂ້ອງ ແກ້ໄຂຢ່າງ ເດັດຂາດ ແລະ ທັນການ.
3) ການດໍາເນີນຄະດີຂອງອົງການໄອຍະການປະຊາຊົນ ບາງກໍລະນີ ຍັງບໍ່ທັນຮອບດ້ານ, ຄົບ ຖ້ວນ ແລະ ພາວະວິໄສ ເປັນຕົ້ນ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ບໍ່ຄົບຕາມ 4 ອົງປະກອບຂອງການ ກະທໍາຜິດທາງອາຍາ ຫຼື ໝົດອາຍຸຄວາມໃນການຮ້ອງຟ້ອງທາງອາຍາແລ້ວ ກໍຍັງນໍາມາດໍາເນີນຄະດີ, ຂໍ້ຂັດແຍ່ງທາງແພ່ງ ໄດ້ຮັບການແກ້ໄຂເປັນທີ່ສິ້ນສຸດ ຈັດຕັ້ງປະຕິບັດສຳເລັດ ແລະ ປິດສໍານວນ ຄະດີແລ້ວ ແຕ່ຍັງນໍາມາດໍາເນີນເປັນຄະດີອາຍາໃນບັນຫາເກົ່າທີ່ສານໄດ້ພິຈາລະນາຢ່າງຈະແຈ້ງແລ້ວ ສານປະຊາຊົນຈຶ່ງໄດ້ມີປະເດັນສິ່ງກັບ ໃຫ້ອົງການໄອຍະການປະຊາຊົນ ສົມທົບກັບເຈົ້າໜ້າທີ່ ກວດ ກາເກັບກຳຂໍ້ມູນເພີ່ມຕື່ມ, ບາງກໍລະນີສານປະຊາຊົນສູງສຸດ ຍົກເລີກຄໍາສະເໜີຊື້ພື້ນຄະດີ ແຕ່ ອົງການໄອຍະການປະຊາຊົນສູງສຸດ ກໍບໍ່ໄດ້ມີວິທີການ ແລະ ມາດຕະການຕໍ່ບັນຫາດັ່ງກ່າວຈຶ່ງເຮັດ ໃຫ້ການດໍາເນີນຄະດີ ຫຼົບໄປຫຼົບມາຫຼາຍຄັ້ງ ບໍ່ເປັນທີ່ສິ້ນສຸດ ເຮັດໃຫ້ປະຊາຊົນຮ້ອງທຸກ ໄປຫາ ຫຼາຍພາກສ່ວນ ແລະ ມີຫາງສຽງຕໍ່ຄວາມບໍ່ໂປ່ງໃສໃນການດໍາເນີນຄະດີຕ່າງໆ.
4) ການຕິດຕາມກວດກາການປະຕິບັດກົດໝາຍ ໃນສະຖານທີ່ ກັກຕົວ, ກັກຂັງ, ສູນດັດ ສ້າງ ແລະ ຄ້າຍດັດສ້າງ ເຫັນວ່າ ຍັງມີສະພາບການກັກຂັງປົນເປກັນ, ສະ ຖານທີ່ກັກຂັງແອອັດ, ບໍ່ພຽງພໍ, ບໍ່ຮັບປະກັນສຸຂະອານາໄມ ແລະ ປັດໃຈສໍາຄັນພື້ນ ຖານອັນຈຳເປັນໃນການດໍາລົງຊີວິດ, ການສຶກສາອົບຮົມການເມືອງ-ແນວຄິດ, ການໃຫ້ຄໍາປຶກສາ ແລະ ການຝຶກອົບຮົມວິຊາຊີບ ໃຫ້ແກ່ ນັກໂທດ ແລະ ຜູ້ຖືກຫາ ຍັງເຮັດບໍ່ທັນໄດ້ດີ ຊຶ່ງອົງການໄອຍະການປະຊາຊົນ ກໍຍັງບໍ່ທັນສະເໜີຕໍ່ລັດຖະບານ ເພື່ອຊີ້ນໍາພາກສ່ວນກ່ຽວຂ້ອງປັບປຸງແກ້ໄຂ.
5) ການຕິດຕາມກວດກາ ການປະຕິບັດຄໍາຕັດສິນຂອງສານ ຍັງບໍ່ທັນໄດ້ລົງເລິກກວດກາ ຄວາມຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການທີ່ໄດ້ກຳນົດໄວ້ ເປັນຕົ້ນ ການຕີ ລາຄາ, ການປະມູນຂາຍ, ການມອບຊັບ, ການຂຶ້ນບັນຊີເຕົ້າໂຮມຊັບສິນ ທີ່ສານຮີບເປັນຂອງລັດ, ການປະຕິບັດໂທດສໍາເລັດແລ້ວ ແຕ່ບໍ່ທັນໄດ້ຮັບການແກ້ໄຂ ຍ້ອນຄ້າງຊຳລະຄ່າເສຍຫາຍທາງແພ່ງ ແລະ ຄ່າປັບໃໝ ເຮັດໃຫ້ຈໍານວນຜູ້ຖືກຫາ ແລະ ນັກໂທດເພີ່ມຂຶ້ນເລື້ອຍໆ.
6) ການສ້າງ, ປັບປຸງນິຕິກຳ ເພື່ອເປັນບ່ອນອີງ ໃຫ້ແກ່ການເຄື່ອນໄຫວວຽກງານ ຂອງອົງການໄອຍະການປະຊາຊົນ ຍັງບໍ່ທັນສາມາດຕອບສະໜອງໄດ້ກັບຄວາມຮຽກ ຮ້ອງຕ້ອງການ ຂອງໜ້າທີ່ວຽກງານ ແລະ ນິຕິກຳທີ່ມີແລ້ວ ການຈັດຕັ້ງປະຕິບັດຕົວຈິງຈຳນວນໜຶ່ງ ຍັງບໍ່ທັນມີປະສິດທິພາບ ເທົ່າທີ່ຄວນ.



